ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກ ນໍເວ ປອມຕົວ ເປັນຄົນຂັບລົດແທັກຊີ (ວີດິໂອ)


ທ່ານ Jens Stoltenberg ນາຍົກລັດຖະມົນຕີປະເທດນໍເວ ແລະຄົນໂດຍສານສອງຄົນພາກັນຫົວ ພາຍຫລັງສັງເກດຮູ້ຈັກວ່າ ທ່ານເປັນຄົນຂັບລົດແທັກຊີໃນນະຄອນ Oslo ໃນວັນທີ 11 ສິງຫາ 2013.
ທ່ານ Jens Stoltenberg ນາຍົກລັດຖະມົນຕີປະເທດນໍເວ ແລະຄົນໂດຍສານສອງຄົນພາກັນຫົວ ພາຍຫລັງສັງເກດຮູ້ຈັກວ່າ ທ່ານເປັນຄົນຂັບລົດແທັກຊີໃນນະຄອນ Oslo ໃນວັນທີ 11 ສິງຫາ 2013.
ນາຍົກລັດຖະມົນຕີປະ​ເທດນໍເວ ເວົ້າວ່າ ບ່ອນທີ່ຈະຊອກຮູ້
ໄດ້ດີທີ່ສຸດວ່າ ປະຊາຊົນກໍາລັງຄິດຫຍັງຢູ່ ແມ່ນຢູ່ໃນລົດ
ແທັກຊີ. ​ເພາະສະ​ນັ້ນ ທ່ານ Jens Stoltenberg ຈຶ່ງປອມ
ຕົວເປັນຄົນຂັບລົດແທັກຊີ ໃນມື້ນຶ່ງ ແລະຂົນສົ່ງຄົນໂດຍສານ
ຢູ່ທົ່ວນະຄອນຫລວງ Oslo.

ພາບວີດິໂອທີ່ສະແດງໃຫ້ເຫັນທ່ານນາຍົກ ​ໃນ​ບົດບາດຄົນ
ຂັບລົດ​ແທັກ​ຊີ ໃນເດືອນມິຖຸນາ ຜ່ານມາ ໄດ້ຖືກເອົາລົງໃສ່
ໃນເວັບໄຊ້ຂອງໜັງສືພິມລາຍວັນສະບັບ​ນຶ່ງ ແລະໃນໜ້າ Facebook ຂອງທ່ານນາຍົກລັດຖະມົນຕີ​ເອງ ​ໃນ​ວັນ​ອາທິດ​ວານ​ນີ້.

ການສະແດງບົດບາດ​ດັ່ງກ່າວ ທີ່​ວາງແຜນໂດຍບໍລິສັດໂຄສະນາ​ແຫ່ງ​ນຶ່ງ ​ແມ່ນເປັນ
ສ່ວນນຶ່ງຂອງການໂຄສະນະຫາສຽງ ເພື່ອໃຫ້ໄດ້ຮັບການເລືອກຕັ້ງຄືນ​ໃໝ່ຂອງທ່ານ
Stoltenberg ​ແລະໄດ້ຖືກບັກທຶກ​ໄ​ວ້ໂດຍກ້ອງຖ່າຍທີ່ເຊື່ອງໄວ້​ໃນ​ລົດ ເພື່ອຢາກຮູ້
ຄໍາຄິດເຫັນຂອງຊາວນໍເວ ກ່ຽວກັບດ້ານການເມືອງ ແລະສີ​ໜ້າ​ພ້ອມ​ທັງ​ກິລິຍາ​ຕອບ
ຮັບຂອງພວກເຂົາເຈົ້າ ເມື່ອເຂົາເຈົ້າຮູ້ວ່າ ຄົນຂັບລົດ​ແທັກ​ຊີ​ທີ່​ເຂົາ​ເຈົ້າ​ຂີ່​ຢູ່​ນັ້ນ ແມ່ນ
ນາຍົກລັດຖະມົນຕີຂອງ​ເຂົາ​ເຈົ້າເອງ.

ກ້ອງທີ່ເຊື່ອງໄວ້ ຍັງໄດ້ຖ່າຍເອົາການຍອມຮັບຂອງນາຍົກລັດຖະມົນຕີ ທີ່​ເວົ້າວ່າ ທ່ານ
ບໍ່ໄດ້ຂັບລົດມາໄດ້ 8 ປີ ແລ້ວ. ຄົນໂດຍສານຜູ້ນຶ່ງບໍ່ມີຄວາມປະທັບໃຈປານ​ໃດກັບສີມື ຂັບລົດຂອງທ່ານ Stoltenberg ຊຶ່ງຜູ້ກ່ຽວເວົ້າວ່າ “ການຂັບລົດຂອງ​ທ່ານ​ ບໍ່​ແມ່ນການ
ຂັບລົດດີທີ່ສຸດ ເທົ່າທີ່ຂ້າພະເຈົ້າເຄີຍໄດ້ເຫັນມາ.”

ພັກກໍາມະກອນຂອງທ່ານ Stoltenberg ມີ​ຄະ​ແນນ​ນິຍົມນໍາຫລັງ ພັກອະນຸລັກນິຍົມ
ຂອງ​ຝ່າຍ​ຄ້ານ ໃນການຢັ່ງສຽງກ່ຽວ​ກັບການເລືອກຕັ້ງ ໃນເດືອນກັນຍາຈະມາເຖິງນີ້.

ເບິ່ງວີດິໂອກ່ຽວກັບຂ່າວນີ້:

XS
SM
MD
LG