ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

90 ກວ່າຄົນເສຍຊີວິດ ໃນການໂຈມຕີຢູ່ນໍເວ (ເບິ່ງວີດີໂອ)


ພວກກູ້ໄພພວມປະຕິບັດໜ້າທີ່ ຫຼັງຈາກໄດ້ເກີດເຫດລະເບີດຂະໜາດແຮງ ໃນເຂດໃຈກາງນະຄອນຫຼວງອົສໂລ (22 ກໍລະກົດ 2011)
ພວກກູ້ໄພພວມປະຕິບັດໜ້າທີ່ ຫຼັງຈາກໄດ້ເກີດເຫດລະເບີດຂະໜາດແຮງ ໃນເຂດໃຈກາງນະຄອນຫຼວງອົສໂລ (22 ກໍລະກົດ 2011)

ຕຳຫຼວດນໍເວພວມສອບປາກຄຳມືປືນທີ່ຕ້ອງສົງໄສທີ່ໄດ້ຍິງສັງຫານຢ່າງນ້ອຍ 84 ຄົນທີ່ຄ້າຍ
ລະດູຮ້ອນ ຂອງພວກຊາວໜຸ່ມ ບໍ່ເທົ່າໃດຊົ່ວໂມງ ຫຼັງຈາກຜູ້ກ່ຽວໄດ້ບີບຄະນວນລະເບີດໃຫ້
ແຕກຂຶ້ນຢູ່ທີ່ນະຄອນຫຼວງອົສໂລທີ່ເຮັດໃຫ້ມີຜູ້ເສຍຊີວິດ 7 ຄົນນັ້ນ.

ຕຳຫຼວດໄດ້ປະກາດໃຫ້ຊາບໃນວັນເສົາມື້ນີ້ກ່ຽວກັບໂຕເລກລ່າສຸດຂອງພວກທີ່ບາດເຈັບລົ້ມ
ຕາຍຈາກການກໍ່ຄວາມຮຸນແຮງທີ່ຮ້າຍແຮງສຸດ ທີ່ນໍເວໄດ້ປະສົບນັບແຕ່ສົງຄາມໂລກຄັ້ງທີ 2
ເປັນຕົ້ນມາ.

ມືປືນ ທີ່ໃສ່ເຄື່ອງແບບຕຳຫຼວດ ໄດ້ລະດົມຍິງເຂົ້າໃສ່ຄ້າຍລະດູຮ້ອນຂອງພວກຊາວໜຸ່ມຈາກ
ພັກແຮງງານຊຶ່ງເປັນພັກລັດຖະບານຂອງນໍເວ ໃນມື້ວັນສຸກວານນີ້ ທີ່ດອນແຫ່ງນຶ່ງ ປະມານ
30 ຫຼັກກິໂລແມັດ ຫ່າງຈາກນະຄອນຫຼວງອົສໂລໄປທາງທິດເໜືອ.

ພວກເຄາະຮ້າຍສ່ວນໃຫຍ່ແມ່ນເປັນພວກຊາວໜຸ່ມ. ພວກເຈົ້າໜ້າທີ່ພວມທຳການຊອກຄົ້ນ
ຫາຊາກສົບເພີ່ມຕື່ມ ອ້ອມແອ້ມບໍລິເວນທະເລສາບທີ່ຢູ່ໃກ້ຄຽງ.

ຕຳຫຼວດເວົ້າວ່າ ຜູ້ຊາຍຄົນນີ້ ຍັງເປັນຜູ້ວາງລະເບີດໂຈມຕີໃນມື້ວັນສຸກວານນີ້ ໃສ່ສູນກາງ
ສຳນັກງານຂອງລັດຖະບານ ທີ່ນະຄອນຫຼວງອົສໂລ.

ລັດຖະມົນຕີກະຊວງຍຸຕິທຳຂອງນໍເວ ທ່ານ Knut Storberget ກ່າວວ່າ ຜູ້ຕ້ອງສົງໄສທີ່
ຖືກເຈົ້າໜ້າທີ່ຄວບຄຸມໂຕໄວ້ນັ້ນ ແມ່ນເປັນຄົນນໍເວ ອາຍຸ 32 ປີ. ສື່ມວນຊົນໄດ້ລະບຸໂຕ
ຊາຍຄົນນີ້ວ່າແມ່ນນາຍ Anders Behring Breivik.

ນາຍົກລັດຖະມົນຕີນໍເວ ທ່ານ Jens Stoltenberg ກ່າວວ່າ ການໂຈມຕີຢ່າງໂຫດຮ້າຍຕໍ່
ພວກຊາວໜຸ່ມທີ່ບໍ່ມີຄວາມຜິດຈະບໍ່ສາມາດທຳລາຍຄວາມຮູ້ສຶກກ່ຽວກັບເລື່ອງຄວາມປອດ
ໄພຂອງຊາວນໍເວ ທ່ານເວົ້າວ່າຄວາມປອດໄພແມ່ນຫຼັກໝັ້ນຂອງສັງຄົມທີ່ຊາວນໍເວໄດ້ຍອມ
ຮັບມາແລະທ່ານໄດ້ກ່າວຢໍ້າວ່າ ຈຸດເພັ່ງເລັງທີ່ສຳຄັນ ແມ່ນກ່ຽວກັບການຊ່ອຍຊີວິດພວກທີ່
ໄດ້ຮັບບາດເຈັບໃນການໂຈມຕີ.

ເຈົ້າໜ້າທີ່ຍັງບໍ່ໄດ້ໃຫ້ຄວາມເຫັນໃດໆກ່ຽວກັບຈຸດປະສົງໃນການໂຈມຕີທີ່ວ່ານີ້.

XS
SM
MD
LG