ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດແລະທົ່ວໂລກ ສະເໜີໃຫ້ການຊ່ວຍເຫລືອ ແກ່ ນໍເວ ຢ່າງເຕັມທີ່


ຕຶກໂຮງການລັດຖະບານທີ່ຖືກທໍາລາຍເສຍຫາຍ ໃນການວາງລະເບີດລົດ ຢູ່ໃຈກາງນະຄອນຫລວງອອສໂລ, ວັນທີ 22 ກໍລະກົດ 2011.
ຕຶກໂຮງການລັດຖະບານທີ່ຖືກທໍາລາຍເສຍຫາຍ ໃນການວາງລະເບີດລົດ ຢູ່ໃຈກາງນະຄອນຫລວງອອສໂລ, ວັນທີ 22 ກໍລະກົດ 2011.

ພວກຜູ້ນໍາຈາກທົ່ວໂລກ ຈາກສະຫະລັດ ໄປຈົນເຖິງປາກີສຖານ ພາກັນສະແດງຄວາມ ຮູ້ສຶກ​ໂກດ​ແຄ້ນ ແລະສະ​ເໜີໃຫ້ການສະໜັບສະໜຸນ​ແກ່ ປະເທດນໍເວ ລຸນຫລັງເຫດການ ໂຈມຕີເຖິງຂັ້ນເສຍຊີວິດສອງ​ບັ້ນ ທີ່​ໄດ້ສ້າງ​ຄວາມ​ຕື່ນ​ຕົກ​ໃຈໄປທົ່ວປະເທດນັ້ນ.

ປະທານາທິບໍດີ ບາຣັກ ໂອບາມາ ໄດ້ໂທລະສັບຫາທ່ານ Jens Stoltenberg ນາຍົກ ລັດຖະມົນຕີນໍເວ ເມື່ອວັນເສົາ ສະແດງຄວາມເສົ້າໂສກເສຍໃຈນໍາການເສຍຊີວິດ ແລະບາດ ເຈັບຂອງຊາວນໍເວຫລາຍຄົນທີ່ບໍ່ມີຄວາມ ຜິດຫຍັງ ໃນອັນທີ່ທ່ານເອີ້ນວາການໂຈມຕີທີ່ຂາດ ສະຕິຢັ້ງຄິດ​ເມື່ອວັນສຸກຜ່ານມານັ້ນ ແລະພ້ອມກັບໃຫ້ຄໍາໝັ້ນສັນຍາ ວ່າສະຫະລັດຈະໃຫ້ ການຊ່ວຍເຫລືອນໍເວໃນທຸກໆຢ່າງທີ່ສາມາດເຮັດໄດ້. ກ່ອນໜ້ານີ້ ທ່ານນາງ ຮິລແລຣີ ຄລິນຕັນ ກ່າວວ່າ ສະຫະລັດພ້ອມແລ້ວ ທີ່ຈະສະໜັບສະໜຸນ ນໍເວ ໃນຂະນະ ທີ່ນໍເວຊອກຫາ ຕົວຜູ້ກໍ່ເຫດເຫລົ່ານັ້ນ ມາດໍາເນີນຄະດີ.

ທ່ານ David Cameron ນາຍົກລັດຖະມົນຕີອັງກິດໄດ້ເອີ້ນການໂຈມຕີຄັ້ງນີ້ວ່າ ໜ້າຢ້ານ ກົວຫລາຍທີ່ສຸດ ແລະກ່າວຕື່ມວ່າ ປະຊາຊົນອັງກິດ ພ້ອມທີ່ຈະຢືນຢັດຢູ່ຄຽງຂ້າງນໍເວ ໃນຊ່ວງເວລາ​ແຫ່ງຄວາມຍາກລໍາບາກ ​ໃນ​ຫລາຍໆ​ມື້ຕໍ່ໜ້ານັ້ນ.

ສ່ວນທີ່ປະເທດເຢຍຣະມັນ ນາຍົກລັດຖະມົນຕີ Angela Merkel ໄດ້ຮຽກຮ້ອງໃຫ້ພວກ ໃດທີ່ເຊື່ອຖືໃນເສລີພາບນັ້ນ ຈົ່ງປຸ້ມລຸມເປັນອັນນຶ່ງອັນ ດຽວກັນ ເພື່ອຕໍ່ຕ້ານຄວາມກຽດ ຊັງອາຄາດແຄ້ນກັນນັ້ນ ທ່ານ Guido Westerwelle ລັດຖະມົນຕີຕ່າງປະເທດ ເຢຍຣະມັນ ໄດ້ກ່າວເຖິງການ ໂຈມຕີນັ້ນວ່າ ປ່າເຖື່ອນທີ່ສຸດ ​ແລະວ່າ ບໍ່ມີ​ສິ່ງ​ໃດ​ເລີຍ​ທີ່​ຈະ​ສາມາດ​ຍົກ​ຂຶ້ນ​ມາ​ອ້າງ​ເປັນ​ເຫດຜົນ ສໍາລັບກໍ່ຄວາມຮຸນແຮງແບບນີ້​ໄດ້.

ເຊັ່ນດຽວກັນ ສໍານັກວາຕິກັນກໍໄດ້ສະແດງຄວາມເຫັນໃຈຕໍ່ຊາວນໍເວ. ທູດພິເສດຂອງວາ​ຕິກັນ​ປະ​ຈໍາ​ນໍ​ເວ ໄດ້ເອີ້ນການໂຈມຕີນັ້ນວ່າ ​ເປັນ​ການ​ກະທໍາ​ທີ່​ບ່ວງ​ບ້າ​ແທ້ໆ. ສ່ວນພະສັນຕະ ປາປາ Benedict ກ່າວໃນ ຖະແຫລງການສະບັນນຶ່ງໄປຍັງກະສັດ Herald ຂອງນໍເວ ວ່າ ພະ​ອົງມີຄວາມເສຍໃຈຢ່າງສຸດຊຶ້ງຕໍ່ການສູນເສຍຊີວິດ ແລະຂໍສວດມົນໄຫວ້ວອນ ​ເພື່ອພວກ ເຄາະຮ້າຍເຫລົ່ານັ້ນ ແລະຄອບຄົວຂອງພວກເຂົາເຈົ້າ.

ແລະສ່ວນທີ່ປາກີສຖານ ທີ່ບໍ່​ແມ່ນຄົນແປກໜ້າຕໍ່ການກໍ່ການຮ້າຍນັ້ນ ກ່າວເມື່ອວັນເສົາວານ ນີ້ວ່າ ຕົນ​ເຫັນ​ອົກ​ເຫັນ​ໃຈ​ແລະຈະເອົາໃຈຊ່ວຍລັດຖະບານແລະປະຊາຊົນ ນໍເວ ຢ່າງເຕັມ ສ່ວນ.

ນອກນີ້ແລ້ວ ທ່ານ ພັນ ຄີມູນ ເລຂາທິການ​ໃຫຍ່ອົງການສະຫະປະຊາຊາດ ກໍໄດ້ສະແດງ ຄວາມເສົ້າໂສກເສຍໃຈຂອງທ່ານເອງ ຕໍ່ນາຍົກລັດຖະມົນຕີ Stoltenberg ຂອງນໍເວ ແລະ ຕໍ່ບັນດາຄອບຄົວຂອງພວກເຄາະຮ້າຍນັ້ນ ໂດຍກ່າວວ່າ ອົງການສະຫະປະຊາຊາດຢືນຢັດ ຢູ່ກັບປະຊາຊົນນໍເວ ໃນ ຖະແຫລງການສະບັບນຶ່ງນັ້ນ ສະພາຄວາມໝັ້ນຄົງອົງການສະຫະ ປະຊາຊາດ ໄດ້ປະນາມດ້ວຍ​ຂໍ້ຄວາມທີ່​ແຮງ​ທີ່​ສຸດ​ຕໍ່​ອັນ​ທີ່​ຕົນ ເອີ້ນວ່າ ເປັນການກະທໍາທີ່ ຊົ່ວ​ຮ້າຍ​ເລ​ວຊາມ​ທີ່ສຸດນັ້ນ ແລະກ່າວຕໍ່ໄປວ່າ ບັນດາສະມາຊິກຂອງຕົນ ໄດ້ຢືນຢັນຄືນ ໃໝ່ວ່າ ການກໍ່ການຮ້າຍຖືວ່າເປັນນຶ່ງ​ໃນ​ການຂົ່ມຂູ່ທີ່ຮ້າຍ​ແຮງທີ່ສຸດ ຕໍ່ສັນຕິພາບ ແລະ ຄວາມໝັ້ນຄົງ ຂອງນານາຊາດ.

XS
SM
MD
LG