ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໓໑ ມີນາ ໒໐໒໓

ສ. ເຊັກ ກັບ ນໍເວ ໄດ້ຮັບ ສອງຫລຽນຄໍາ ທໍາອິດ ໃນການແຂ່ງຂັນໂອລິມປິກ ມື້ນີ້ (ວີດີໂອ/ສະໄລດ໌)


ນັກສະກີຈາກສາທາລະນະລັດເຊັກ ນາງ Eva Samkova ສະແດງຄວາມດີໃຈ ຫລັງຈາກໄດ້ຫລຽນຄໍາ ອັນທໍາອິດ ມາໃຫ້ ປະເທດຂອງນາງ ໃນການແຂ່ງ snowboard cross ໃນວັນອາທິດ ທີ 16 ກຸມພານີ້ ຢູ່ໂຊຈີ.
ນັກຫລິ້ນ​ສະ​ກີ ຊາວ​ນໍ​ເວ ທ້າວ Kjetil Jansrud ​ໄດ້​ຫລຽນ​ຄໍາ​ ​
ໃນ​ການ​ແຂ່ງ​ແລ່ນ​ສະ​ກີປະ​ເພດ Super G ຢູ່ Sochi ​ໃນວັນ
ອາທິດ​ມື້​ນີ້ ຂະນະ​ທີ່​ນັກ​ສະ​ກີ​ອາ​ເມຣິກັນ​ສອງ​ຄົນ ທ້າວ Andrew
Weibrecht ກັບ Bode Miller ​ທີ່​ສະ​ກີ​ໄປຮອດ​ເສ້ນ​ໄຊ​ພ້ອມ
​ກັນ ໄດ້​ຫລຽນ​ເງິນ ​ແລະ​ນັກ​ສະ​ກີ​ກາ​ນາ​ດາ ທ້າວ Jan Hudec ​
ໄດ້​ຫລຽນ​ທອງ​ແດງ.

ອັນ​ນີ້​ເປັນ​ຫລຽນ​ທີ​ສອງ​ຂອງທ້າວ Jansrud ​ ທີ່ໄດ້​ຫລຽນ​ທອງ​ແດງ ​ໃນ​ອາທິດ​ແລ້ວ​ນີ້ ​ໃນ​ການ​ແຂ່ງ​ແລ່ນສະ​ກີລົງ​ຄ້ອຍ.


ສາທາລະນະ​ລັດ​ເຊັກ​ໄດ້​ຫລຽນ​ຄໍາ ​ອັນ​ທໍາ​ອິດ​ຂອງ​ຕົນ ຢູ່​ທີ່ Sochi ນັ້ນ​ໃນ​ວັນ​ອາທິດ ມື້ນີ້
ໃນ​ການແຂ່ງຂັນຫລິ້ນ​ແປ້ນ​ກະດານ​ຫິມະ ປະ​ເພດ snowboarding cross event ຝ່າຍ​
ຍິງ ​ໂດຍ​ມີ​ກາ​ນາ​ດາ​ໄດ້​ຫລຽນ​ເງິນ ​ແລະ​ຝຣັ່ງ​ໄດ້​ຫລຽນ​ທອງແດງ.

ໃນເວລາອອກອາກາດນີ້ ສະຫະລັດ​ແມ່ນ​ໄດ້​ຫລຽນ​ຫລາຍ​ທີ່​ສຸດ ຄື​ໄດ້ 16 ຫລຽນ ເທົ່າກັບ
ຮັດ​ເຊຍ ປະ​ເທດເຈົ້າພາບ. ​ແຕ່​ເຢຍລະ​ມັນ​ໄດ້​ຫລຽນ​ຄໍາ​ຫລາຍ​ທີ່​ສຸດ ຄື 7 ຫລຽນ ຕິດຕາມ​
ໂດຍ ສະ​ວິດ​ເຊີ​ແລນ ກັບ ​ນໍ​ເວ ທີ່​ໄດ້​ປະເທດ​ລະ 5 ຫລຽນຄໍາ.

ວີດີໂອ: ອາກາດທີ່ອຸ່ນຂຶ້ນ ຢູ່ໂຊຈີ ສ້າງຄວາມລໍາບາກ ໃຫ້ນັກແລ່ນສະກີ:

Winter Olympics Turns into Spring Skiing
please wait

No media source currently available

0:00 0:03:07 0:00
ລິງໂດຍກົງ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG