ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ລັດຖະມົນຕີຍຸຕິທໍານໍເວ ຍ້ອງຍໍຕໍາຫຼວດ


ທ່ານ Knut Storberget ລັດຖະມົນຕີຍຸຕິທໍານໍເວ ກ່າວຕໍ່ກອງປະຊຸມນັກຂ່າວທີ່ກຸງໂອສໂລ ນໍເວ
ວັນທີ 26 ກໍລະກົດ 2011
ທ່ານ Knut Storberget ລັດຖະມົນຕີຍຸຕິທໍານໍເວ ກ່າວຕໍ່ກອງປະຊຸມນັກຂ່າວທີ່ກຸງໂອສໂລ ນໍເວ ວັນທີ 26 ກໍລະກົດ 2011

ລັດຖະມົນຕີກະຊວງຍຸຕິທຳຂອງນໍເວໄດ້ກ່າວຊົມເຊີຍຕຳຫຼວດໃນການຮັບບມືກັບການໂຈມຕີ
ດ້ວຍອາວຸດປືນແລະລະເບີດທີ່ເຮັດໃຫ້ມີຜູ້ເສຍຊີວິດ 76 ຄົນໃນມື້ວັນສຸກແລ້ວ ໂດຍເວົ້າວ່າ
ພວກຕຳຫຼວດໄດ້ປະຕິບັດໜ້າທີ່ ແບບໜ້າມະຫັດສະຈັນ.

ລັດຖະມົນຕີຍຸຕິທຳ Knut Storberget ກ່າວໃນວັນອັງຄານມື້ນີ້ວ່າມັນເປັນເລື່ອງສຳຄັນທີ່
ຈະໃຊ້ວິທີແບບເປີດເຜີຍແລະວິຈານເພື່ອຊັ່ງຊາ ຕີລາຄາເບິ່ງການຮັບມື ແຕ່ນັ້ນມັນເປັນເວລາ
ສຳລັບທຸກໆຢ່າງ.

ການໃຫ້ຄວາມເຫັນຂອງທ່ານມີຂຶ້ນຫຼັງຈາກໄດ້ມີການຕຳໜິຕິຕຽນຂອງມວນຊົນກ່ຽວກັບການ
ໃຊ້ເວລາດົນປານໃດຕຳຫຼວດຈຶ່ງໄປເຖິງເກາະ Utoeya ບ່ອນທີ່ນາຍ Anders Behring
Breivik ທີ່ເປັນ​ມື​ປືນໄດ້ຖືກ​ກ່າວ​ຫາ​ຖານ​ທໍາການ​ສັງຫານ​ປະຊາຊົນ​ຢ່າງ​ໜ້ອຍ 68 ຄົນ
ນັ້ນ.

ຕຳຫຼວດເວົ້າວ່າ ໃຊ້ເວລາຢ່າງນ້ອຍນຶ່ງຊົ່ວໂມງ ຕຳຫຼວດຈຶ່ງໄປຮອດເກາະດັ່ງກ່າວ ບ່ອນ​ທີ່
ພວກ​ຊາວ​ໜຸ່ມ​ຫລາຍ​ຮ້ອຍ​ຄົນ​ພາກັນ​ໄປໂຮມ​ຊຸມນຸມ​ກັນ​ໃນ​ຄ້າຍ​ພັກ​ລະດູ​ຮ້ອນ​ຂອງ​ພັກ​
ແຮງ​ງານ​.

ນາຍ Breivik ​ໄດ້​ໄປ​ທີ່ນັ້ນ​ຫລັງ​ຈາກ​ຖືກ​ກ່າວ​ຫາ​ວ່າ​ໄດ້ວາງ​ລະ​ເບີດ​ໂຈມ​ຕີ​ໃສ່​ຕຶກ​ອາຄານ​
ໂຮງການລັດຖະບານ​ໃນ​ກຸງ​ໂອສ​ໂລ ​ເຮັດ​ໃຫ້​ປະຊາຊົນ​ເສຍ​ຊີວິດ​ໄປ 8 ຄົນ​ນັ້ນ.

ມີ​ປະຊາຊົນ​ນໍ​ເວ​ຈໍານວນ​ຫລາຍ​ເຖິງ 1 ​ແສນ 5 ໝື່ນຄົນພາກັນ​ຍ່າງໄປ​ຕາມ​ຖະໜົນ​ຫົນທາງ​
ສາຍ​ຕ່າງໆ​ໃນ​ກຸງ​ໂອສ​ໂລ​ ໃນ​ວັນ​ຈັນ​ມື້ວານ​ນີ້ເພື່ອ​ໄວ້ອາ​ໄລນໍາພວກ​ເຄາະຮ້າຍ. ຫຼາຍ​ຄົນ​ທີ່
ປະກອບສ່ວນເຂົ້າ​ໃນ​ການຍ່າງ​ຊຸມນຸມ​ຄັ້ງ​ນີ້​ ໄດ້​ພາກັນ​ຖື​ດອກ​ກຸຫລາບ​ສີຂາວ​ແລະ​ສີ​ແດງ​
ເພື່ອເປັນ​ຂີດ​ໝາຍ​ສະແດງໃຫ້ເຫັນເຖິງ​ຄວາມ​ຮຸນ​ແຮງ​ຮ້າຍ​ກາດ​ທີ່​ສຸດ​ໃນ​ນໍ​ເວ​ນັບ​ແຕ່​ການ​
ຄອບ​ຄອງ​ຂອງ​ພວກ​ນາ​ຊີ​ໃນ​ປາງ​ສົງຄາມໂລກ​ຄັ້ງ​ ທີ​ສອງ​ເປັນ​ຕົ້ນ​ມາ.

XS
SM
MD
LG