ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໐໒ ຕຸລາ ໒໐໒໓

ສານຕັດສິນໃຫ້ການຮັບຟັງ ຄໍາໃຫ້ການຂອງມືປືນ ເປັນການປິດລັບ (ເບິ່ງວີດີໂອ)


ທ່ານ Geir Lippestad, ທະນາຍຄວາມຂອງນາຍ Anders Behring Breivik, ຜູ້ຕ້ອງຫາສັງຫານໝູ່ປະຊາຊົນ ເດີນທາງໄປຮອດສານ ໃນກຸງ Oslo, Norway, ວັນທີ 25 ກໍລະກົດ 2011.

ຜູ້​ພິພາກສາ​ໃນ​ນໍ​ເວ​ໄດ້​ຕັດສິນ​ວ່າ ການ​ຮັບ​ຟັງ​ຄໍາ​ໃຫ້ການຄັ້ງ​ທໍາ​ອິດ ​ຂອງ​ຜູ້​ຕ້ອງ​ຫາ​ທີ່​ສັງຫານປະຊາຊົນ​ເປັນ​ໝູ່​ໃນວັນ​ສຸກ​ຜ່ານ​ມາ​ນັ້ນ ​ເປັນ​ການປິດລັບ.

ຜູ້​ພິພາກສາກ່າວໃນ​ວັນ​ຈັນ​ມື້​ນີ້​ວ່າ ປະຊາຊົນ​ແລະ​ສື່​ມວນ​ຊົນ​ຈະ​ຖືກ ຫ້າມ​ບໍ່​ໃຫ້​ເຂົ້າ​ຮ່ວມ​ໃນ​ການ​ຮັບຟັງ​ຄໍາ​ໃຫ້ການຕໍ່​ສານ ທີ່​ຜູ້​ຕ້ອງ​ຫາ​ໄດ້​ຂໍ ໃຫ້​ເປີດ​ກວ້າງ ເພື່ອ​ວ່າຜູ້ກ່ຽວ​ຈະ​ໄດ້​ໃຫ້​ຄໍາ​ຊີ້​ແຈງ​ເຖິງ​ຈຸດປະສົງ​ຂອງ​ຕົນ​ນັ້ນ.

ນາຍ Anders Behring Breivik ປະ​ເຊີນ​ກັບ​ຂໍ້​ຫາ​ຖານ​ທໍາ​ການກໍ່ການ​ຮ້າຍສໍາລັບ​ການ
ວາງ​ລະ​ເບີດ​ໃສ່​ຕຶກ​ອາຄານ​ສໍານັກງານ​ນາຍົກ ລັດຖະມົນຕີທີ່ນະຄອນຫລວງ Oslo ​ແລະ
ຫລັງ​ຈາກ​ນັ້ນ​ ໄດ້​ທໍາ​ການ​ລະດົມ​ຍິງພວກ​ທີ່​ປະກອບສ່ວນ​ຢູ່ຄ້າຍ​ແຫ່ງ​ນຶ່ງ​ຂອງພວກ​ຊາວ​
ໜຸ່ມ​ໃນ​ເກາະ Utoeya ນັ້ນ. ເຈົ້າ​ໜ້າ​ທີ່ກ່າວ​ວ່າ ການ​ໂຈມ​ຕີ​ທັງ​ສອງ​ບັ້ນ ​ໄດ້​ສັງຫານ​ປະ
ຊາຊົນ 93 ຄົນ ​ແຕ່​ຕໍາຫຼວດ​ໃນ​ນໍ​ເວ ກ່າວ​ໃນ​ວັນ​ຈັນ​ມື້​ນີ້​ວ່າ ອາດ​ຈະ​ມີ​ການ​ດັດ​ແກ້ໂຕ​ເລກ
ນີ້​ໃຫ້​ຕໍ່າລົງ​.

ທະນາຍຄວາມ​ຂອງ​ນາຍ Breivik ກ່າວ​ວ່າ ລູກ​ຄວາມ​ຂອງ​ທ່ານ​ຍອມຮັບ​ສາລະພາບວ່າ
ໄດ້ທໍາ​ການ​ໂຈມ​ຕີ​ທັງ​ສອງ​ບັ້ນ​ ​ແຕ່​ປະຕິ​ເສດ​ວ່າຕົນ​ບໍ່​ໄດ້ກໍ່ອາ​ຊະ​ຍາ​ກໍາ​ໃດໆ. ທະນາຍ
ຄວາມກ່າວ​ວ່າ ນາຍ Breivik ​ເຊື່ອ​ວ່າ ພຶດຕະກໍາ​ຂອງ​ລາວ​ແມ່ນ​ໂຫດຮ້າຍ​ທາລຸນ ​ແຕ່
ຈໍາ​ເປັນເພື່ອນໍາ​ມາ​ຊຶ່ງ​ການ​ປະຕິວັດ​ໃນ​ສັງຄົມ​ນໍ​ເວ​ນັ້ນ.

XS
SM
MD
LG