ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມືປືນທີ່ນໍເວກ່າວວ່າ ຕົນທໍາການໂຈມຕີ ຕາມລໍາພັງຜູ້ດຽວ


ນາຍົກລັດຖະມົນຕີນໍເວ ທ່ານ Jens Stoltenberg, ກາງ, ໄວ້ອາໄລໃຫ້ພວກເຄາະຮ້າຍ ກ່ອນພິທີທີ່ໂບດອອສໂລ, ວັນອາທິດ ທີ 24 ກໍລະກົດ 2011. (AP Photo/Emilio Morenatti)
ນາຍົກລັດຖະມົນຕີນໍເວ ທ່ານ Jens Stoltenberg, ກາງ, ໄວ້ອາໄລໃຫ້ພວກເຄາະຮ້າຍ ກ່ອນພິທີທີ່ໂບດອອສໂລ, ວັນອາທິດ ທີ 24 ກໍລະກົດ 2011. (AP Photo/Emilio Morenatti)

ຕໍາຫລວດ​ແລະ​ທະນາຍຄວາມ​ຂອງ​ຊາຍ​ຄົນ​ນຶ່ງ​ທີ່​ຍອມຮັບ​ສາລະພາບຕໍ່​ການວາງ​ລະ​ເບີດທີ່​ນະຄອນຫລວງ Oslo ​ໃນ​ວັນ​ສຸກ​ຜ່ານ​ມາ​ນີ້ ​ແລະ​ຕໍ່ການລະດົມ​ຍິງ​ສັງຫານ​ຢ່າງ​ປ່ວງ​ບ້າ​ຢູ່ຄ້າຍ​ຊາວ​ໜຸ່ມ​ແຫ່ງ​ນຶ່ງ ກ່າວ​ໃນ​ວັນ​ອາທິດ​ມື້​ນີ້​ວ່າ ຜູ້ກ່ຽວ​ອ້າງ​ວ່າ​ຕົນ​ໄດ້​ທໍາ​ການໂຈມ​ຕີ​ຕາມ​ລໍາພັງຜູ້​ດຽວ​ ​ເຖິງ​ແມ່ນພວກ​ທີ່​ເຫັນ​ເຫດການ​ບາງ​ຄົນ​ກ່າວ​ວ່າ ມີ​ມື​ປືນ​ຄົນທີ​ສອງຮ່ວມ​ນໍາ​ ກໍ​ຕາມ.

ທາງ​ການ​ນໍ​ເວ ກ່າວ​ວ່າ ນາຍ Anders Behring Breivik ຍອມຮັບ ສາລະພາບ​ວ່າ ຕົນໄດ້​ທໍາ​ການ​ໂຈມ​ຕີທັງ 2 ບັ້ນແຕ່​ປະຕິ​ເສດ​ຕໍ່ຄວາມ​ຜິດ​ທາງ​ອາຍາ ​ໂດຍ​ກ່າວ​ວ່າ ພຶດຕະກໍາ​ຂອງ​ຕົນ ຊຶ່ງ​ໄດ້​ເຮັດ​ໃຫ້​ຜູ້​ຄົນ​ເສຍ​ຊີວິດ​ໄປ 92 ຄົນ​ນັ້ນ​ ແມ່ນ​ໂຫດຮ້າຍ​ທາລຸນ ​ແຕ່ເປັນ​ສິ່ງ​ຈໍາ​ເປັນ.

ທ່ານ Sveinung Sponheim ຜູ້​ວ່າ​ໜ້າ​ທີ່​ແທນ​ຫົວໜ້າ​ຕໍ​າຫລວດ ອອສ​ໂລກ່າວ​ຕໍ່​ກອງ​ປະຊຸມ​ນັກ​ຂ່າວ​ໃນ​ວັນ​ອາທິດ​ມື້​ນີ້​ວ່າ ບໍ່​ມີ​ຜູ້​ຕ້ອງ​ຫາ​ຄົນ​ອື່ນໆພົວພັນ​ໃນ​ການ​ໂຈມ​ຕີເຫລົ່າ​ນີ້ ​ແຕ່​ທາງ​ການຈະ​ທໍາ​ການ​ສືບ​ສວນ​ສອບສວນທຸກ​ສິ່ງ​ທຸກ​ຢ່າງ​ທີ່​ນາຍ Breivik ​ໄດ້​ເວົ້າ​ໄປ.

ນາຍ Breivik ​ໄດ້​ຖືກ​ກ່າວຫາ​ຖານ​ທໍາ​ການ​ກໍ່​ການ​ຮ້າຍ ​ແລະ​ຈະ​ຖືກ​ຟ້ອງ​ຮ້ອງ​ໃນ​ວັນ​ຈັນ​ມື້​ອື່ນ​ນີ້.

ທ່ານ Geir Lippestad ທະນາຍຄວາມ​ຝ່າຍ​ຈໍາ​ເລີຍ ກ່າວ​ໃນ​ວັນ​ເສົາ ວານ​ນີ້​ວ່າ ນາຍ Breivik ​ໄດ້​ສະ​ແດງ​ຄວາມ​ເຕັມ​ໃຈ​ທີ່​ໃຫ້​ຄໍາ​ອະທິບາຍ ດ້ວຍ​ຕົນ​ເອງ​ຕໍ່​ສານ​.

ນາຍ Breivik ​ໄດ້​ຖືກ​ຈັບ​ກຸມ​ໃນ​ຂໍ້​ຫາ​ຖານ​ທໍາ​ການ​ຍິງ​ຜູ້​ຄົນ​ຕາຍ​ຢ່າງ​ໜ້ອຍ 85 ຄົນ​ໃນ​ຄ້າຍ​ຊາວ​ໜຸ່ມ​ແຫ່ງ​ນຶ່ງ​ໃນ​ເກາະ Utoeya ທີ່​ງຽບ​ສະຫງົບ ທີ່​ພັກ​ແຮງ​ງານ​ທີ່​ປົກຄອງປະ​ເທດ​ໃນ​ປັດຈຸບັນ​ຈັດ​ຂຶ້ນ ​ແລະໄດ້ ສັງຫານ​ຜູ້​ຄົນ​ຕື່ມ​ອີກ 7 ຄົນ​ ​ໃນ​ການວາງລະ​ເບີດລົດ​ຄັນ​ນຶ່ງ​ ທີ່
ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ຕຶກ​ອາຄານ​ລັດຖະບານ​ຈໍານວນ​ນຶ່ງ​ໃນ​ນະຄອນຫລວງ Oslo ຂອງ Norway​.

XS
SM
MD
LG