ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

Norway ທໍາ​ພິທີຂີ​ດໝາຍ​ ວັນ​ຄົບຮອບນຶ່ງ​ປີ ​ຂອງ​ການ​ສັງຫານໝູ່ 77 ຄົນ


ຍ້ອນຫລັງໄປຍັງເຫດການ ສັງຫານໝູ່ສອງບັ້ນພ້ອມກັນ ທີ່ Norway ເມື່ອວັນທີ່ 22 ກໍລະກົດ ປີ 2011.
ຍ້ອນຫລັງໄປຍັງເຫດການ ສັງຫານໝູ່ສອງບັ້ນພ້ອມກັນ ທີ່ Norway ເມື່ອວັນທີ່ 22 ກໍລະກົດ ປີ 2011.

ໃນ​ວັນ​ອາທິດ​ມື້​ນີ້ ປະ​ເທດ​ນໍ​ເວ ທໍາ​ພິທີເປັນຂີ​ດໝາຍ​ວັນ​ຄົບຮອບນຶ່ງ​ປີ​ຂອງ​ການ​ໂຈມ​ຕີ​ສອງ​ບັ້ນ​ພ້ອມ​ກັນ ທີ່​ຍັງ​ຜົນ​ໃຫ້​ມີ​ຜູ້​ເສຍ​ຊີວິດ 77 ຄົນ.

ມີ​ກໍານົດຈັດ ພິທີ​ຕ່າງໆ​ເພື່ອ​ລະນຶກ​ເຖິງ​ວັນ​ດັ່ງກ່າວ​ນີ້ ​ຂຶ້ນຢູ່​ທົ່ວ​ນໍ​ເວ ​ໃນ​ຂະນະ​ທີ່​ປະ​ເທດໃນເຂ​ດ Scandinavia ​ແຫ່ງນີ້ ລະນຶກເຖິງເຫດການ ໂຈມ​ຕີຄັ້ງ​ນັ້ນ ທີ່​ນາຍົກ​ລັດຖະມົນຕີນໍ​ເວ ທ່ານ Jens Stoltenberg ​ກ່າວ​ວ່າ ​ເປັນ​ເຫດການ​ທີ່​ຮ້າຍ​ແຮງ​ທີ່​ສຸດ​ໃນ​ນໍ​ເວ ນັບ​ຕັ້ງ​ແຕ່​ສົງ​ຄາມໂລກ​ຄັ້ງ​ທີ່​ສອງ​ເປັນ​ຕົ້ນ​ມາ.

ເຫດ​ເກີດ​ຂື້ນ​ເມື່ອ ວັນ​ທີ 22 ​ເດືອນ​ກໍລະກົດ ປີ 2011 ​ເວລານາຍ Anders Behring Breivik ​ໄດ້​ຈູດ​ຂະ​ນວນ​ລະ​ເບີດ​ລູກ​ນຶ່ງ​ແຕກ​ຂຶ້ນຢູ່ໃກ້ ຕຶກໂຮງການ​ແຫ່ງ​ນຶ່ງ​ຂອງ​ລັດຖະບານ ທີ່​ສັງຫານ 8 ຄົນ. ຫຼັງຈາກ​ນັ້ນ​ ນາຍ Breivik ກໍ​ໄດ້​ເປີດ​ສາກ​ຍິງ​ຢ່າງ​ເມົາ​ມັນ ​ໃສ່ຜູ້​ຄົນ​ທີ່​ແຄ້ມ​ເຍົາວະ​ຊົນ​ແຫ່ງ​ນຶ່ງ ຢູ່ເກາະ Utoeya ​ໂດຍ​ໄດ້​ສັງຫານ 69 ຄົນ ສ່ວນຫຼາຍ​ແມ່ນ​ພວກ​ໄວ​ລຸ້ນ.

ນາຍ Breivik ຊຶ່ງ​ມີອາຍຸ​ໄດ້ 32 ປີ ​ໃນ​ເວລາ​ກໍ່​ເຫດ​ນັ້ນ ​ໄດ້ຍອມຮັບ​ເອົາ​ຄວາມ​ຮັບຜິດຊອບໃນ​ການ​ສັງ​ໝູ່ດັ່ງກ່າວ​ຢ່າງ​ງ່າຍໆ ​ໂດຍ​ເວົ້າ​ວ່າ ຕົນມີ​ເຫດຜົນ​ອັນ​ຖືກຕ້ອງຊອບ​ທໍາ​ ຍ້ອນ​ວ່າ​ພວກເຄາະ​ຮ້າຍ​ເຫຼົ່ານັ້ນ ​ໄດ້​ຊ່ວຍ ເຮັດໃຫ້ປະ​ເທດ​ນໍ​ເວ ກາຍ​ເປັນ​ປະ​ເທດ​ອິສລາມ.

ການ​ດໍ​າ​ເນີນ​ຄະດີ​ນາຍ Breivik ​ໄດ້​ສິ້ນ​ສຸດ​ລົງ​ເມື່ອ​ເດືອນ​ຜ່ານ​ມາ ​ແລະ ຄາດ​ວ່າ​ ສານ​ຈະ​ຕັດສິນຄະດີໃນ​ເດືອນ​ໜ້າ​ນີ້.

XS
SM
MD
LG