ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫລີເໜືອວ່າ ປະຊາຊົນ 99.9% ອອກໄປໃຊ້ສິດ ເລືອກຕັ້ງ ໃນວັນອາທິດຜ່ານມາ.


An employee works at a textile mill in Jiujiang, Jiangxi province, China.
An employee works at a textile mill in Jiujiang, Jiangxi province, China.

ອົງການ​ຂ່າວ​ທາງ​ການ​ເກົາຫລີ​ເໜືອ​ກ່າວ​ວ່າ ປະ​ເທດ​ໄດ້​ລົງມະຕິ​ເຫັນ​ດີຢ່າງ​ເປັນ​ເອກະສັນ
ກັບ​ຄະນະ​ນໍາພາ​ທີ່​ໄດ້​ຮັບ​ການ​ສະໜັບສະໜຸນ​ຈາກ​ລັດ ໃນ​ລະຫວ່າງ​ການ​ເລືອກ​ຕັ້ງ​ພາຍ​ໃນ​
ທ້ອງ​ຖິ່ນ​ທີ່​ໄຂ​ຂຶ້ນ​ໃນ​ທົ່ວ​ປະ​ເທດ​ໃນວັນ​ອາທິດ​ຜ່ານ​ມາ​ນີ້.

ອົງການ​ຂ່າວສູນກາງ KCNA ກ່າວ​ວ່າ ພວກ​ປະຊາຊົນ​ທີ່​ມີ​ສິດ​ປ່ອນ​ບັດ​ເລືອກ​ຕັ້ງ​ໃນ​ຈໍານວນ
99.97 ​ເປີ​ເຊັນ​ ໄດ້​ອອກ​ໄປ​ປ່ອນ​ບັດ​ເລືອກ​ຕັ້ງ. ບໍ່​ມີ​ຄົນໃດປ່ອນ​ບັດ​ຄັດຄ້ານ​ຕໍ່​ບັນດາ​ຜູ້​ສະ
ມັກ​ຮັບ​ເລືອກ​ຕັ້ງ​ທີ່​ໄດ້​ລົງທະບຽນ​ນັ້ນ.

ມີ​ຜູ້​ແທນ​ຈໍານວນ​ຫລາຍ​ກວ່າ 28 ພັນ​ຄົນ​ຖືກ​ເລືອກ​ຕັ້ງ​ໃນລະດັບແຂວງ ລະດັບຫົວເມືອງ
ໃຫຍ່​ແລະ​ຫົວເມືອງນ້ອຍຕ່າງໆ.

ອົງການ​ຂ່າວ​ນີ້​ຍັງ​ເວົ້າ​ຕື່ມ​ວ່າ ຜົນ​ການ​ເລືອກ​ຕັ້ງ​ຢ່າງ​ເປັນ​ເອກະສັນ​ນີ້ສະ​ແດງ​ໃຫ້​ເຫັນ​ເຖິງ​
ຄວາມ​ສາມັກ​ຄີເປັນຈິດ​ນຶ່ງ​ໃຈ​ດຽວ​ຂອງ​ຖັ້ນ​ແຖວປະຕິວັດ​ແລະ​ຄວາມ​ໄດ້​ປຽບ​ຂອງ​ລັດ​ທີ​ສັງຄົມ​
ນິຍົມ​ແບບ​ເກົາຫລີ​ນັ້ນ. ຕາມ​ທໍາ​ມະ​ດາ​ແລ້ວ ພວກ​ສະພາ​ປະ​ຈໍາ​ທ້ອງ​ຖິ່ນ​ພົບ​ປະກັນ​ເທື່ອ​ນຶ່ງ ​
ຫລື 2 ​ເທື່ອຕໍ່​ປີ ເພື່ອ​ໂອ້ລົມ​ສົນທະນາ​ກັນ​ເລື້ອງ​ງົບປະມານ​ໃນ​ທ້ອງ​ຖິ່ນແລະ​ມາດ​ຕະການ​
ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ກົດ​ໜາຍ​ຕ່າງໆ ຕະຫຼອດ​ທັງ ໃຫ້ການ​ສະໜັບ​ສະ​ໜຸນ​ຄະນະ​ນໍາພາ​ທີ່ ລັດ​ໄດ້​ຄັດ​ເລືອກ​ມາ​ແລ້ວ​ນັ້ນ.

XS
SM
MD
LG