ຄະນະຜູ້ແທນທີ່ປະກອບດ້ວຍເຈົ້າໜ້າທີ່ທະຫານຂັ້ນສູງຂອງຈີນຄະນະນຶ່ງ ໄດ້ໄປເຖິງເກົາຫລີ
ເໜືອ ໃນວັນເສົາວານນີ້ ເພື່ອທຳການຢ້ຽມຢາມ ເປັນເວລາ 4 ວັນ ເພື່ອຮັດແໜ້ນຄວາມ
ສໍາພັນສອງຝ່າຍ.
ຄະນະຜູ້ແທນທີ່ນໍາພາໂດຍ ທ່ານນາຍພົນ Guo Boxiong, ຮອງປະທານຄະນະກໍາມະ
ການກາງຂອງກອງທັບປະຈໍານະຄອນຫລວງປັກກິ່ງ ໄດ້ຮັບການຕ້ອນຮັບຈາກບັນດາເຈົ້າ
ໜ້າທີ່ທະຫານຂັ້ນສູງ ຂອງເກົາຫລີເໜືອຫລາຍທ່ານ ທີ່ເດີ່ນບິນນະຄອນຫລວງພຽງຢາງ.
ຈາກນັ້ນ ເຈົ້າໜ້າທີ່ທະຫານຂັ້ນສູງຂອງຈີນ ໄດ້ໄປເຂົ້າຮ່ວມງານລ້ຽງຮັບຮອງ ແລະຊົມການ
ສະແດງທີ່ເອີ້ນວ່າ “ອາຣີດັງ” ຫລືການສະແດງກາຍຍະກໍາ ແລະ ສິນລະປະອັນຫຍິ່ງໃຫຍ່
ຮ່ວມກັບທ່ານກິມຢົງນໍາ, ປະທານບໍລິຫານສູງສຸດຂອງສະພາແຫ່ງຊາດເກົາຫລີເໜືອ.
ການສະແດງດັ່ງກ່າວເປັນພາກສ່ວນນຶ່ງຂອງການລະນຶກເຖິງວັນຄົບ ຮອບ 60 ປີ ທີ່ກອງ
ທະຫານຈີນໄດ້ເຂົ້າຮ່ວມໃນສົງຄາມເກົາຫລີ.
ຈີນທີ່ໄດ້ໃຫ້ຄວາມຊ່ວຍເຫລືອແກ່ຝ່າຍເກົາຫລີເໜືອ ໃນລະຫວ່າງສົງຄາມ ໃນຊຸມປີ 1950
-53 ນັ້ນ ປັດຈຸບັນເປັນປະເທດທີ່ໃຫ້ການສະໜັບສະໜູນຕົ້ນຕໍແກ່ລັດຖະບານພຽງຢາງ ທັງ
ທາງດ້ານເສດຖະກິດ ແລະ ດ້ານການທູດ.
ການຢ້ຽມຢາມໃນຄັ້ງນີ້ຂອງຄະນະເຈົ້າໜ້າທີ່ທະຫານຈີນ ມີຂຶ້ນໃນຂະນະທີ່ຜູ້ນໍາເກົາຫລີເໜືອ
ທ່ານກິມຈົງອິລ ກຳລັງກະກຽມເອົາທ້າວກິມຈົງອຸນ ລູກຊາຍຫລ້າຂອງທ່ານ ຂຶ້ນກຳອໍານາດ
ຕໍ່ຈາກທ່ານ.