ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໄຟປ່າ ໄໝ້ລາມ ທາງພາກເໜືອ ຄາລິຟໍເນຍ ຈຶ່ງຮຽກຮ້ອງ ໃຫ້ປະຊາຊົນ ຍົກຍ້າຍອອກ


ນາງ Vicki Nightingale ຊີດນ້ຳໃສ່ເຮືອນຂອງລາວ ຢູ່ໃນເມືອງ Glen Ellen ລັດ California, ວັນທີ 11 ຕຸລາ 2017.
ນາງ Vicki Nightingale ຊີດນ້ຳໃສ່ເຮືອນຂອງລາວ ຢູ່ໃນເມືອງ Glen Ellen ລັດ California, ວັນທີ 11 ຕຸລາ 2017.

ການພະຍາກອນອາກາດ ໃນວັນພະຫັດມື້ນີ້ ສຳລັບ ທາງພາກເໜືອ ຂອງລັດຄາລິຟໍເນຍ
ນັ້ນ ກໍຈະມີລົມແຮງ ແລະ ມີຄວາມຊຸ່ມຕ່ຳ ອັນເປັນສະພາບທີ່ຈະເຮັດໃຫ້ເປັນການຍາກ
ທີ່ສຸດ ທີ່ຈະຄວບຄຸມໄຟປ່າ ຂະໜາດໃຫຍ່ 22 ແຫ່ງໄດ້ ເຊິ່ງໃນປັດຈຸບັນນີ້ ກຳລັງລຸກໄໝ້
ຢູ່ທາງພາກເໜືອ ຂອງນະຄອນ San Francisco ຢູ່ນັ້ນ.

ໄຟໄໝ້ປ່າ ໃນລັດຄາລິຟໍເນຍ
ໄຟໄໝ້ປ່າ ໃນລັດຄາລິຟໍເນຍ

ໄຟປ່າທີ່ພວມລຸກໄໝ້ຢູ່ນີ້ ຍັງແຜ່ລາມອອກໄປ ໃນວັນພຸດວານນີ້ ເຊິ່ງໄດ້ເພີ່ມຄວາມຮ້າຍ
ແຮງຂຶ້ນ ໂດຍມີລົມພັດຢ່າງສະມ່ຳສະເໝີ ທີ່ໄດ້ກົດດັນໃຫ້ມີການຍົກຍ້າຍຊຸດໃໝ່ຂຶ້ນ
ໃນວົງລອມທີ່ກວ້າງໃຫຍ່ ຂອງໄພອັນຕະລາຍຈາກໄຟ ຕື່ມອີກ.

ຢ່າງໜ້ອຍ 23 ຄົນ ໄດ້ເສຍຊີວິດ ແລະ ຫຼາຍກວ່າ 300 ຄົນ ໄດ້ຫາຍສາບສູນ. ສາຍສົ່ງ ໄຟຟ້າທີ່ຍັງມີກະແສໄຟ ແມ່ນລຽງລາຍຢູ່ຕາມຖະໜົນ ໃນຄຸ້ມບ້ານເຮືອນຕ່າງໆ ທີ່ຖືກ
ໄຟໄໝ້ ໃນຂະນະທີ່ ພວກເຈົ້າໜ້າທີ່ມອດໄຟ ໄດ້ຕໍ່ສູ້ກັບໄຟ ໃນສະພາບທີ່ແຫ້ງແລ້ງ.
ສິ່ງທັງໝົດທີ່ຫລົງເຫຼືອຢູ່ ໃນຄຸ້ມບ້ານບາງສ່ວນ ແມ່ນມີພຽງປ່ອງແປວໄຟທີ່ຖືກເຜົາ
ໄໝ້ຈົນດຳ ແລະ ພວກຕົ້ນໄມ້ຖືກເຜົາເປັນຖ່ານ ແລະ ລົດຫຼາຍຄັນ ທີ່ປະຖິ້ມ. ບັນດາ
ເຈົ້າໜ້າທີ່ ກ່າວວ່າ ບ້ານເຮືອນ ແລະຫ້າງຮ້ານທຸລະກິດ ຢ່າງໜ້ອຍ 3,500 ຫຼັງ ໄດ້
ຖືກທຳລາຍ.

ເຫັນໄດ້ວ່າ ເຮືອນຫຼາຍຫຼັງຖືກໄຟໄໝ້ ຢູ່ໃນພື້ນທີ່ເຂດ Coffey Park, ວັນທີ 11 ຕຸລາ 2017, ໃນເມືອງ Santa Rosa ລັດ California.
ເຫັນໄດ້ວ່າ ເຮືອນຫຼາຍຫຼັງຖືກໄຟໄໝ້ ຢູ່ໃນພື້ນທີ່ເຂດ Coffey Park, ວັນທີ 11 ຕຸລາ 2017, ໃນເມືອງ Santa Rosa ລັດ California.

ໄຟກຳລັງເຜົາໄໝ້ ໃນພື້ນທີ່ເກືອບ 69,000 ເຮັກຕາ ໃນຫລາຍໆເມືອງໂດຍມີ ສວນ
ອະງຸ່ນ ແລະ ອຸດສາຫະກຳເຫຼົ້າແວັງ ທີ່ມີຊື່ສຽງຂອງໂລກ ເຊິ່ງບາງສ່ວນ ໄດ້ຖືກທຳລາຍ.

ຕຳຫຼວດໄດ້ກີດກັນ ທາງຫຼາຍສາຍ ແລະ ຫ້າມບໍ່ໃຫ້ຜູ້ຄົນ ເຂົ້າໄປໃນຄຸ້ມບ້ານຕ່າງໆ
ທີ່ໄດ້ຖືກທຳລາຍ ບ່ອນທີ່ພວກຄົນຈຳນວນນຶ່ງ ໄດ້ກ່າວວ່າ ພວກເຂົາເຈົ້າ ບໍ່ສາມາດ
ເບິ່ງອອກ ວ່າເປັນຖະໜົນສາຍຕ່າງໆ ແລະ ບໍລິເວນອ້ອມແອ້ມໄດ້ອີກຕໍ່ໄປ.

ຊົມວີດີໂອ: ຊາວຄາລິຟໍເນຍ ຢູ່ທາງພາກເໜືອ ກັບຄືນໄປເຮືອນ ແລ້ວພົບກັບສະພາບ ຄວາມເສຍຫາຍ

Some Northern Californians Return Home to Face Devastation
please wait

No media source currently available

0:00 0:02:51 0:00

ແຕ່ທ້າວ Dave Larson ຈາກເມືອງ Glen Ellen ລັດຄາລິຟໍເນຍ ໄດ້ລັກລອບເຂົ້າໄປ
ໃນຄຸ້ມບ້ານທີ່ໄດ້ຖືກທຳລາຍ ເພື່ອຊອກຫາ ພວກແມວຂອງລາວ ແລະເບິ່ງວ່າ ເຮືອນ
ໄກ້ຄຽງໃດໆ ຍັງຈະຕັ້ງຢູ່ບໍ່. ລາວກໍໄດ້ຮັບຮູ້ວ່າ ເຮືອນຂອງລາວບໍ່ເຫຼືອຫຍັງເລີຍ.

ທ້າວ Larson ໄດ້ກ່າວຢູ່ໃກ້ໆເຮືອນຂອງລາວ ວ່າ “ອັນນີ້ ສຳລັບຂ້ອຍ ແມ່ນຄືກັນກັບ
ລະເບີດນິວເຄລຍ ໄດ້ແຕກຂຶ້ນ. ຂ້ອຍໄດ້ຕື່ນຂຶ້ນມາຕອນເຊົ້າ ສອງມື້ກ່ອນ ຄິດວ່າ
ມັນເປັນຄວາມຝັນກໍເປັນໄດ້ ແຕ່ຕໍ່ຈາກນັ້ນ ຂ້ອຍກໍຮູ້ຈັກວ່າ ຂ້ອຍບໍ່ມີຫຍັງເລີຍ.
ປັດຈຸບັນນີ້ ຂ້ອຍໃສ່ເຄື່ອງຂອງຄົນອື່ນ. ມັນແປກປະຫຼາດ ທີ່ບໍ່ມີຫຍັງເລີຍ.”

ໃນຂະນະທີ່ ລາວໄດ້ສຳຫຼວດເບິ່ງຄວາມເສຍຫາຍຢູ່ນັ້ນ ລາວໄດ້ຮູ້ສຶກປະຫຼາດໃຈ ວ່າ
ເປັນຫຍັງ ເຮືອນບາງຫຼັງ ຢູ່ໃກ້ຄຽງເຮືອນຂອງລາວ ຈຶ່ງລອດມາໄດ້. ລາວໄດ້ກ່າວວ່າ
ລາວເສຍໃຈທີ່ລາວ ບໍ່ໄດ້ຢູ່ໃນເຮືອນຂອງລາວ ເຊັ່ນພວກເຮືອນໃກ້ຄຽງຂອງລາວ ທີ່ໄດ້ຢືນຢູ່ເທິງຫລັງຄາເຮືອນໂດຍໃຊ້ສາຍຢາງ ຈາກເຮືອນຂອງລາວ ແລະ ຕໍ່ສູ້ກັບໄຟ
ດ້ວຍຕົວລາວເອງ.

California Wildfires
please wait
Embed

No media source currently available

0:00 0:01:33 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG