ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຜູ້ປົກຄອງ ລັດຄາລີຟໍເນຍ ປະກາດ ພາວະ ສຸກເສີນ ກ່ຽວກັບ ໄຟໄໝ້ປ່າ ຢູ່ລັດດັ່ງກ່າວ


ໄຟປ່າຄາຣຣ໌ ກໍາລັງໄໝ້ຢູ່ເມືອງຊາສຊາ ລັດຄາລີຟໍເນຍ ວັນທີ 26 ກໍລະກົດ 2018.
ໄຟປ່າຄາຣຣ໌ ກໍາລັງໄໝ້ຢູ່ເມືອງຊາສຊາ ລັດຄາລີຟໍເນຍ ວັນທີ 26 ກໍລະກົດ 2018.

ບັນດາ​ເຈົ້າ​ໜ້າ​ທີ່​ດັບ​ໄຟ​ຢູ່​ພາກ​ເໜືອ​ລັດ​ຄາ​ລີ​ຟໍ​ເນຍ ກ່າວ​ວ່າ ຄົນ​ຂັບ​ລົດ​ດຸດ​ຜູ້ນຶ່ງ ໄດ້​
ເສຍ​ຊີວິດ ​ແລະ​ພວກ​ດັບ​ໄຟອີກ​ສາມ​ຄົນ​ໄດ້​ຮັບ​ບາດ​ເຈັບ​ ໃນການ​ຕໍ່​ສູ້​ກັບໄຟ​ໄໝ້​ປ່າ​ທີ່
ກຳລັງ​ລາມອອກ.

​ທ່ານ​ສະ​ກັອຕ ​ແມັກລີ​ນ ​ໂຄ​ສົກ​ຄົນ​ນຶ່ງ​ຂອງ​ໜ່ວຍ​ມອດ​ໄຟ ທີ່ກຳລັງ​ຕໍ່ສູ້​ກັບ​ໄຟ​ປ່າຢູ່​ໃນ​
ຂົ​ງ​ເຂດ​ກ່າວ​ວ່າ ​ໄຟ “ກຳລັງໄໝ້​ທຸກ​ສິ່ງທຸກ​ຢ່າງທີ່ຢູ່​ເສັ້ນທາງ​ຂອງ​ມັນ."

ໄຟໄໝ້ປ່າຢູ່ຕາມທາງຮາຍເວ 299 ໃນເມືອງເຣດດິງ ລັດຄາລິຟໍເນຍ ວັນທີ 26 ກໍລະກົດ 2018.
ໄຟໄໝ້ປ່າຢູ່ຕາມທາງຮາຍເວ 299 ໃນເມືອງເຣດດິງ ລັດຄາລິຟໍເນຍ ວັນທີ 26 ກໍລະກົດ 2018.

​ໃນ​ຂະນະ​ທີ່​ໄຟປ່າ​ກຳລັງ​ໄໝ້​ຢູ່ ​ທັງໃນ​ພາກ​ເໜືອ ​ແລະ​ພາກ​ໃຕ້​ຂອງ​ລັດ​ຄາ​ລິ​ຟໍ​ເນຍ ບັນ
ດາ​ເຈົ້າ​ຂອງ​ເຮືອນ​ຊານ​ໄດ້​ຖືກ​ບັງຄັບ​ໃຫ້​ຫລົບໜີອອກ​ຈາກ​ບ້ານ​ເຮືອນ​ເຂົາ​ເຈົ້າ ​ໃນ​ຂະ
ນະ​ທີ່ໄຟ​ຂົ່ມຂູ່​ ທີ່​ຈະ​ໄໝ້ລາມໃສ່​ເຄຫາ​ສະຖານ​ຕ່າງໆ.

ເຮືອນຫຼາຍ​ສິບ​ຫຼັງ​ໄດ້​ຮັບເຄາະ​ຮ້າຍ​ຈາກ​ໄຟ​ປ່າຄັ້ງ​ໃຫຍ່ ​ໃນ​ຂະນະ​ທີ່​ບ້ານ​ເຮືອນ​ຈຳນວນ
​ນຶ່ງ​ ໄດ້​ລອດມາ​ໄດ້ຢ່າງ​ມະຫັດສະຈັນ.

ຫົວໜ້າດູແລສວນສາທາລະນະ ລັດຄາລີຟໍເນຍ ທ່ານລໍຣີ ມາຣຕິນ ກຳລັງເບິ່ງອາຄານທີມີປະວັດ ເກົ່າແກ່ ໃນເມືອງຊາສຕາ ລັດຄາລີຟໍເນຍ ວັນທີ 26 ກໍລະກົດ 2018.
ຫົວໜ້າດູແລສວນສາທາລະນະ ລັດຄາລີຟໍເນຍ ທ່ານລໍຣີ ມາຣຕິນ ກຳລັງເບິ່ງອາຄານທີມີປະວັດ ເກົ່າແກ່ ໃນເມືອງຊາສຕາ ລັດຄາລີຟໍເນຍ ວັນທີ 26 ກໍລະກົດ 2018.

​ຜູ້​ປົກຄອງ​ລັດຄາລີຟໍເນຍ ທ່ານ​ແຈຣີ ບຣາວນ໌ ​ໄດ້​ປະກາດ​ພາວະ​ສຸກ​ເສີນ ຢູ່ໃນທັງສອງ
​ເຂດ​ຂອງ​ລັດ.
ພວກ​ເຈົ້າ​ໜ້າ​ທີ່​ສົງ​ໄສວ່າ ​ມີ​ການວາງ​ເພີງ ຢູ່​ທາງພາກ​ໃຕ້ລັດ​ຄາ​ລີ​ຟໍ​ເນ​ຍ ທີ່ພາໃຫ້​ເກີດ​
ໄຟ​ໄໝ້ ​ແລະ​ໄດ້​ຈັບ​ຜູ້​ພາສ

ຕ້ອງ​ສົງ​ໄສ​ຄົນ​ນຶ່ງແລ້ວ.

ອ່ານຂ່າວນີ້ເພີ້ມເປັນາອັງກິດ

California Wildfires
please wait
Embed

No media source currently available

0:00 0:00:37 0:00

XS
SM
MD
LG