ເຈົ້າໜ້າທີ່ໃນພາກຕາເວັນອອກສຽງໃຕ້ຂອງອິນເດຍ ກ່າວວ່າ ຢ່າງໜ້ອຍ 84 ຄົນໄດ້ເສຍຊີວິດ ແລະອີກ 200 ຄົນ ໄດ້ຖືກນຳໂຕ ໄປສົ່ງທີ່ໂຮງໝໍ ຈຳນວນນຶ່ງແມ່ນມີອາການສາຫັດ ຫຼັງຈາກໄດ້ດື່ມເຫຼົ້າເຖື່ອນ.
ດຣ. ຣາທູລ ບໍໂດລອຍ ກ່າວຕໍ່ອົງການຂ່າວຝຣັ່ງ AFP ວ່າ “ຜູ້ຄົນເຫຼົ່ານີ້ທີ່ຖືກສົ່ງມາໂຮງໝໍ ແມ່ນມີການຮາກຢ່າງແຮງ ເຈັບໜ້າເອິກ ແລະຫາຍໃຈບໍ່ຮອດທ້ອງ."
ສະຖານະການດັ່ງກ່າວ ເຮັດໃຫ້ໂຮງໝໍໃນເຂດທ້ອງຖິ່ນ ຮັບມືບໍ່ໄດ້.
ທ່ານຮີມານຕາ ບິສວາ ຫົວໜ້າພະແນກສາທາລະນະສຸກ ຂອງແຄວ້ນອັສສຳ ກ່າວຕໍ່ອົງການຂ່າວຣອຍເຕີ້ວ່າ “ພວກທ່ານໝໍຈາກເຂດໃກ້ຄຽງ ແລະວິທະຍາ ໄລການແພດ ໄດ້ຖືກສົ່ງໄປຮັບມືກັບວິກິດການດັ່ງກ່າວ.
ພວກເຄາະຮ້າຍຫຼາຍຄົນ ແມ່ນເປັນຄົນງານມາຈາກສວນຊາ.
ຕຳຫຼວດໄດ້ເລີ້ມການສືບສວນ ແລະມີຫຼາຍໆຄົນໄດ້ຖືກຈັບກຸມແລ້ວ.
ມີຫຼາຍຮ້ອຍຄົນໄດ້ເສຍຊີວິດໃນແຕ່ລະປີຍ້ອນການດື່ມເຫຼົ້າລາຄາຖືກທີ່ຜະລິດຢ່າງຜິດກົດໝາຍ.
ເມື່ອເກືອບສອງອາທິດກ່ອນນີ້ ມີຫຼາຍກວ່າ 100 ຄົນໄດ້ເສຍຊີວິດ ຢູ່ໃນພາກເໜືອຂອງປະເທດອິນເດຍ ຍ້ອນດື່ມເຫຼົ້າທີ່ມີສານພິດປົນຢູ່.