ເກົາຫລີເໜືອ ແລະເກົາຫລີໃຕ້ ກໍາລັງຕຽມການຂັ້ນສຸດທ້າຍ
ເພື່ອການເຈລະຈາໃນລະດັບສູງຂອງລັດຖະບານເປັນເວລາ
ສອງວັນ ແບບທີ່ບໍ່ຄ່ອຍໄດ້ເຫັນກັນ ທີ່ ຈະເລີ້ມໃນວັນພຸດມື້
ອຶ່ນນີ້.
ຍັງບໍ່ທັນເປັນທີ່ຈະແຈ້ງເທື່ອວ່າ ລັດຖະບານຂອງປະເທດທັງ
ສອງ ຈະສົ່ງຜູ້ຕາງ ໜ້າໃນລະດັບໃດ ໄປຮ່ວມການເຈລະຈາ
ດັ່ງກ່າວ ຊຶ່ງຖືວ່າ ເປັນການເຈລະຈາທີ່ ສໍາຄັນສຸດ ລະຫວ່າງ
ສອງເກົາຫລີ ໃນຮອບຫຼາຍໆປີ.
ເກົາຫລີເໜືອ ໄດ້ປ່ຽນທ່າທີ ຈາກການຕົກລົງກັນໃນຂັ້ນຕົ້ນ ທີ່ຈະກ່າວອ້າງເຖິງການເຈລະຈານີ້ວ່າ ເປັນການເຈລະຈາ “ລະດັບລັດຖະມົນຕີ.” ບັດນີ້ ທັງສອງຝ່າຍກ່າວວ່າ ເຂົາເຈົ້າຈະສົ່ງເຈົ້າໜ້າທີ່ຂັ້ນສູງຂອງລັດຖະບານທີ່ຍັງບໍ່ທັນໄດ້ລະ ບຸເທື່ອວ່າແມ່ນໃຜ ໄປຮ່ວມ. ປະເທດທັງສອງຊຶ່ງເປັນຄູ່ປໍລະປັກ ບໍ່ໄດ້ມີການເຈ ລະຈາໃນລະດັບລັດຖະ
ມົນຕີ ມາຕັ້ງແຕ່ປີ 2007.
ປະທານາທິບໍດີເກົາຫລີໃຕ້ ທ່ານນາງ Park Geun-hye ກ່າວໃນວັນອັງຄານມື້ນີ້ວ່າ ທ່ານນາງຫວັງວ່າ ການເຈລະຈາທີ່ວ່ານີ້ຈະນຳເອົາສັນຕິພາບອັນຍາວນານມາສູ່ແຫລມເກົາຫລີ. ທ່ານນາງ ກ່າວວ່າ:
“ໃນໂອກາດການເຈລະຈາກັນນີ້ ຂ້າພະເຈົ້າຫວັງວ່າ ເກົາຫລີທັງສອງຝ່າຍ ຈະເອົາບາດກ້າວທໍາອິດ ໄປສູ່ການສ້າງສັນຕິພາບຢ່າງຖາວອນ ແລະສ້າງຄວາມໄວ້ເນື້ອເຊື່ອໃຈຊຶ່ງກັນແລະກັນ. ຂ້າພະເຈົ້ ຍັງມີຄວາມຫວັງວ່າ ເກົາຫລີໃຕ້ແລະ ເກົາຫລີເໜືອ ຈະສ້າງຜົນປະໂຫຍດທີ່ປະຊາຊົນຕ້ອງການ ໂດຍຜ່ານການຮ່ວມມືຢ່າງເຕັມທີ່ ກ່ຽວກັບບັນຫາຕ່າງໆທີ່ແກ້ໄຂໄດ້ຍາກ.”
ກະຊວງການຕ່າງປະເທດສະຫະລັດ ໃນວັນຈັນວານນີ້ ໄດ້ສະແດງຄວາມຍິນດີ ໃນການທີ່ສອງເກົາຫຼີຕົກລົງຈະເປີດການເຈລະຈາກັນ. ໂຄສົກກະຊວງການຕ່າງ ປະເທດສະຫະລັດ ທ່ານນາງ Jen Psaki ກ່າວວ່າ ວໍຊິງຕັນໃຫ້ການສະໜັບ ສະໜຸນສະເໝີ ໃນການປັບປຸງຄວາມສໍາພັນລະຫວ່າງເກົາຫຼີທັງສອງ. ແຕ່ທ່ານນາງກໍກ່າວເຕືອນວ່າ ສະຫະລັດຍັງຈະເປີດ ການເຈລະຈາໂດຍກົງກັບພຽງຢາງເທື່ອ ນອກຈາກວ່າເກົາຫລີເໜືອ ຈະໃຫ້ຄວາມໝາຍໝັ້ນເພື່ອເອົາບາດກ້າວໄປສູ່ການເປັນປະເທດປອດອາວຸດນິວເຄລຍ.