ສະເໜີ ໃຫ້ພົບປະກັນໃນອາທິດນີ້ ເພື່ອໂອ້ລົມກັນເລື້ອງ ການ
ທ້ອນໂຮມບັນດາຄອບຄົວທີ່ໄດ້ພັດພາກຈາກກັນ ຍ້ອນສົງຄາມ
ເກົາຫລີ ເມື່ອຫົກທົດສະວັດກ່ອນນັ້ນ.
ກຸງພຽງຢາງໄດ້ສະເໜີ ໃນວັນຈັນມື້ນີ້ ທີ່ຈະໄປຮ່ວມການສົນທະ
ນາໃນວັນພຸດ ຫລືວັນພະຫັດ ຢູ່ໝູ່ບ້ານສະຫງົບເສິກ ປັນມຸນ
ຈອມ (Panmunjom).
ໂຄສົກ ກະຊວງທ້ອນໂຮມຊາດເກົາຫລີໃຕ້ ທ່ານ Kim Eui-do
ກ່າວຕໍ່ບັນດານັກຂ່າວ ໃນວັນຈັນມື້ນີ້ວ່າ ກຸງໂຊລຈະປະຕິບັດງານ
ເພື່ອທ້ອນ ໂຮມພວກຄອບຄົວເຫລົ່ານັ້ນ ໃຫ້ໄວທີ່ສຸດເທົ່າທີ່ຈະໄວໄດ້.
ການທ້ອນໂຮມຄອບຄົວລະຫວ່າງສອງເກົາຫລີ ບໍ່ໄດ້ເກີດຂື້ນມາໄດ້ກວ່າສາມປີແລ້ວ ເພາະ
ວ່າມີຄວາມເຄັ່ງຕຶງທີ່ແຫລມເກົາຫລີ. ປີກາຍນີ້ ກຸງພຽງຢາງ ໄດ້ລົບລ້າງການທ້ອນໂຮມຄອບ
ຄົວ ຢ່າງກະທັນຫັນ ພຽງບໍ່ເທົ່າໃດມື້ກ່ອນ ວັນນັດໝາຍ.
ຊາວເກົາຫລີຫລາຍລ້ານຄົນໄດ້ພັດພາກຈາກກັນ ຍ້ອນສົງຄາມເກົາຫລີ ທີ່ໄດ້ສີ້ນສຸດລົງໃນ
ປີ 1953 ຍ້ອນການຢຸດຍິງ ແຕ່ບໍ່ແມ່ນການເຊັນສັນຍາສັນຕິພາບ.