ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີເໜືອ ແລະ ເກົາຫຼີໃຕ້ ຫລຸດຜ່ອນ ​ການຕຽມ​ພ້ອມ ​ຫຼັງຈາກ ບັນລຸ ການຕົກລົງ


ທະຫານເກົາຫລີໃຕ້ ກຳລັງຂີ່ລົດ ຢູ່ທີ່ເມືອງ Paju ທາງພາກໃຕ້ຂອງເຂດປອດທະຫານ.
ທະຫານເກົາຫລີໃຕ້ ກຳລັງຂີ່ລົດ ຢູ່ທີ່ເມືອງ Paju ທາງພາກໃຕ້ຂອງເຂດປອດທະຫານ.

ເກົາຫລີ​ໃຕ້ກ່າວ​ໃນ​ວັນ​ພຸດ​ມື້​ນີ້ວ່າ ເກົາຫລີ​ເໜືອ ​ໄດ້​ຫລຸດ​ການ
​ຕຽມ​ພ້ອມຂອງ​ກຳລັງທະຫານ​ຂອງ​ຕົນ​ລົງ ​ ຫລັງ​ຈາກ​ທັງ​ສອງ​
ຝ່າຍ​ໄດ້​ບັນລຸ​ຂໍ້​ຕົກລົງ ຫລຸດຜ່ອນຄວາມ​ເຄັ່ງ​ຕືງ ທີ່​ແຫລ​ມ
​ເກົາຫລີ.

​ເກົາຫລີ​ເໜືອ​ໄດ້​ຍົກ​ເລີກໃນອັນທີ່ຕົນ​ເອີ້ນວ່າ “ສະພາບຄ້າຍ
ກັບ​ສົງຄາມ” ຫລັງ​ຈາກ​ການ​ຕົກລົງ​ໃນ​ວັນ​ອັງຄານ​ວານ​ນີ້ ບັນ
ດາ​ເຈົ້າ​ໜ້າ​ທີ່​ໄດ້​ຢືນຢັນ ​ເພີ້ມອີກ​ວ່າ ​ໂຊ​ລ​ໄດ້ດຳເນີນການໃນ​
ທຳນອງ​ດຽວ​ກັນໂດຍຫລຸດຜ່ອນການຕຽມພ້ອມທາງ
ທະຫານລົງ.

ພາຍ​ໃຕ້​ຂໍ້​ຕົກລົງດັ່ງກ່າວ ​ເກົາຫລີ​ເໜືອ​ໄດ້​ສະ​ແດງ “ຄວາມ​ເສຍ​ໃຈ” ກ່ຽວກັບ​ເຫດລະ​ເບີດ
​ຝັງ​ດິນ​ແຕກເມື່ອໄວໆມານີ້ ທີ່​ໄດ້​ເຮັດ​ໃຫ້​ທະຫານ​ເກົາຫລີ​ໃຕ້​ສອງ​ຄົນ​ໄດ້​ຮັບ​ບາດ​ເຈັບ.
ເພື່ອ​ເປັນ​ການ​ຕອບ​ໂຕ້ ໂຊ​ລ ​ໄດ້​ປີດ​ໂທລະ​ໂຄ່ງໂຄສະນາ​ຊວນ​ເຊື່ອ​ ທີ່ກະຈາຍສຽງເຂົ້າ​
ໄປໃນ​ເກົາຫລີ​ເໜືອ.

ທັງ​ສອງ​ຝ່າຍກ່າວ​ວ່າ ​ເຂົາ​ເຈົ້າ​ຈະ​ເລີ້ມຈັດການພົບພໍ້ ​ໃນ​ເດືອນ​ກັນຍາຈະມານີ້ ແກ່​ບັນດາ
​ຄອບຄົວທີ່ໄດ້​ພັດ​ພາກ​ຈາກ​ກັນໃນ​ສະ​ໄໝບັນຫາຂັດ​ແຍ້​ງ​ສົງຄາມ​ເຢັນ. ​ເຂົາ​ເຈົ້າ​ຍັງ​ໄດ້​
ຕົກລົງ ​ທີ່​ຈະ​ເປີດການເຈລະຈາ​ໃນ​ໄວໆ​ນີ້ ຊຶ່ງ​ອາດ​ຈະ​ມີ​ຂື້ນ ​ໃນ ນະຄອນ​ຫຼວງໂຊ​ລ ຫລື​
ພຽງ​ຢາງ ກ່ຽວ​ກັບ​ການ​ປັບປຸງຄວາມສຳພັນລະຫວ່າງປະ ເທດທັງສອງ.

​ໃນ​ວັນ​ພຸດ​ມື້​ນີ້ ​ໂຊ​ລ ​ໄດ້​ໃຫ້​ສັນຍານ​ວ່າ ການ​ເຈລະຈາດັ່ງກ່າວ ທີ່​ອາດຈະ​ຮວມ ທັງການ
ຫາລືກ່ຽວກັບການຍົກເລີກການລົງ​ໂທດທີ່​ໄດ້​ເລີ້ມຂຶ້ນ​ແຕ່​ວັນ​ທີ 24 ​ພຶດ ສະພາ ປີ 2010
ຫລັງຈາກ​ກຳ​ປັ່ນ​ລົບ​ເກົາຫລີ​ໃຕ້ ທີ່​ໄດ້​ຫລົ້ມ​ ແລະເຮັດໃຫ້ມີຜູ້ ເສຍຊີວິດຈຳນວນນຶ່ງ.

​ໂຄສົກ​ກະຊວງທ້ອນ​ໂຮມ​ຊາດຂອງເກົາຫລີໃຕ້ ທ່ານ Jeong Joon-hee ​ໄດ້​ກ່າວວ່າ
“ຖ້າ​ຫາກ​ການເຈລະຈາເລີ້ມຂື້ນ​ລະຫວ່າງເກົາຫລີໃຕ້ແລະເກົາຫລີ​ເໜືອ ​ກ່ຽວ​ຂ້ອງ​ກັບ
ການ​ລົງ​ໂທດແລ້ວ ຂ້າພະ​ເຈົ້າຄິດ​ວ່າ ​ບັນຫາວັນ​ທີ 24 ​ເດືອນ​ພຶດ ສະພາ ຈະ​ຖືກ​ຍົກ​ຂື້ນ
​ມ​າ​ໂດຍ​ເກົາຫລີ​ເໜືອ. ຂ້າພະ​ເຈົ້າຄິດ​ວ່າ ​ມັນ​ເປັນ​ເລື້ອງ​ທີ່​ສາມາດ​ໂອ້ລົມກັນ​ໄດ້​ທັງ​ໝົດ
ໂດຍຜ່ານ​ການ​ເຈລະຈາຫາລື.”

​ໂຊ​ລ ​ໄດ້​ເນັ້ນ​ໜັກ​ມາ​ເປັນ​ເວລາ​ດົນນານແລ້ວ​ວ່າ ກ່ອນ​ການ​ລົງ​ໂທດ​ຖືກ​ຍົກເລີກ ​ເກົາຫລີ
​ເໜືອ ຕ້ອງ​ຂໍ​ຂະ​ມາ​ໂທດ​ກ່ຽວກັບການ​ໂຈມ​ຕີທີ່ເຮັດ​ໃຫ້ທະຫານ​ເຮືອ​ເກົາ ຫລີ​ໃຕ້ 46 ຄົນ​
ເສຍ​ຊີວິດ. ພຽງ​ຢາງປະຕິ​ເສດ​ວ່າ ຕົນບໍ່ມີສ່ວນ​ພົວພັນໃດໆໃນ ເຫດຮ້າຍດັ່ງກ່າວ.​

KoreasTension
please wait
Embed

No media source currently available

0:00 0:00:47 0:00

XS
SM
MD
LG