ເກົາຫຼີໃຕ້ກ່າວວ່າ ຕົນບໍ່ໄດ້ບັນລຸຂໍ້ຕົກລົງໃດໆ ກັບເກົາຫຼີເໜືອ
ໃນວັນພຸດມື້ນີ້ ໃນລະຫວ່າງການໂອ້ລົມສົນທະນາທາງທະ
ຫານກັນຄັ້ງທຳອິດໃນຮອບ 3 ປີປາຍຜ່ານມາ.
ເກົາຫຼີເໜືອໄດ້ສະເໜີໃຫ້ມີການພົບປະເຈລະຈາກັນຄັ້ງນີ້ ເພື່ອ
ໂອ້ລົມກັນເລື້ອງສອງເຫດການທີ່ເກີດຂຶ້ນຫວ່າງໄວໆມານີ້ ທີ່
ທາງພຽງຢາງ ແລະໂຊລ ໄດ້ຍິງປືນຂ້າມຊາຍແດນໃສ່ກັນນັ້ນ.
ໃນວັນສຸກຜ່ານມານີ້ ສອງປະເທດໄດ້ຍິງປືນນ້ອຍໃສ່ກັນ ຫຼັງ
ຈາກພຽງຢ້າງຍິງປືນໃສ່ໝາກປຸມເປົ້າໃຫຍ່ຫຼາຍລູກ ທີ່ປ່ອຍ
ມາຈາກເກົາຫຼີໃຕ້ ແລະບັນຈຸໃບໂຄສະນາຕໍ່ຕ້ານເກົາຫຼີເໜືອ
ຕ່າງໆ. ໃນຕົ້ນສັບປະດາແລ້ວນີ້ ເຮືອກອງທັບເຮືອເກົາຫຼີເໜືອແລະໃຕ້ ກໍໄດ້ຍິງປືນເຕືອນ
ໃສ່ກັນແລະກັນ ເລາະເຂດຊາຍແດນໃນທະເລເຫຼືອງທີ່ເປັນບັນຫາຂັດແຍ້ງກັນນັ້ນ.
ໃນການພົບປະກັນເປັນເວລາ 5 ຊົ່ວໂມງໃນວັນພຸດມື້ນີ້ ກະຊວງປ້ອງກັນປະເທດເກົາຫຼີໃຕ້
ກ່າວວ່າ ຕົນບໍ່ສາມາດຕົກລົງກັບເກົາຫຼີເໜືອໄດ້ ກ່ຽວກັບສາເຫດທີ່ພາໃຫ້ເກີດເຫດການ
ຕ່າງໆເຫລົ່ານັ້ນ.
ຝ່າຍພຽງຢາງກ່າວຫາເຮືອຂອງເກົາຫຼີໃຕ້ວ່າ ລະເມີດເຂດນ້ຳແດນດິນຂອງຕົນ ແລະຮຽກ
ຮ້ອງໃຫ້ໂຊລປ້ອງກັນ ບໍ່ໃຫ້ພວກນັກເຄື່ອນໄຫວປ່ອຍລູກ balloon ໂຄສະນາຊວນເຊື່ອ
ອອກໄປອີກ.
ຝ່າຍໂຊລທວງໃຫ້ເຮືອຂອງເກົາຫຼີເໜືອຢຸດຂ້າມເຂົ້າໄປໃນເຂດນ້ຳດິນແດນຂອງຕົນ ແລະຢືນຢັດວ່າ ຕົນບໍ່ສາມາດທີ່ຈະຢຸດບັນດາກຸ່ມເຄື່ອນໄຫວເອກະຊົນ ບໍ່ໃຫ້ປ່ອຍໃບປິວໂຄສະ
ນາຂອງພວກເຂົາເຈົ້າໄດ້.
ການເຈລະຈາກັນ ທີ່ມີຂຶ້ນຢູ່ໝູ່ບ້ານຊາຍແດນ Panmunjom ໃນມື້ນີ້ ແມ່ນເປັນການພົບປະເຈລະຈາທາງທະຫານກັນຄັ້ງທຳອິດ ລະຫວ່າງສອງປະເທດຄູ່ສັດຕູກັນ ນັບແຕ່ເດືອນກຸມພາປີ 2011 ເປັນຕົ້ນມາ. ເກົາຫຼີໃຕ້ກ່າວວ່າ ບໍ່ມີການກຳນົດເວລາສຳລັບການໂອ້ລົມສົນທະນາກັນຕື່ມອີກໃນອະນາຄົດ.