ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສະຫະລັດ ເຕືອນເກົາຫຼີເໜືອ


ພວກນັກລົບເກົ່າ ສະຫະລັດ ພວມອອກຈາກ ສຸສານແຫ່ງຊາດ ຂອງເກົາຫຼີໃຕ້ ທີ່ກຸງໂຊລ (23 ມິຖຸນາ 2010)
ພວກນັກລົບເກົ່າ ສະຫະລັດ ພວມອອກຈາກ ສຸສານແຫ່ງຊາດ ຂອງເກົາຫຼີໃຕ້ ທີ່ກຸງໂຊລ (23 ມິຖຸນາ 2010)

ສະຫະລັດ ໄດ້ເຕືອນເກົາຫຼີເໜືອ ຢ່າເຮັດໃຫ້ ຄວາມເຄັ່ງຕຶງ ຮ້າຍແຮງຂຶ້ນ ຫຼັງຈາກ ເກົາຫຼີເໜືອ ໄດ້ອອກປະກາດ ເຕືອນໃຫ້ ເຂດນ່ານນໍ້າ ນອກແຄມຝັ່ງທະເລ ກໍ້າຕາເວັນຕົກ ຂອງແຫຼມເກົາຫຼີ ເປັນເຂດຫ້າມເດີນເຮືອ ແລະພາໃຫ້ ມີຄວາມຢ້ານກົວວ່າ ຈະມີການທົດລອງ ຍິງລູກສອນໄຟ ເພື່ອໃຫ້ມີຂຶ້ນ ພ້ອມໆກັນ ໃນໂອກາດ ວັນຄົບຮອບ 60 ປີ ຂອງສົງຄາມເກົາຫຼີ.

ໂຄສົກກະຊວງ ການຕ່າງປະເທດ ສະຫະລັດ ກ່າວວ່າ ວັນຄົບຮອບນີ້ ຄວນເປັນໂອກາດ ສຳລັບ ເກົາຫຼີເໜືອ ທີ່ຈະຫຼຸດຜ່ອນ ຄວາມເຄັ່ງຕຶງ ແລະທ່ານເວົ້າວ່າ ການທົດລອງ ຍິງລູກສອນໄຟ ແນ່ນອນ ຈະເປັນບາດກ້າວ ໄປໃນທິດທາງ ທີ່ບໍ່ຖືກຕ້ອງ.

ກະຊວງປ້ອງກັນປະເທດ ເກົາຫຼີໃຕ້ ກ່າວວ່າ ເກົາຫຼີເໜືອ ໄດ້ອອກປະກາດເຕືອນ ໃຫ້ເຂດນ່ານນໍ້າ ນອກແຄມຝັ່ງທະເລ ກໍ້າຕາເວັນຕົກ ຂອງແຫຼມເກົາຫຼີ ເປັນເຂດ ຫ້າມເດີນເຮືອ ໄປຈົນຮອດ ວັນອາທິດມື້ອື່ນ. ໂຄສົກກະຊວງ ປ້ອງກັນປະເທດ ເກົາຫຼີໃຕ້ ກ່າວວ່າ ບໍ່ມີການ ສັງເກດເຫັນວ່າ ມີເຄື່ອນໄຫວ ທາງທະຫານ ທີ່ຜິດປົກກະຕິໃດໆ ແຕ່ການເຕືອນ ໃນທຳນອງດຽວກັນນີ້ ໄດ້ມີຂຶ້ນ ກ່ອນການທົດລອງ ລູກສອນໄຟ ຄັ້ງຜ່ານໆມາ.

ປະທານາທິບໍດີ ເກົາຫຼີໃຕ້ ໄດ້ລະລຶກເຖິງ ວັນຄົບຮອບ 60 ປີ ໃນການລະເບີດຂຶ້ນ ຂອງສົງຄາມເກົາຫຼີ ໃນວັນສຸກວານນີ້ ດ້ວຍການຮຽກຮ້ອງໃຫ້ ທ້ອນໂຮມເຂົ້າເປັນ ປະເທດດຽວ ກັບເກົາຫຼີເໜືອ ແບບສັນຕິ ຂະນະທີ່ ຢູ່ໃນເກົາຫຼີເໜືອນັ້ນ ພວກເຈົ້າໜ້າທີ່ ໄດ້ຈັດການ ໂຮມຊຸມນຸມ ຕໍ່ຕ້ານ ສະຫະລັດຂຶ້ນ ແລະໃຫ້ຄຳໝັ້ນ ສັນຍາວ່າ ຈະເສີມຂະຫຍາຍ ຄວາມສາມາດ ທາງດ້ານນິວເຄລຍ ຂອງເກົາຫຼີເໜືອ.

XS
SM
MD
LG