ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ວັນຄົບຮອບ 60 ປີ ຂອງສົງຄາມເກົາຫຼີ


ສະມາຊິກ ຂອງສະມາຄົມ ນັກລົບເກົ່າ ເກົາຫຼີ
ສະມາຊິກ ຂອງສະມາຄົມ ນັກລົບເກົ່າ ເກົາຫຼີ

ປະທານາທິບໍດີ ເກົາຫຼີໃຕ້ ຮຽກຮ້ອງໃຫ້ ທ້ອນໂຮມປະເທດ ເຂົ້າເປັນນຶ່ງດຽວ ຢ່າງສັນຕິ ກັບເກົາຫຼີເໜືອ ເນື່ອງໃນໂອກາດ ວັນຄົບຮອບ 60 ປີ ໃນການລະເບີດຂຶ້ນ ຂອງສົງຄາມເກົາຫຼີ.

ປະທານາທິບໍດີ LEE MYUNG BAK ກ່າວຕໍ່ພວກ ທີ່ໄປຮ່ວມ ພິທີລະລຶກເຖິງ ວັນຄົບຮອບ ຊຶ່ງຈັດຂຶ້ນ ທີ່ກຸງໂຊລ ໃນວັນສຸກມື້ນີ້ວ່າ ເກົາຫຼີໃຕ້ ບໍ່ຕ້ອງການ ຢາກໃຫ້ມີການ ປະເຊີນໜ້າ ທາງທະຫານ ກັບຄອມມູນິດ ເກົາຫຼີເໜືອ.

ທ່ານຮຽກຮ້ອງໃຫ້ ພຽງຢາງ ຂໍຂະມາໂທດ ກ່ຽວກັບການຈົມ ກຳປັ່ນລົບ ເກົາຫຼີໃຕ້ ໃນວັນທີ 26 ມີນາຜ່ານມາ ທີ່ເຮັດໃຫ້ ທະຫານເຮືອ ເກົາຫຼີໃຕ້ 46 ຄົນ ເສຍຊີວິດ ແລະຢຸດເຊົາ ການທ້າທາຍເກາະຜິດ ທາງທະຫານ ແບບບໍ່ມີການໄຕ່ຕອງ ເພື່ອອຳນວຍໃຫ້ ປະຊາຊົນ 70 ລ້ານຄົນ ໃນແຫຼມເກົາຫຼີ ໄດ້ຢູ່ຮ່ວມກັນ.

ຄະນະສືບສວນ ຂອງນາໆຊາດ ສະຫຼຸບວ່າ ເກົາຫຼີີເໜືອ ເປັນຜູ້ທຳການໂຈມຕີ ກຳປັ່ນລົບ ຂອງເກົາຫຼີໃຕ້ ຊຶ່ງເປັນຂໍ້ຫາ ທີ່ເກົາຫຼີເໜືອ ໄດ້ປະຕິເສດ ມາໂດຍຕະຫຼອດ.

ພວກນັກລົບເກົ່າ ຈາກ 21 ປະເທດ ທີ່ເຄີຍຮັບໃຊ້ ເປັນທະຫານ ໃນປາງສົງຄາມ ເກົາຫຼີ ໄດ້ໄປຮ່ວມພິທີ ໃນວັນສຸກມື້ນີ້.

XS
SM
MD
LG