ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເກົາຫຼີ​ເໜືອ ​ແລະ​ເກົາຫຼີ​ໃ​ຕ້ ​​ເຈລະຈາ​ກັນ ກ່ອນງານ ມະຫາກຳ ກິລາ ເອຊ່ຽນເກມ


ຫົວໜ້າ​ຄະນະກຳມະການ​ກິລາໂອ​ລິ​ມປິກ​ ຂອງ​ເກົາຫຼີ​ເໜືອ ທ່ານ Son Kwang Ho.
ຫົວໜ້າ​ຄະນະກຳມະການ​ກິລາໂອ​ລິ​ມປິກ​ ຂອງ​ເກົາຫຼີ​ເໜືອ ທ່ານ Son Kwang Ho.

ເກົາຫຼີ​ເໜືອ ​ແລະ​ເກົາຫຼີ​ໃ​ຕ້ ​ໄດ້​ທຳ​ການ​ເຈລະຈາ​ກັນ ​ໃນ​ວັນ​
ພະຫັດ​ມື້​ນີ້ ​ເພື່ອ​ປຶກສາ​ຫາ​ລື ກ່ຽວ​ກັບ​ການ​ເຂົ້າຮ່ວມ​ມະຫາ​ກຳ​
ກິລາ​ເອຊ່ຽນ​ເກ​ມ ຊຶ່ງ​ຈະ​ຈັດ​ຂຶ້ນໃນທ້າຍ​ປີ​ນີ້​ ຢູ່​ທີ່​ເກົາຫຼີ​ໃຕ້.

ກ່ອນ​ໜ້າການເຂົ້າຮ່ວມປະຊຸມ​ ຢູ່​ທີ່​ບ້ານ​ຊາຍ​ແດນ
Panmunjom ນັ້ນ ຫົວໜ້າ​ຄະນະກຳມະການ​ກິລາໂອ​ລິ​ມປິກ​
ຂອງ​ເກົາຫຼີ​ເໜືອ ທ່ານ Son Kwang Ho ​ໄດ້ສະ​ແດງ​ຄວາມ​ຫວັງ​
ໄປໃນແງ່ດີ ໂດຍກ່າວ​ວ່າ “​ໃນ​ກອງ​ປະຊຸມ​ນີ້ ໂດຍຜ່ານ​ການ
ດຳເນີນ​ຄວາມ​ພະຍາຍາມຮ່ວມກັນ ຂໍ​ໃຫ້ພວກ​ເຮົາ​ແນ​ໃສ່​
ຄວາມ​ໄວ້​ວາງ​ໃຈ ​ແລະ ຄວາມ​ເຂົ້າ​ໃຈ ​ແລະໃນ​ຫລັກການ
ເຫລົ່າ​ນີ້ ແລະຂໍ​ໃຫ້ພວກ​ເຮົາ ແກ້ໄຂ​ບັນຫາ​ຕ່າງໆ.”

​ຈຸດໝາຍ​ຂອງກອງ​ປະ​ຊຸມໃນ​ຄັ້ງນີ້ ຊຶ່ງ​ໄດ້​ດຳ​ເນີນ​ໄປ​ເປັນ​ເວ​ລາ 70 ນາທີ ​ ໂດຍພື້ນຖານ
ແລ້ວ ແມ່ນ​ແນໃສ່​ເລື່ອງພະລາທິການ ໃນການໄປມາ​ ຂອງຄະນະ​ນັກ​ກິລາເກົາຫຼີ​ເໜືອ.

ພຽງຢາງ ວາງ​ແຜນ​ທີ່​ຈະ​ສົ່ງ​ນັກ​ກິລາ ພ້ອມ​ດ້ວຍ ທີ​ມກອງ​ເຊຍ​ 150 ຄົນ ​ໄປ​ຮ່ວມ​ມະຫາກຳ
ກິລາເອ​ຊ່ຽນ​ເກ​ມ ຊຶ່ງ​ຈະ​ໄດ້​ຈັດຂຶ້ນ​ ໃນ​ທ້າຍ​ເດືອນກັນຍາ ຈົນ​ເຖິງ​ຕົ້ນ​ເດືອນຕຸລາ​ ປີ​ນີ້ ຢູ່​ທີ່​
ນະຄອນ Incheon ໃນເກົາຫຼີ​ໃຕ້.

XS
SM
MD
LG