ຜູ້ນຳຂອງເກົາຫຼີເໜືອ ແລະເກົາຫຼີໃຕ້ ກັບມາລົມກັນອີກເທື່ອນຶ່ງ ຫຼັງຈາກຫຼາຍເດືອນຜ່ານມາ ທີ່ການສື່ສານລະຫວ່າງກັນໄດ້ແຕກຫັກລົງ. ຫາກແຕ່ ໃນຄັ້ງນີ້ ທັງສອງປະເທດ ແມ່ນຈະສຸມໃສ່ການປຶກສາຫາລືຮ່ວມກັນ ກ່ຽວກັບ ການລະບາດຂອງໄວຣັສໂຄໂຣນາ ຫຼື COVID-19 ນັ້ນ.
ຜູ້ນຳເກົາຫຼີເໜືອ ທ່ານກິມ ຈົງ ອຶນ ໃນວັນພຸດວານນີ້ ໄດ້ສົ່ງຈົດໝາຍແບບສ່ວນຕົວໄປໃຫ້ ປະທານາທິບໍດີ ເກົາຫຼີໃຕ້ ທ່ານມູນ ແຈ-ອິນ ເພື່ອໃຫ້ຄຳອວຍພອນທີ່ປະເສີດແກ່ທ່ານ ແລະສະແດງຄວາມເສຍໃຈ ສຳລັບການລະບາດຂອງໄວຣັສໂຄໂຣນາ ຄັ້ງຫຼ້າສຸດ ອີງຕາມການກ່າວຂອງໂຄສົກຜູ້ອະວຸໂສຂອງທ່ານມູນ ທ່ານ ຢູນ ໂດ-ຮານ ທີ່ໄດ້ກ່າວໄປໃນກອງປະຊຸມຖະແຫລງຂ່າວ.
ໃນຂະນະທີ່ ບໍ່ຮູ້ຈັກວ່າ ເນື້ອໃນທີ່ແທ້ຈິງຂອງຈົດໝາຍດັ່ງກ່າວ ແມ່ນເລື້ອງຫຍັງແທ້ ຊຶ່ງມັນກໍບໍ່ໄດ້ຖືກເປີດເຜີຍ. ທ່ານຢູນ ໄດ້ກ່າວວ່າ ຜູ້ນຳເກົາຫຼີເໜືອ ໄດ້ກ່າວວ່າ ທ່ານມີຄວາມເປັນຫ່ວງສຳລັບສຸຂະພາບຂອງທ່ານມູນ ແລະມີຄວາມຮູ້ສຶກງຸດງິດ ທີ່ເກົາຫຼີເໜືອ ບໍ່ສາມາດຊ່ອຍຫຍັງໄດ້ຫລາຍ. ຈົດໝາຍສະບັບນີ້ ຍັງໄດ້ສະແດງເຖິງຄວາມຄິດແບບກົງໄປກົງມາ ກ່ຽວກັບເລື້ອງຕ່າງໆທົ່ວໄປ ຢູ່ໃນແຫລມເກົາຫຼີ ອີງຕາມກອງປະຊຸມແຈ້ງໃຫ້ຊາບ.
ເກົາຫຼີໃຕ້ ກຳລັງຢູ່ໃນພາວະສູ້ຊົນໜັກ ຄັ້ງທີ່ສອງຂອງໄວຣັສໂຄໂຣນາ COVID-19 ຂອງການລະບາດທີ່ໃຫຍ່ທີ່ສຸດຂອງໂລກ ລຸນຫຼັງຈາກຈີນ ບ່ອນທີ່ເຊື້ອໄວຣັສໄດ້ຖືກກວດພົບເທື່ອທຳອິດ . ມາເຖິງຕອນກາງເວັນ ວັນພະຫັນມື້ນີ້ ມີຜູ້ເສຍຊີວິດ ຢ່າງໜ້ອຍ 35 ຄົນ ແລະມີກໍລະນີຕິດເຊື້ອໄວຣັສ COVID-19ແລ້ວ 5,766 ລາຍ ຢູ່ໃນເກົາຫຼີໃຕ້ ໂດຍຄິດສະເລ່ຍແລ້ວ ປະມານ 75 ເປີເຊັນຂອງກໍລະນີການຕິດເຊື້ອໄວຣັສ ແມ່ນສຸມຢູ່ໃນເມືອງເດກູ ທາງພາກຕາເວັນອອກສຽງໃຕ້ຂອງປະເທດ.
ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ