ເກົາຫລີເໜືອ ແລະເກົາຫລີໃຕ້ ໄດ້ຕົກລົງທີ່ຈະຈັດໃຫ້ມີການສົນ
ທະນາກັນ ໃນອາທິດໜ້ານີ້ ອັນເປັນພາກສ່ວນຂອງຄວາມພະ
ຍາຍາມ ໃຫ້ມີການ ສົນທະນາກັນໃນລະດັບສູງ ລະຫວ່າງສອງ
ລັດຖະບານ ກັບຄືນມາອີກ.
ຄະນະກຳມະການ ທ້ອນໂຮມຢ່າງສັນຕິຂອງພຽງຢາງ ຂອງ
ແຫລມເກົາຫລີ ທີ່ກຳກັບດ້ານສຳພັນທະໄມຕີ ຂອງ ເກົາຫລີ
ເໜືອ ແລະ ເກົາຫລີໃຕ້ ໃນວັນພະຫັດວານນີ້ ໄດ້ສະເໜີໃຫ້ມີ
ການສົນທະນາກັນ.
ກະຊວງທ້ອນໂຮມຊາດຂອງໂຊລ ໃນວັນສຸກມື້ນີ້ໄດ້ກ່າວວ່າ ຕົນໄດ້ຮັບເອົາການສະເໜີ
ຮັບຮູ້ວ່າການສົນທະນານີ້ ຈະມີຂຶ້ນໃນເດືອນພະຈິກ ທີ່ 26 ຈະມາເຖິງນີ້ ຢູ່ໝູ່ບ້ານຊາຍ
ແດນ Panmunjom.
ລະດັບການປະຕິບັດງານສົນທະນາ ໄດ້ແນ່ໃສ່ ການກະກຽມໃຫ້ລະດັບລັດຖະບານ ເຈລະຈາ ທີ່ໄດ້ເຫັນດີໃນເດືອນສິງຫາຜ່ານມານີ້ ຊຶ່ງເປັນຂີດໝາຍສຳພັນໃຫ້ດີຂຶ້ນ.
ການຕົກລົງດັ່ງກ່າວໄດ້ ສິ້ນສຸດລົງຂອງການປະເຊີນໜ້າກັນ ກ່ຽວກັບ ອຸປະຕິເຫດລະເບີດຝັງດິນ ທີ່ເຮັດໃຫ້ ທະຫານເກົາຫລີໃຕ້ສອງຄົນ ໄດ້ຮັບບາດເຈັບ ຢູ່ໃກ້ກັບເຂດຊາຍແດນທີ່ມີການຮັກສາການຢ່າງເຄັ່ງຂັດ ທີ່ແບ່ງແຍກສອງປະເທດນັ້ນ.
ພາກສ່ວນການຕົກລົງ ໂຊລ ແລະພຽງຢາງ ໄດ້ຕົກລົງສົນທະນາໃນລະດັບສູງ. ເຂົາເຈົ້າຍັງໄດ້ເຫັນດີທີ່ຈະເລີ້ມການເຕົ້າໂຮມຄອບຄົວ ທີ່ໄດ້ແຕກແຍກກັນຈາກການຄັດແຍ້ງໃນປີຊຸ່ມ 1950.
ນັບແຕ່ນັ້ນ ມາ ເກົາຫລີໃຕ້ ໄດ້ສະເໜີຫລາຍເທື່ອໃຫ້ມີການສົນທະນາ ແຕ່ວ່າ ເກົາຫລີເໜືອ ໄດ້ປະຕິເສດການສະເໜີອີງຕາມກະຊວງທ້ອນໂຮມ ເກົາຫລີໃຕ້.
ສາຍພົວພັນ ເກົາຫລີເໜືອ ແລະ ເກົາຫລີໃຕ້ ເປັນທີ່ຮູ້ກັນວ່າບໍ່ປົກກະຕິ. ທັງສອງປະເທດຍັງຢູ່ໃນສະພາວະສົງຄາມ ນັບແຕ່ສົງຄາມ ເກົາຫລີ ໄດ້ສິ້ນສຸດລົງດ້ວຍການຢຸດຍິງ ແລະບໍ່ໄດ້ເຊັນສັນຍາສະຫງົບເສິກ.