ເກົາຫຼີເໜືອ ແລະເກົາຫຼີໃຕ້ ໄດ້ຕົກລົງກັນ ທີ່ຈະຈັດໃຫ້ມີການ
ທ້ອນໂຮມບັນດາຄອບຄົວ ທີ່ໄດ້ພັດພາກຈາກກັນ ນານກວ່າ
60 ປີ ຍ້ອນສົງຄາມເກົາຫຼີນັ້ນ ຄືນອີກ.
ກະຊວງທ້ອນໂຮມຊາດຂອງເກົາຫຼີໃຕ້ ໄດ້ກ່າວໃນວັນອັງຄານ
ມື້ນີ້ວ່າ ການທ້ອນໂຮມກັນ ຈະຈັດຂຶ້ນໃນວັນທີ 22 ຫາ 26 ຕຸລາ
ໃນສະຖານທີ່ຕາກອາກາດເທິງພູເຂົາ Kumgang ທີ່ມີທີວທັດ
ທຳມະຊາດສວຍງາມ.ອົງການຂ່າວຂອງທາງການເກົາຫຼີເໜືອ
ໄດ້ຢືນຢັນກ່ຽວກັບການຕົກລົງທີ່ວ່ານີ້ ຊຶ່ງໄດ້ບັນລຸ
ການເຈລະຈາກັນ ທີ່ໄດ້ເລີ້ມຂຶ້ນໃນວັນຈັນວານນີ້ ແລະສິ້ນສຸດລົງ
ໃນຄືນແລ້ວນີ້ ທີ່ບ້ານສະຫງົບເສິກ Panmunjom.
ຈະມີການເລືອກເອົາ 100 ຄົນ ຈາກແຕ່ລະປະເທດ ໃຫ້ເຂົ້າຮ່ວມໃນການທ້ອນໂຮມຄອບ
ຄົວທີ່ຈະຖືກຈັດຂຶ້ນເປັນຄັ້ງທຳອິດ ນັບຕັ້ງແຕ່ເດືອນກຸມພາປີ 2014 ເປັນຕົ້ນມາ.
ຊາວເກົາຫຼີ ຈຳນວນຫຼາຍລ້ານຄົນ ໄດ້ພັດພາກຈາກກັນ ຍ້ອນສົງຄາມ ແຕ່ປີ 1950 ຫາ 1953 ທີ່ໄດ້ແບ່ງແຍກແຫຼມເກົາຫຼີ ອອກຈາກກັນ ລະຫວ່າງ ປະເທດຄອມມຸຍນິສເກົາຫຼີ
ເໜືອ ແລະເກົາຫຼີໃຕ້ທີ່ເປັນປະຊາທິປະໄຕ ແລະເວລາໄດ້ຜ່ານພົ້ນໄປຫຼາຍທົດສະວັດ
ໂດຍທີ່ບໍ່ໄດ້ມີການຕິດຕໍ່ຫາກັນແຕ່ຢ່າງໃດ ຈົນເທົ່າໄດ້ມີການປະຊຸມສຸດຍອດ ຄັ້ງປະຫວັດ
ສາດລະຫວ່າງເກົາຫຼີໃນປີ 2000. ການທ້ອນໂຮມຄອບຄົວໃນຂັ້ນຕົ້ນ ແມ່ນໄດ້ວາງແຜນ
ໃຫ້ຈັດຂຶ້ນໃນແຕ່ລະປີ ແລະໄດ້ມີຫລຸດລົງເນື່ອງມາຈາກຄວາມຕຶງຄຽດຂອງສາຍພົວພັນ
ລະຫວ່າງສອງເກົາຫລີ. ຫຼາຍໆຄົນທີ່ໄດ້ເຂົ້າຮ່ວມນັ້ນແມ່ນມີອາຍຸ ໃນລະຫວ່າງ 70 ຫາ 80 ປີແລ້ວ ແລະການທ້ອນໂຮມຄອບຄົວນີ້ ແມ່ນເປັນໂອກາດດຽວເທົ່ານັ້ນ ທີ່ຈະໄດ້ພົບປະກັບຍາດສະນິດ ອັນເປັນທີ່ຮັກ ໃນຂະນະທີ່ລັດຖະບານທັງສອງປະເທດ ໄດ້ຫ້າມບໍ່ໃຫ້ມີການຕິດຕໍ່ທາງຈົດໝາຍ ຫຼືທາງໂທລະສັບໂອ້ລົມກັນ ແລະສົ່ງ e-mail ເຖິງກັນ ຂ້າມຊາຍແດນນັ້ນ.
ມີຊາວເກົາຫຼີໃຕ້ ປະມານ 66 ພັນຄົນ ໄດ້ຍື່ນໃບສະໝັກເພື່ອໃຫ້ຖືກເລືອກເຂົ້າປະກອບສ່ວນໃນການທ້ອນໂຮມຄອບຄົວ ແຕ່ວ່າ ມີພຽງແຕ່ບໍ່ເທົ່າຮ້ອຍຄົນເທົ່ານັ້ນ ທີ່ໄດ້ຖືກເລືອກໃນແຕ່ລະຄັ້ງ.