ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຜູ້ນຳເກົາຫຼີເໜືອ ເປີດກວ້າງ ຕໍ່ “ການ​ສົນທະນາ​ຫາ​ລື” ກັບເກົາຫຼີໃຕ້


ຜູ້ນຳເກົາຫຼີເໜືອ ທ່ານ Kim Jong Un (ກາງ) ຄຳນັບມື້ລາງ ປູ່ຂອງທ່ານ ແລະ ເປັນຜູ້ສ້າງຕັ້ງ ເກົາຫຼີເໜືອ ທ່ານ Kim Il Sung ແລະພ້ອມກັນກັບ ມື້ລາງພໍ່ຂອງທ່ານເອງ ທ່ານ Kim Jong Il ຢູ່ທີ່ Kumsusan Palace Sun, ວັນທີ 1 ມັງກອນ 2015.
ຜູ້ນຳເກົາຫຼີເໜືອ ທ່ານ Kim Jong Un (ກາງ) ຄຳນັບມື້ລາງ ປູ່ຂອງທ່ານ ແລະ ເປັນຜູ້ສ້າງຕັ້ງ ເກົາຫຼີເໜືອ ທ່ານ Kim Il Sung ແລະພ້ອມກັນກັບ ມື້ລາງພໍ່ຂອງທ່ານເອງ ທ່ານ Kim Jong Il ຢູ່ທີ່ Kumsusan Palace Sun, ວັນທີ 1 ມັງກອນ 2015.

ຜູ້ນຳ​ເກົາຫຼີ​ເໜືອ ທ່ານ Kim Jong Un ກ່າວ​ວ່າ ທ່ານ​ເປີດ
​ກວ້າງຕໍ່ການຂະຫຍາຍ “ການ​ສົນທະນາ​ຫາ​ລື ​ແລະ
ການ​ຮ່ວມ​ໄມ້​ຮ່ວມ​ມື”
ກັບ ປະເທດ​ ທີ່​ເປັນ​ຄູ່​ປໍ​ລະ​ປັກ​
ຄື​ເກົາຫຼີໃຕ້​ນັ້ນ.

​ໃນ​ລະຫວ່າງ​ການ​ກ່າວ​ຄຳ​ປາ​ໄສ ​ໃນ​ວັນ​ປີ​ໃໝ່ ​ຕາມ​ປະ​ເພນີ
ທ່ານ Kim ກ່າວ​ວ່າ ທ່ານຈະ​ພິຈາລະນາ ຟື້ນ​ຟູ​ “ການ​ປະຊຸມ​
ລະດັບ​ສູງ ທີ່​ໄດ້​ຢຸດ​ສະ​ງັກມານັ້ນ”
ກັບ​ໂຊລ.

ທ່ານ Kim ​ເວົ້າວ່າ “ຖ້າ​ຫາກ ບັນຍາກາດ ​ແລະ ສະພາບ​ແວດລ້ອມ ​ຫາກ​ອຳ​ນວຍ​ໃຫ້ ມັນ​ກໍ​ບໍ່​ມີ​ເຫດຜົນ​ໃດທີ່​ຈະ​ບໍ່​
ຈັດ​ກອ​ງປະຊຸມ​ສຸດ​ຍອດ ລະດັບ​ສູງ​ກັບ​ເກົາຫຼີ​ໃຕ້. ພວກ​ເຮົາ ຈະພະຍາຍາມ​ທຳທຸກໆ​ຢ່າງ​ ເພື່ອ​ເຮັດ​ໃຫ້ການ​ປຶກສາ​ຫາລື ​ແລະ ການ​ຮ່ວມ​ໄມ້​ຮ່ວມ​ມື ມີຄວາມກ້າວໜ້າ.”

ມັນ​ຍັງບໍ່​ຈະ​ແຈ້ງເທື່ອ​ວ່າ ການ​ເຈລະ​ຈາ​ທີ່​ທ່ານ Kim ​ໄດ້​ສະ​ເໜີໄປ​ນັ້ນ ​ແມ່ນຈະຢູ່​ໃນ​ລະດັບ​ໃດ ​ແລະ ​ຈະ​ມີ​ຂຶ້ນ​ໃນ​ເມື່ອ​ໃດ.

ຂໍ້​ສະ​ເໜີ​ດັ່ງກ່າວ ມີ​ຂຶ້ນຫຼັງຈາກ​ ທີ່ເກົາຫຼີ​ໃຕ້ ​ໃນ​ອາທິດ​ນີ້ ​ໄດ້​ສະ​ເໜີ​ທີ່​ຈະ​ຈັດ​ກອງ​ປະ​ຊຸມ
​ລະດັບ​ສູງ ກັບ​ເກົາຫຼີ​ເໜືອ​ ໃນ​ເດືອນ​ມັງກອນ​ນີ້.

ທ່ານ Ryoo Kihl-jae ລັດຖະມົນຕີກະຊວງ​ທ້ອນໂຮມຊາດ ຂອງເກົາຫລີໃຕ້ ​ໃນ​ວັນພະຫັດ ​ມື້ນີ້ ​ໄດ້​ສະແດງຄວາມປິ​ຕິຍິນ​ດີ ຕໍ່​ຄຳ​ຖະ​ແຫລ​ງ ຂອງ​ທ່ານ Kim ໂດຍ​ກ່າວ​ວ່າ ຖ້າ​ຜູ້ນຳ​ເກົາຫຼີ​ເໜືອ ​ຫາກ “ຈິງ​ໃຈ” ແທ້ ທ່ານ​ກໍຄວນ​ທີ່​ຈະ​ຮັບ​ເອົາ​ຂໍ້ສ​ະ​ເໜີ​ໃຫ້ເປີດ ການເຈລະຈາ ຂອງເກົາຫລີໃຕ້.

ກອງ​ປະຊຸມ​ທີ່​ສຳຄັນຫຼ້າສຸດ​ ລະຫວ່າງ​ສອງ​ເກົາຫຼີ ​ໄດ້​ມີ​ຂຶ້ນ​ໃນ​ເດືອນ​ກຸມພາ​ປີ​ກາຍ​ນີ້.
ທັງ​ສອງ​ເກົາຫຼີ ​ໄດ້​ຕົກລົງ​ກັນ ​ໃນ​ເດືອນຕຸລາຜ່ານມາ ທີ່​ຈະ​ເປີດການສົນທະນາຫາ​ລືກັນ
ຄືນອີກ ​ແຕ່ກໍ​ບໍ່​ໄດ້​ປະຕິບັດຕາມ.

ການ​ເຈລະຈາ ຊຶ່ງຕາມ​ປົກກະຕິ​ແລ້ວ ຈະ​ກວມເຖິງຂົງເຂດ​ການ​ຮ່ວມ​ໄມ້​ຮ່ວມ​ມື ​ເຊັ່ນ​ວ່າ
ຟື້ນ​ຟູ​ຄືນ ການ​ເຕົ້າ​ໂຮມ​ ລະຫວ່າງບັນດາ​ຄອບທີ່​ພັດພາກຈາກ​ກັນ​ ​ໂດຍ​ສົງ​ຄາມ​ເກົາຫຼີ
ໃນຊຸມ​ປີ 1950 ນັ້ນ.

KOREAS RELATIONS VIDEO
please wait

No media source currently available

0:00 0:00:24 0:00

XS
SM
MD
LG