ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີເໜືອ ອວດອ້າງ ຄວາມສາມັກຄີ ຫຼັງຈາກ ກວາດລ້າງ ຜູ້ນຳພາອາວຸໂສ


ທ່ານ Kim Jong Un ກ່າວຄຳປາໄສໃນໂອກາດວັນປີໃໝ່
ວັນທີ 1 ມັງກອນ 2014.
ທ່ານ Kim Jong Un ກ່າວຄຳປາໄສໃນໂອກາດວັນປີໃໝ່ ວັນທີ 1 ມັງກອນ 2014.
ທ່ານ​ກິມ ຢອງ​ອຸນ ຜູ້ນຳ​ເກົາຫຼີ​ເໜືອ​ ໃຊ້​ການ​ກ່າວ​ຄຳ​ປາ​ໄສ​ໃນ
ໂອກາດ​ວັນ​ຂຶ້ນ​ປີ​ໃໝ່ເພື່ອ​ອວດ​ອ້າງ​ຄວາມ​ສາມັກຄີ​ທີ່​ແໜ້ນ​ແຟ້ນ
​ໃນ​ກຸງ​ພຽງ​ຢ້າງ ຫຼັງ​ຈາກ​ມີ​ການ​ກວາດ​ລ້າງຄະນະ​ນຳພາ​ຂັ້ນ​ອາວຸ
​ໂສ​ທີ່​ໜ້າ​ຕື່ນ​ຕົກ​ໃຈ​ນັ້ນ.

ທ່ານກິມກ່າວ​ວ່າ ການ​ປະຫານ​ຊີວິດ​ທ່ານ Jang Song Thaek
​ໃນ​ເດືອນ​ແລ້ວ​ນີ້ ຊຶ່ງ​ເປັນ​ອາວ​ເຂີຍ​ແລະ​ເປັນ​ຜູ້​ມີ​ອຳນາດ​ຫຼາຍ​ອັນ​
ດັບ​ສອງ ​ແມ່ນ​ຈຳ​ເປັນ​ເພື່ອ​ຫຼີກ​ເວັ້ນຈາກການ​ແຕກ​ອອກ​ເປັນ​ພັກ
​ຝ່າຍ​ຢູ່​ໃນ​ພັກກຳມະກອນ ​ທີ່​ປົກຄອງ​ປະ​ເທດ​ໃນ​ປັດຈຸບັນ.

​ທ່ານ​ກິມກ່າວ​ວ່າ “ພັກ​ຂອງ​ພວກ​ເຮົາ​ໄດ້​ເອົາ​ບາດກ້າວ​ຕ່າງໆ​
ທີ່​ໜັກ​ແໜ້ນ​ເພື່ອ​ຫຼີກ​ເວັ້ນກຸ່ມ​ທີ່​ເນົ່າ​ເໝັນ​ທີ່ໄດ້​ແຊກ​ຊຶມ​ເຂົ້າ​ໃນ​ພັກ. ຄວາມ​ສາມັກ
ຄີ​ຂອງ​ພວກ​ເຮົາ​ໄດ້​ແຂງ​ແຮງ​ຂຶ້ນ​ນຶ່ງ​ຮ້ອຍ​ເທົ່າ​ແລະ​ພັກຕະຫຼອດທັງຖັນ ​ແຖວ​ການ
ປະຕິວັດ​ໄດ້​ແຂງ​ແຮງ​ຂຶ້ນ ດ້ວຍ​ການ​ກວາດ​ລ້າງ​ກຸ່ມ​ທີ່​ຕໍ່ຕ້ານ​ພັກ ແລະຕໍ່ຕ້ານ​ການ
ປະຕິວັດ​ນັ້ນ.


ດັ່ງ​ດຽວ​ກັນ​ກັບຄຳ​ປາ​ໄສ​ໃນ​ຫຼາຍໆ​ປີຜ່ານມາ​ນັ້ນ ທ່ານ​ກິມ​ໄດ້​ສົ່ງ​ສານ​ທີ່​ສັບສົນ​ທັງ​ການ​ຂົ່ມ
ຂູ່​ແລະ​ການ​ປອງດອງ​ກັນ​ໄປ​ຍັງ​ໂລກ​ພາຍ​ນອກ.

ທ່ານ​ກິມກ່າວ​ວ່າ ​ເກົາຫຼີ​ເໜືອ​ຈະ​ທຳ​ຄວາມ​ພະຍາຍາມ​ຕ່າງໆ​ ຢ່າງ​ແຂງ​ຂັນ​ ເພື່ອ​ປັບປຸງ ຄວາມ​ສຳພັນ​ໃຫ້​ດີ​ຂຶ້ນ​ກັບ​ເກົາຫຼີ​ໃຕ້​ໃນ​ປີ​ນີ້. ​ແຕ່​ທ່ານ​ກໍໄດ້​ຂົ່ມຂູ່​ສະຫະລັດ​ ດ້ວຍ​ຄວາມ​ຫາຍຍະນະ​ດ້ານ​ນີວ​ເຄລຍທີ່​ໃຫຍ່​ຫຼວງ​.
XS
SM
MD
LG