ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທະຫານເກົາຫຼີເໜືອ ຄົນນຶ່ງຖືກຍິງ ໃນຂະນະທີ່ ໂຕນໜີ ອອກຈາກປະເທດ


ທະຫານ ເກົາຫຼີເໜືອ ເດີນສວນສະໜາມ ໃນລະຫວ່າງ ບັນດາ ເຈົ້າໜ້າທີ່ ອອສເຕຣເລຍ ເດີນທາງຢ້ຽມຢາມບ້ານ ປານມຸນຈອມ, ເມືອງ ປາຈູ, ເກົາຫຼີໃຕ້. 12 ຕຸລາ, 2017.
ທະຫານ ເກົາຫຼີເໜືອ ເດີນສວນສະໜາມ ໃນລະຫວ່າງ ບັນດາ ເຈົ້າໜ້າທີ່ ອອສເຕຣເລຍ ເດີນທາງຢ້ຽມຢາມບ້ານ ປານມຸນຈອມ, ເມືອງ ປາຈູ, ເກົາຫຼີໃຕ້. 12 ຕຸລາ, 2017.

ທາງການທະຫານ ເກົາຫຼີໃຕ້ ໄດ້ກ່າວໃນວັນຈັນມື້ນີ້ວ່າ ທະຫານເກົາຫຼີເໜືອ ຄົນນຶ່ງໄດ້
ຖືກຍິງ ແລະ ໄດ້ຮັບບາດເຈັບ ໂດຍເພື່ອນທະຫານດ້ວຍກັນ ໃນຂະນະທີ່ລາວໂຕນໜີ
ເຂົ້າໄປເກົາຫຼີໃຕ້ ທີ່ບ້ານນຶ່ງ ໃນເຂດຊາຍແດນ.

ຖະແຫຼງການດັ່ງກ່າວເວົ້າວ່າ ການໂຕນໜີອອກຈາກປະເທດໄດ້ເກີດຂຶ້ນທີ່ ບ້ານ
ປານມູນຈອມ, ເປັນບ້ານສັນຍາສະຫງົບເສິກຕັ້ງຢູ່ພາຍໃນ ເຂດປອດທະຫານ ທີ່ແບ່ງ
ແຍກປະເທດອອກຈາກກັນ.

ເກົາຫຼີໃຕ້ກ່າວວ່າ ເຂົາເຈົ້າໄດ້ເອົາທະຫານຄົນດັ່ງກ່າວເຂົ້າໄປໃນປະເທດ ຫຼັງຈາກ
ລາວໄດ້ໂຕນໜີມາຈາກຟາກ ເກົາຫຼີເໜືອ ເຂົ້າໄປໃນ ເກົາຫຼີໃຕ້, ແລະ ວ່າ ລາວໄດ້ຖືກ
ນຳຕົວໄປໂຮງໝໍ.

ຄວາມຮ້າຍແຮງຂອງອາການບາດເຈັບ ແລະ ເຫດຜົນສຳລັບ ການຫຼົບໜີອອກຈາກ
ປະເທດ ແມ່ນຍັງບໍ່ຊັດເຈນ ໃນທັນທີທັນໃດເທື່ອ.

ປະຊາຊົນ ເກົາຫຼີເໜືອ ຫຼາຍພັນຄົນ ໄດ້ພະຍາຍາມທີ່ຈະຂໍລີ້ໄພ ໃນ ເກົາຫຼີໃຕ້, ແຕ່ການ
ຫລົບໜີ ໃນວັນຈັນມື້ນີ້ ແມ່ນບໍ່ເປັນເລື່ອງທຳມະດາ. ຊາວ ເກົາຫຼີເໜືອ ສ່ວນຫຼາຍທີ່ຫຼົບໜີ
ເຂົ້າໃນ ເກົາຫຼີໃຕ້ ຈະເດີນທາງຜ່ານປະເທດ ຈີນ, ແລະ ການໂຕນໜີຂອງທະຫານຢູ່ບ້ານ
ປານມູນຈອມ ແມ່ນບໍ່ຄ່ອຍຈະມີຂຶ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG