ທາງດ້ານເກົາຫຼີເໜືອນັ້ນ ກໍໄດ້ສັ່ງໃຫ້ບັນດານັກການທູດ
ຂອງຕົນ ແລະ ພວກພະນັກງານທີ່ປະຈຳການ ຢູ່ໃນພາກ
ຕາເວັນອອກກາງ ໃຫ້ຢູ່ທີ່ນັ້ນ ຕໍ່ໄປເປັນການຊົ່ວຄາວ ຍ້ອນ
ຄວາມຢ້ານກົວກ່ຽວກັບພະຍາດ MERS ເຊິ່ງໄດ້ເຮັດໃຫ້
ຢ່າງນ້ອຍ 25 ຄົນແລ້ວ ເສຍຊີວິດຢູ່ໃນເກົາຫຼີໃຕ້.
ເຈົ້າໜ້າທີ່ເກົາຫຼີໃຕ້ທ່ານນຶ່ງ ຜູ້ທີ່ປະສົງບໍ່ຂໍອອກຊື່ ກ່າວຕໍ່
ວີໂອເອ ພະແນກພາສາເກົາຫຼີ ວ່າ ພຽງຢາງໄດ້ເອົາມາດ
ຕະການດັ່ງກ່າວ ໃນຄວາມພະຍາຍາມ ທີ່ຈະຄວບຄຸມໄວຣັສ
MERS ບໍ່ໃຫ້ແຜ່ລາມເຂົ້າໄປໃນເກົາຫຼີເໜືອ.
ເຈົ້າໜ້າທີ່ດັ່ງກ່າວເວົ້າວ່າ “ຊາວເກົາຫຼີເໜືອ ຄົງຈະມີຄວາມຢ້ານກົວ ຕໍ່ການແຜ່ລາມ
ຂອງພະຍາດນີ້ ຢ່າງໃຫຍ່ຫລວງ ເພາະວ່າ ລະບົບສາທາລະນະສຸກຂອງເຂົາເຈົ້າ
ແມ່ນອ່ອນແອຫຼາຍ.”
ມາເຖິງຕອນນີ້ ການຫ້າມເດີນທາງ ປາກົດວ່າ ແມ່ນຈຳກັດຢູ່ແຕ່ໃນ ບັນດາປະເທດ ໃນເຂດຕາເວັນອອກກາງ ບ່ອນທີ່ ເຊື້ອໄວຣັສ ແຜ່ລະບາດຫຼາຍ. ເຈົ້າໜ້າທີ່ເກົາຫຼີໃຕ້ອີກທ່ານນຶ່ງ ກ່າວວ່າ ບໍ່ເປັນທີ່ຈະແຈ້ງ ວ່າເກົາຫຼີເໜືອ ຫ້າມບໍ່ໃຫ້ພົນລະເມືອງຂອງຕົນຢູ່ໃນປະເທດອື່ນໆອີກ ກັບຄືນມາປະເທດຫລືບໍ່.
ເປັນທີ່ຄາດຄະເນກັນວ່າ ມີຄົນງານເກົາຫຼີເໜືອ 50,000 ຄົນ ເຮັດວຽກຢູ່ໃນ 16 ປະເທດ ໃນທົ່ວໂລກ.
ອົງການອະນາໄມໂລກ ຫຼື WHO ກ່າວວ່າ ຕົນບໍ່ໄດ້ຮັບຄຳຮ້ອງ ຂໍຄວາມຊ່ວຍເຫຼືອໃດໆ ໃນການຮັບມືກັບ ພະຍາດ MERS ຈາກເກົາຫຼີເໜືອ.
ເກົາຫຼີໃຕ້ ຮັບມືແນວໃດ ກັບໄວຣັສ MERS: