ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີເໜືອ ໄດ້ຮັບ ອຸບປະກອນ ນິວເຄລຍ ຜ່ານສະຖານທູດ ທີ່ ເບີລິນ


ຜູ້ນຳເກົາຫຼີເໜືອ ທ່ານກິມ ຈົງ ອຶນ (ກາງ) ກຳລັງຖືກແນະນຳ
ກ່ຽວກັບ ໂຄງການອາວຸດນິວເຄລຍ.
ຜູ້ນຳເກົາຫຼີເໜືອ ທ່ານກິມ ຈົງ ອຶນ (ກາງ) ກຳລັງຖືກແນະນຳ ກ່ຽວກັບ ໂຄງການອາວຸດນິວເຄລຍ.

ເກົາຫຼີ​ເໜືອ​ ໄດ້​ຮັບ​ອຸບ​ປະກອນ ​ແລະເທັກ​ໂນ​ໂລ​ຈີ ​ສຳ​ລັບໂຄງການອາວຸດ​ນິວ​ເຄລຍ
ຂອງຕົນ ໂດຍ​ຜ່ານ​ທາງ​ສະຖານທູດ​ຂອງ​ຕົນ ​ຢູ່ນະຄອນ​ເບີ​ລິນ ອີງຕາມ ຄຳເວົ້າຂອງ
ຫົວໜ້າ​ໜ່ວຍສືບ​ລັບ​ເຢຍຣະມັນ​.

ຫົວໜ້າໜ່ວຍສືບລັບບີ​ແອ​ຟວີ (BfV) ທ່ານຮານ-​ຈອຣຈ໌ ມາ​ສເຊ​ນກ່າວ​ຕໍ່​ໂທລະພາບ
ສາທາ​ລະນະ​ເຢຍຣະມັນ NRD ​ໃນ​ວັນ​ຈັນ​ວານ​ນີ້​ວ່າ “​ເວລາ​ພວກ​ເຮົາ​ພົບ​ເຫັນ​ສິ່ງ​ດັ່ງ
ກ່າວ ພວກ​ເຮົາ​ກໍທຳການຂັດຂວາງ. ແຕ່​ພວກ​ເຮົາ ​ບໍ່​ສາມາດ​ຄໍ້າປະ ກັນໄດ້​ວ່າ ພວກ
​ເຮົາ​ຈະ​ສາມາດ​ພົບ​ເຫັນ ​ແລະ​ທັບມ້າງ​ກໍລະນີ​ທັງໝົດໄດ້.”

ທ່ານ​ມາສຊານ​ກ່າວ​ວ່າ ພວກ​ເຈົ້າ​ໜ້າ​ທີ່​ເຢຍຣະມັນ​ສົງ​ໄສວ່າ ​ຕະຫລາດ​ໃ​ຕ້ດິນ ​ແລະ
​ພວກ​ຜູ້​ຊື້ທີ່ຢູ່ໃນເງົາມືດ ​ສາມາດ​ເອົາ​ມື​ເຂົາ​ເຈົ້າ​ ເຂົ້າ​ໄປ​ເຖິງອຸບປະກອນເຫຼົ່ານັ້ນ
​ແລະ​ກໍຊື້ອຸບປະກອນ ​ຢູ່​ໃນ​ເຢຍຣະມັນ.

ທ່ານ​ບໍ່​ໄດ້​ກ່າວ​ວ່າ​ແມ່ນ​ອຸບປະກອນ​ຫຍັງ​ແທ້ ທີ່​ເກົາຫຼີ​ເໜືອ​ໄດ້​ຊື້ ​ແຕ່​ກໍເວົ້າ​ວ່າ​ແມ່ນ​
ເທັກ​ໂນ​ໂລ​ຈີ ​ທີ່​ໃຊ້ໄດ້ທັງສອງດ້ານ ໝາຍ​ຄວາມ​ວ່າ​ໃຊ້ໄດ້ທັງທາງ​ພົນລະເຮືອນ ແລະ
​ທາງ​ທະຫານ.

​ໂທລະພາບ​ເຢຍຣະມັນ​ລາຍ​ງານ​ວ່າ ​ເກົາຫລີ​ເໜືອ​ໄດ້​ທຳການເຄື່ອນໄຫວຢູ່​ໃນ​ເຢຍຣະ
ມັນ ໃນ​ປີ 2016 ​ແລະ 2017 ​ແຕ່ນັກ​ການ​ທູດ​ເກົາ​ຫຼີ​ເໜືອໄດ້​ພະຍາ ຍາມ​ຊື້​ເຄື່ອງຄວບ
ຄຸມສຳລັບ​ໃຊ້​ໃນການຜະລິດອາວຸດ​ເຄມີ ໃນ​ຕົ້ນ​ປີ 2014.

​ໂຄສົກສະຖານທູດ​ເກົາຫຼີ​ເໜືອ ໄດ້ປະຕິ​ເສດ​ລາຍ​ງານ ໂດຍກ່າວ​ຕໍ່​ໂທລະພາບ CNN
ວ່າ “ບໍ່​ມີມູນຄວາມ​ຈິງ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Noorth Korea Nuke Germany
please wait

No media source currently available

0:00 0:00:33 0:00

XS
SM
MD
LG