ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພິທີ ຊາປະນະກິດສົບ ລັດຖະບານ ເກົາຫຼີເໜືອ ກໍ່ໃຫ້ເກີດ ຂ່າວຊ່າລືໃໝ່


ຜູ້ນຳ ເກົາຫຼີເໜືອ ທ່ານ Kim Jong Un ເຂົ້າຮ່ວມພິທີຊາປະນາກິດສົບຂອງ ນາຍພົນກອງທັບ ປະຊາຊົນເກົາຫຼີ Lee Ul Soi ທີ່ໄດ້ເສຍຊີວິດ, 8 ພະຈິກ, 2015.
ຜູ້ນຳ ເກົາຫຼີເໜືອ ທ່ານ Kim Jong Un ເຂົ້າຮ່ວມພິທີຊາປະນາກິດສົບຂອງ ນາຍພົນກອງທັບ ປະຊາຊົນເກົາຫຼີ Lee Ul Soi ທີ່ໄດ້ເສຍຊີວິດ, 8 ພະຈິກ, 2015.

ໃນ ເກົາຫຼືເໜືອ ການບໍ່ເຂົ້າຮ່ວມຂອງຄົນທີ່ມີຊື່ສຽງຂອງຜູ້ຊ່ວຍທີ່ ມີອຳນາດທີ່ສຸດຂອງທ່ານ Kim Jong Un ທີ່ພິທີຊາປະນາກິດສົບ ລັດຖະບານແຫ່ງໜຶ່ງ ໄດ້ກະຕຸ້ນຄວາມສົງໃສໃນລະດັບສູງພາຍໃນ ລະບອບຜະເດັດການລັບ.

ທ່ານ Choe Ryong Hae ເລຂາທິການຂອງພັກກຳມະກອນບໍ່ ແມ່ນໜຶ່ງໃນລາຍຊື່ຂອງເຈົ້າໜ້າທີ່ 170 ຄົນທີ່ເຂົ້າຮ່ວມໃນພິທີຊາ ປະນາກິດສົບຂອງທ່ານ Ri UI Sol, ຈອມພົນຂອງກອງທັບປະ ຊາຊົນ ເກົາຫຼີ ທີ່ໄດ້ເສຍຊີວິດດ້ວຍອາຍຸ 94 ປີ, ເຊິ່ງທ່ານເປັນຜູ້ທີ່ ໄດ້ຕໍ່ສູ້ຄຽງຂ້າງຜູ້ກໍ່ຕັ້ງປະເທດ ເກົາຫຼີເໜືອ ທ່ານ Kim Il Sung ຕ້ານ ຍີ່ປຸ່ນ ໃນສົງຄາມໂລກ ຄັ້ງທີ 2.

ກະຊວງ ທ້ອນໂຣມຊາດຂອງ ເກົາຫຼີໃຕ້ ໃນວັນຈັນວານນີ້ໄດ້ສັງເກດວ່າມັນແປກປະຫຼາດຫຼາຍ ທີ່ເຈົ້າໜ້າທີ່ ເກົາຫຼີເໜືອ ເຊັ່ນທ່ານ Choe ບໍ່ໄດ້ມີຊື່ຢູ່ໃນບັນຊີຜູ້ຮ່ວມໃນພິທີຊາປະນາກິດສົບ ຂັ້ນລັດຖະບານ ແຕ່ກໍບໍໄດ້ໃຫ້ການອະທິບາຍໃດໆວ່າເປັນຍ້ອນຫຍັງ.

ທ່ານ Choe Ryong Hae, ກາງ, ຜູ້ອຳນວຍການສຳນັກງານການເມືອງຂອງທະຫານປະຊາຊົນ ເກົາຫຼີເໜືອ. ທ່ນ Choe ບໍໄດ້ເຂົ້າຮ່ວມໃນພິທີຊາປະນາກິດສົບທ່ານ Ri Ul Soi.
ທ່ານ Choe Ryong Hae, ກາງ, ຜູ້ອຳນວຍການສຳນັກງານການເມືອງຂອງທະຫານປະຊາຊົນ ເກົາຫຼີເໜືອ. ທ່ນ Choe ບໍໄດ້ເຂົ້າຮ່ວມໃນພິທີຊາປະນາກິດສົບທ່ານ Ri Ul Soi.

ໂຄສົກກະຊວງ ການລວມຕົວເປັນໜຶ່ງດຽວ ທ່ານ Jeong Joon-hee ໄດ້ກ່າວວ່າ “ອີງຕາມ ປະຫວັດຂອງ ເກົາຫຼີເໜືອ, ມັນຜິດປົກກະຕິທີ່ເຈົ້າໜ້າທີ່ ເກົາຫຼີເໜືອ ດັ່ງທ່ານ Choe ບໍ່ໄດ້ ມີຊື່ຢູ່ໃນລາຍຊື່.”

ທ່ານ Choe ໄດ້ຖືກພິຈາລະນາວ່າເປັນທູດຄົນໜຶ່ງທີ່ໄດ້ຮັບການເຊື່ອຖືທີ່ສຸດສຳລັບທ່ານ Kim Jong Un. ໃນປີ 2013 ທ່ານ Kim Jong Un ໄດ້ສົ່ງທ່ານໄປນະຄອນຫຼວງປັກກິ່ງເພື່ອນຳສົ່ງ ຂໍ້ຄວາມສ່ວນຕົວໃນກັບປະທານປະເທດ ຈີນ ທ່ານ Xi Jinping. ແລະ ໃນເດືອນກັນຍາຂອງ ປີນີ້ ທ່ານ Choe ໄດ້ເປັນຕົວແທນໃຫ້ກັບ ເກົາຫຼີເໜືອ ເຂົ້າຮ່ວມການເດີນຂະບວນສວນສະ ໜາມຄົບຮອບວັນໄດ້ຮັບໄຊຊະນະຂອງ ຈີນ ໃນສົງຄາມໂລກຄັ້ງທີ 2.

ທ່ານ Kim Yong-hyun ອາຈາສອນວິຊາ ເກົາຫຼີເໜືອ ທີ່ມະຫະວິທະຍາໄລ Dongguk ໄດ້ ກ່າວວ່າ ມັນໄວເກີນໄປທີ່ຈະກ່າວວ່າ ດ້ວຍຄວາມແນ່ນອນໃດໆວ່າທ່ານ Choe ໄດ້ຖືກຍົກ ຍ້າຍອອກຈາກຕຳແໜ່ງຂອງທ່ານ ອີງຕາມການບໍ່ມີລາຍຊື່ຂອງທ່ານໃນພິທີສົ່ງສະການ ເຊັ່ນ ດຽວກັບການບໍ່ສາມາດທີ່ຈະສະແດງຄວາມເສຍໃຈຢ່າງເປັນສ່ວນຕົວທີ່ງານງັນສົບຂອງຈອມ ພົນ Ri.

XS
SM
MD
LG