ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວເກົາຫຼີເໜືອ ຂໍລີ້ໄພ ຢູ່ກົງສຸນ ເກົາຫລີໃຕ້ ໃນຮົງກົງ


ແຜນທີ່ຮົງກົງ.
ແຜນທີ່ຮົງກົງ.

ຜູ້​ຊາຍຊາວ​ເກົາຫລີ​ເໜືອ ອາຍຸ 18 ປີ ​ໄດ້​ເດີນທາ​ງ​ໄປ​ຮົງ​ກົງ ​ເພື່ອ​ແຂ່ງຂັນ​ກິລາໂອ​ລິ​ມປິກ ຄະນິດສາດ​ສາກົນ ​ໄດ້​ຂໍ​ລີ້​ໄພ​ຢູ່​ໃນ​ກົງສຸນ​ເກົາຫລີໃຕ້ຢູ່​ທີ່​ນັ້ນ​ໃນ​ວັນ​ພຸດ​ທີ່​ຜ່ານ​ມາ ອີງ​ຕາມລາຍ​ງານ​ຂ່າວ​ທ້ອງ​ຖິ່ນ.

ເພື່ອ​ເປັນ​ການລະມັດລະວັງ ກົງສຸນໃຫຍ່ເກົາຫລີ​ໃຕ້ ທີ່​ຕັ້ງ​ຢູ່ສູນ​ກາງການ​ເງິນ Far East ​ໄດ້ “ຮຽກຮ້ອງໃຫ້​ພວກ​ເຈົ້າ​ໜ້າ​ທີ່ຮົງ​ກົງ ​ເພີ້ມການຮັກສາ​ຄວາມ​ປອດ​ໄພ. ຕຳຫລວດໄດ້​ສົ່ງ​ເຈົ້າ​ໜ້າ​ທີ່​ຢ່າງ​ຫລວງຫລາຍ​ໄປ​ທີ່​ນັ້ນ ຮວມທັງໜ່ວຍ​ຕໍ່ຕ້ານ​ການ​ກໍ່​ການ​ຮ້າຍຂອງ​ຕຳຫຼວດ.

ລາຍ​ລະອຽດ​ຍັງບໍ່​ແຈ້ງ​ຂາວ​ເທື່ອ ​ແຕ່​ວ່າ​ໃນຕອນບ່າຍວັນ​ພະຫັດ​ວານ​ນີ້ກ່ອນ 5 ​ໂມງ​ແລງ ບັນ​ດາ​ນັກ​ຂ່າວ VOA ​ໄດ້​ຂີ່​ລິບ​ຂຶ້ນ​ໄປ​ຊັ້ນ​ທີ​ຫ້າ​ຂອງຫ້ອງການ​ກົງສຸນ ບ່ອນ​ທີ່​ເຂົາ​ເຈົ້າໄດ້ ຖືກໄລ່​ອອກ​ໄປ​ໂດຍພວກເຈົ້າ​ໜ້າ​ທີ່​ນອກ​ເຄື່ອງ​ແບບ. ກົງ​ສຸນ​ໄດ້​ຍົກ​ເລີກ​ກ​ານອອກ​ວີ​ຊ່າ ​ແລະການ​ບໍລິການ​ຕ່າງໆ.

ພວກ​ນັກ​ຂ່າວ​ຈຳ​ນວນ​ນຶ່ງ​ໄດ້​ພາກັນ​ນອນ​ຢູ່​ນອກ​ຕຶກ​ທາງ​ເຂົ້າ. ນັກ​ຂ່າວ​ສອງ​ສາມ​ຄົນ​ກ່າວ​ວ່າສະພາບ​ຂອງຜູ້​ໂຕນ​ໜີຍັງ​ບໍ່​ເປັນ​ທີ່ແຈ້ງຂາວ ​ແລະ​ພວກ​ເຈົ້າ​ໜ້າ​ທີ່​ຮົງ​ກົງ ຫລື​ຄະນະ​ກຳມະການກະ​ຊວງ​ຕ່າງປະ​ເທດຈີນ ຢູ່​ໃນຮົງກົງ ຍັງ​ບໍ່​ໄດ້​ຕອບ​ຮັບ ຕໍ່ຄຳ​ຮ້ອງ​ຂໍຂອງ​ພວກ​ນັກ​ຂ່າວ.

ອີງ​ຕາມນະ​ໂຍບາຍ “ປະ​ເທດ​ນຶ່ງ​ທີ່​ມີ​ສອງ​ລະບົບ​” ​ລະຫວ່າງ​ຈີນ​ແຜ່ນດິນ​ໃຫຍ່ ​ແລະ​ຮົງ​ກົງ ເຫດການທັງ​ໝົດ​ທີ່​ພົວພັນກັບບັນຫາ​ທາງ​ການ​ທູດ ຕ້ອງຮັບ​ມື​ໂດຍ ກະຊວງ​ຕ່າງປະ​ເທດ​ ຢູ່ທີ່ປັກ​ກິ່ງ.

ຈີນ ​ແລະເກົາຫລີ​ໃຕ້​ໄດ້​ປະຕິ​ເສດ​ທີ່​ຈະໃຫ້​ຄວາມ​ເຫັນ​ໃດໆກ່ຽວ​ກັບສະຖານະ​ການ. ປັກ​ກິ່ງ​ເທົ່າ​ທີ່​ຜ່ານ​ມາ​ໄດ້​ຢູ່​ພາຍ​ໃຕ້​ການ​ຖືກ​ໂຈມ​ຕີ​ຈາກ​ບັນດາ​ກຸ່ມ​ສິດທິ​ມະ​ນຸດທີ່​ສົ່ງ​ຜູ້​ຖືກ​ກ່າວ​ຫາ​ໂຕນໜີ​ຈາກເກົາຫລີ​ເໜືອ ​ກັບ​ຄືນ​ໄປປະ​ເທດ​ຂອງ​ເຂົາ​ເຈົ້າ ບ່່ອນ​ທີ່​ເຊື່ອ​ກັນ​ຢ່າງ​ກວ້າ​ງຂວາງ​ວ່າ ​ເຂົາ​ເຈົ້າປະ​ເຊີນ​ໜ້າ​ກັບ​ການ​ລົງ​ໂທດຢ່າງ​ຮ້າຍ​ແຮງນັ້ນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG