ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າໜ້າທີ່ຮັບຜິດຊອບດ້ານຄວາມໝັ້ນຄົງທາງສັງຄົມຂອງເກົາຫຼີເໜືອ ເດີນທາງໄປຢ້ຽມຢາມ ຣັດເຊຍ ເພື່ອຮັດແໜ້ນສາຍພົວພັນ


ແຟ້ມຮູບ-ທຸງຊາດ ຣັດເຊຍ ແລະເກົາຫຼີເໜືອ ແນມເຫັນຢູ່ຕໍ່ໜ້າສູນກາງຂອງເສັ້ນທາງລົດໄຟ ໃນເມືອງວລາດີໂວສຕັອກ, ຣັດເຊຍ, ວັນທີ 24 ເມສາ 2019, ກ່ອນການປະຊຸມສຸດຍອດຂອງ ທ່ານວະລາດີເມຍ ປູຕິນ ແລະ ທ່ານກິມ ຈົງ ອຶນ.
ແຟ້ມຮູບ-ທຸງຊາດ ຣັດເຊຍ ແລະເກົາຫຼີເໜືອ ແນມເຫັນຢູ່ຕໍ່ໜ້າສູນກາງຂອງເສັ້ນທາງລົດໄຟ ໃນເມືອງວລາດີໂວສຕັອກ, ຣັດເຊຍ, ວັນທີ 24 ເມສາ 2019, ກ່ອນການປະຊຸມສຸດຍອດຂອງ ທ່ານວະລາດີເມຍ ປູຕິນ ແລະ ທ່ານກິມ ຈົງ ອຶນ.

ບັນດາເຈົ້າໜ້າທີ່ເກົາຫຼີເໜືອ ກຸ່ມນຶ່ງທີ່ຮັບຜິດຊອບດ້ານຄວາມໝັ້ນຄົງທາງສັງ ຄົມ ມີກຳນົດທີ່ຈະໄປຢ້ຽມຢາມ ຣັດເຊຍ, ອີງຕາມອົງການຂ່າວສູນກາງຂອງ ເກົາຫຼີເໜືອ KCNA ທີ່ໄດ້ກ່າວໃນວັນອັງຄານມື້ນີ້, ທ່າມກາງສັນຍານຂອງການ ແລກປ່ຽນທາງດ້ານການທູດ ແລະ ດ້ານຄວາມໝັ້ນຄົງລະຫວ່າງປະເທດເພື່ອນ ບ້ານທັງສອງທີ່ເພີ້ມຂຶ້ນນັບມື້, ອີງຕາມລາຍງານຂອງອົງການຂ່າວ Reuters.

ອົງການຂ່າວ KCNA ກ່າວໂດຍບໍ່ໄດ້ໃຫ້ລາຍລະອຽດໃດໆ​ວ່າ ຄະ​ນະ​ຜູ້​ແທນ ທີ່ນໍາພາໂດຍ​ຮອງ​ລັດ​ຖະ​ມົນ​ຕີ​ຄວາມໝັ້ນຄົງທາງສັງຄົມ​ຂອງ​ເກົາ​ຫຼີ​ເໜືອ ທ່ານ ຣີ ຊັອງ ຊອລ (Ri Song Chol) ໄດ້ພາກັນ​ອອກ​ເດີນ​ທາງ​ໄປ​ ​ຣັດ​ເຊຍ ​ໃນ​ວັນ​ຈັນ​ວານ​ນີ້.

ພຽງ​ຢາງ ​ແລະ ມົ​ສ​ກູ ມີການເພີ້ມ​ທະວີ​ການ​ພົວພັນ​ທາງ​ການ​ທູດ ​ແລະ ຄວາມ​ໝັ້ນຄົງ, ​ເປັນ​ເຈົ້າພາບ​ຈັດ​ຕັ້ງ​ລັດຖະບານ, ລັດຖະສະພາ ​ແລະ ຄະນະ​ຜູ້​ແທນ​ອື່ນໆ​ຮ່ວມກັນ​ໃນ​ບໍ່ເທົ່າໃດ​ເດືອນທີ່​ຜ່ານ​ມານີ້.

ບັນດາເຈົ້າໜ້າທີ່ໃນນະຄອນຫຼວງວໍຊິງຕັນ ແລະນະຄອນຫຼວງໂຊລ ກ່າວໂທດ ເກົາຫຼີເໜືອ ວ່າສົ່ງອາວຸດໄປໃຫ້ ຣັດເຊຍ ເພື່ອສະໜັບສະໜູນສົງຄາມຕໍ່ຕ້ານ ຢູເຄຣນ ສໍາລັບແລກປ່ຽນກັບການຊ່ວຍເຫຼືອທາງດ້ານເທັກໂນໂລຈີ ດ້ວຍໂຄງ ການຕ່າງໆທາງດ້ານນິວເຄລຍ ແລະລູກສອນໄຟຂອງຕົນ.

ໃນວັນຈັນວານນີ້, ຫນັງສືພິມ ເວໂດໂມສຕີ (Vedomosti) ຂອງ ຣັດເຊຍ ກ່າວວ່າ ປະທານາທິບໍດີ ວະລາດີເມຍ ປູຕິນ ຈະໄປຢ້ຽມຢາມ ເກົາຫຼີເໜືອ ແລະ ຫວຽດນາມ ໃນອີກບໍ່ເທົ່າໃດອາທິດຂ້າງຫນ້ານີ້, ເຊິ່ງເຈົ້າ​ໜ້າ​ທີ່ຂອງ​ຫວຽດ​ນາມຄົນນຶ່ງກ່າວ​ຕໍ່ອົງການຂ່າວ Reuters ວ່າ ການ​ເດີນ​ທາງ​ໄປ​ຫວຽດ​ນາມ ແມ່ນ​ໄດ້​ວາງ​ແຜນ​ໄວ້​ໃນ​ວັນ​ທີ 19 ແລະ 20 ມິ​ຖຸ​ນາ, ແຕ່​ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ຢືນ​ຢັນ​ເທື່ອ.

ວັງເຄຣັມລິນກ່າວວ່າ ຣັດເຊຍ ຕ້ອງການສ້າງຄູ່ຮ່ວມມືກັບເກົາຫຼີເໜືອ “ໃນທຸກ ດ້ານ” ແຕ່ຍັງບໍ່ໄດ້ຢືນຢັນເຖິງກໍານົດຂອງການຢ້ຽມຢາມອອກມາ.

ອ່ານຂ່າວດ້ານລຸ່ມນີ້ເປັນພາສາອັງກິດ

SEOUL, June 11 (Reuters) - A group of North Korean officials in charge of public security was set to visit Russia, state news agency KCNA said on Tuesday, amid signs of growing diplomatic and security exchanges between the neighbours.

The delegation, led by North Korean Public Security Vice Minister Ri Song Chol, left for Russia by air on Monday, KCNA said, without elaborating.

Pyongyang and Moscow have been increasingly expanding diplomatic and security ties, hosting each other's government, parliamentary and other delegations in recent months.

Officials in Washington and Seoul have accused North Korea of shipping weapons to Russia to support the war against Ukraine in exchange for technological aid with its own nuclear and missile programmes.

On Monday, Russia's Vedomosti newspaper said President Vladimir Putin would visit North Korea and Vietnam in the coming weeks. An official in Vietnam told Reuters the Vietnam trip was planned for June 19 and 20, but has not yet been confirmed.

The Kremlin has said Russia wants to build a partnership with North Korea "in all areas" but has not confirmed the date of the visit.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG