ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໓ ກຸມພາ ໒໐໒໕

ເກົາຫຼີເໜືອ ຊະນະຂາດລອຍ ໃນເກມເຕະບານລະຫວ່າງ ຊີເຣຍ ແລະ ມຽນມາ ເເຕ່ມີປະຊາຊົນລາວ ພຽງເລັກນ້ອຍ ເຂົ້າຮ່ວມຊົມໄດ້


ທີມຊາດເກົາຫຼີເໜືອ ຮ້ອງເພງຊາດ ກ່ອນໜ້າການແຂ່ງຂັນຮອບຄັດເລືອກ ສຳລັບບານໂລກ 2026 ລະຫວ່າງ ຍີ່ປຸ່ນ ແລະ ເກົາຫຼີເໜືອ ຢູ່ສະໜາມກິລາແຫ່ງຊາດຂອງໂຕກຽວ.
ທີມຊາດເກົາຫຼີເໜືອ ຮ້ອງເພງຊາດ ກ່ອນໜ້າການແຂ່ງຂັນຮອບຄັດເລືອກ ສຳລັບບານໂລກ 2026 ລະຫວ່າງ ຍີ່ປຸ່ນ ແລະ ເກົາຫຼີເໜືອ ຢູ່ສະໜາມກິລາແຫ່ງຊາດຂອງໂຕກຽວ.

ໃນນັດເຕະບານລະຫວ່າງ ເກົາຫຼີເໜືອເເລະຊີເຣຍ ໃນວັນທີ 6 ເເລະ ວັນທີ 11 ຮອບຄັດເລືອກຂອງສາຍເອເຊຍ AFC ທີ່ຜ່ານມາ ຢູ່ໃນປະເທດລາວ ເຊິ່ງປະຊາຊົນລາວທົ່ວໄປ ເເລະ ນັກເຕະບານມືອາຊີບບໍ່ສາມາດເຂົ້າໄປເບິ່ງໄດ້ ດ້ວຍເຫດຜົນທີ່ວ່າ ເກົາຫຼີເໜືອບໍ່ອະນຸຍາດໃຫ້ມີການຖ່າຍທອດສົດການເເຂ່ງຂັນໃນນັດຂອງເກົາຫຼີເໜືອກັບຊີເຣຍ ເເຕ່ສາມາດຖ່າຍທອດສົດໄດ້ໃນເກມກັບມຽນມາ.

ໃນເກມກິລາເຕະບານຮອບຄັດເລືອກລະຫວ່າງ ເກົາຫຼີເໜືອ ເເລະ ຊີເຣຍນັ້ນຈະເຫັນໄດ້ວ່າ ທາງສະມາຄົມບານເຕະຊີເຣຍ (SFA) ພະຍາຍາມທີ່ຈະຖ່າຍທອດສົດຜ່ານຊ່ອງທາງຢູທູບ (YouTube) ເເຕ່ຫຼັງຈາກການຮ້ອງເພງຊາດຂອງທັງສອງຝ່າຍຈົບລົງ ເເລະ ການເເຂ່ງຂັນທີ່ຫາກໍເລີ່ມຖ່າຍທອດສົດຢູ່ນັ້ນ ກໍຖືກຕັດ ເເລະ ງົດການອອກອາກາດໄປ.

ພາຍຫຼັງຈາກນັ້ນ ທາງສະມາຄົມກິລາບານເຕະຂອງຊີເຣຍໄດ້ປະກາດຜ່ານທາງເຟສບຸກວ່າ: “ທາງເກົາຫຼີເໜືອໄດ້ຄັດຄ້ານການຖ່າຍທອດສົດ, ສະນັ້ນ ພວກເຮົາມີຄວາມຈຳເປັນທີ່ຕ້ອງໄດ້ລະງັບອອກໄປ. ທາງພວກເຮົາຕ້ອງຂໍອະໄພຢ່າງສຸດຊຶ້ງຕໍ່ເເຟນບານທຸກໆຄົນ ເພາະວ່າເຫດການດັ່ງກ່າວເເມ່ນຢູ່ເໜືອການຄວບຄຸມຂອງພວກເຮົາ.”

ເຈົ້າໜ້າທີ່ຂອບສະໜາມຜູ້ນຶ່ງໃນລາວ ທີ່ໄດ້ມີສ່ວນໃນການຈັດການເເຂ່ງຂັນໄດ້ເວົ້າວ່າ ການເເຂ່ງຂັນເເມ່ນໄດ້ດຳເນີນໄປຕາມປົກກະຕິ ເເຕ່ວ່າຄົນທົ່ວໄປເເມ່ນບໍ່ສາມາດເຂົ້າໄປເບິ່ງໄດ້ ຕາມຄວາມຄິດຂອງທ່ານເເລ້ວ ເກົາຫຼີເໜືອເເມ່ນຫຼິ້ນຕາມປົກກະຕິເພາະມີກຳມະການຂອງຟີຟາ (FIFA) ໄປເປັນຕັດສິນ.

“ເເມ່ນ. ຄົນທີ່ໄປເບິ່ງ ກໍມີຄົນຢູ່ ສຕລ (ສະຫະພັນບານເຕະເເຫ່ງຊາດລາວລະກະມີຄົນເເປກໜ້າເເນ່ ບໍ່ເຄີຍເຫັນ. ພວກກອງເຊຍເເມ່ນກອງເຊຍເກົາຫຼີເໜືອເລີຍພວກນີ້. ບໍ່ຮູ້ວ່າ ມາເເຕ່ໃສເເຕ່ພວກເຂົາໜ້າຈະມານຳກັນ. ຄືຊິເເມ່ນມາຈາກສະຖານທູດ ອັນນີ້ບໍ່ຮູ້ຄືກັນ ເເລະບໍ່ ເຂົາເຈົ້າຫຼິ້ນປົກກະຕິດີ. ເກົາຫຼີເໜືອເກັ່ງໃນມື້ນັ້ນ ເເມ່ນ. ມັນກະຈະຍຸດຕິທຳທັງສອງຝ່າຍເພາະເຂົາຫຼິ້ນດີອີຫລີ ເເຕ່ຊີເຣຍນີ້ ຫຼິ້ນບໍ່ໄດ້ເລີຍບໍ່ຮູ້ວ່າເປັນຫຍັງ. ຫຼິ້ນບໍ່ອອກເລີຍ.”

ເເຟນບານຜູ້ນຶ່ງຢູ່ເມືອງໄຊທານີ ທີ່ຕິດຕາມການເເຂ່ງຂັນນັດນີ້ ເເລະ ກຽມທີ່ຈະໄປເບິ່ງເກມ ກໍວິເຄາະເກມດັ່ງກ່າວວ່າ:

“ເອີອັນນີ້ກະເປັນຄົນທີ່ມັກໄປເບິ່ງເຕະບານ ເວລາມີທີມຊາດເຕະເນາະ. ເຮົາກະບໍ່ໄດ້ຮູ້ສຶກເເປກໃຈຫຍັງດ໋ອກ ເພາະວ່າປະເທດເກົາຫຼີເໜືອເຂົາເຈົ້າເປັນເເບບນັ້ນຢູ່ເເລ້ວ ສ່ວນຕົວອີຫຍັງຢູ່ເເລ້ວ ທຳມະດາເຂົາເຈົ້າຕ້ອງໄດ້ໄປເຕະຢູ່ປະເທດຈີນເເລ້ວ. ເກົາຫຼີເໜືອ ບໍ່ຖືກກັບໃຜນະ ກະຮູ້ໆກັນຢູ່ ເລີຍຂໍມາເຕະຢູ່ລາວ. ເກົາຫຼີເໜືອນີ້ກະປະມານນຶ່ງ ຖ້າທຽບຢູ່ອາຊີນະ ເເຕ່ວ່າປະຫວັດໂກງມັນມີໃດ ກັບກິລາໂຕອື່ນ.”

ໃນເກມລະຫວ່າງເກົາຫຼີເໜືອ ກັບ ຊີເຣຍນັ້ນ ທີມຊາດເກົາຫຼີເໜືອໄດ້ເອົາຊະນະຊີເຣຍ 1-0 ຍິງໂດຍ ຈອງ ອີລ-ວອນ (Jong Il-gwan) ກອງກາງຂອງທີມຊາດເກົາຫຼີເໜືອ ໃນຊ່ວງການຕໍ່ເວລາຫຼັງຈາກທີ່ສະເໝີກັນ 0-0 ໃນເຄິ່ງເກມຂອງເກມການເເຂ່ງຂັ້ນ.

ການຫຼິ້ນຂອງຊີເຣຍໂດຍລວມເເມ່ນດີມາໂດຍຕະຫຼອດ ເຊິ່ງໄດ້ຖືກຈັດອັນດັບເປັນທີ 89 ຂອງທີມເຕະບານທີ່ເກັ່ງທີ່ສຸດໃນໂລກ ຕາມຂໍ້ມູນຈາກ FIFA.

ສ່ວນໃນເກມການເເຂ່ງຂັນລະຫວ່າງ ເກົາຫຼີເໜືອກັບມຽນມາ, ທາງທີມຊາດເກົາຫຼີເໜືອໃຫ້ອະນຸຍາດຖ່າຍທອດສົດໄດ້ ເພາະທາງເກົາຫຼີເໜືອໝັ້ນໃຈວ່າທີມໂຕເອງຈະເອົາຊະນະທີມມຽນມາໄດ້ຢ່າງເເນ່ນອນ ເພາະໂດຍລວມເເລ້ວທີມຊາດມຽນມາເເມ່ນຖືກຈັດອັນດັບຢູ່ທີ 163 ຂອງໂລກ ສ່ວນເກົາຫຼີເໜືອນັ້ນຢູ່ໃນອັນດັບ118 ຂອງໂລກ. ໂດຍການເເຂ່ງຂັນໃນຮອບນີ້, ເກົາຫຼີເໜືອບຸກເອົາຊະນະທີມຊາດມຽນມາໄດ້ເຖິງ 4-1.

ເເຕ່ຢ່າງໃດກໍຕາມ, ເກົາຫຼີເໜືອ ກໍເປັນນຶ່ງໃນທີມທີ່ຜ່ານຮອບຄັດເລືອກໄດ້ແລະຈະເຂົ້າຮອບທີ 2 ຕໍ່ໄປ ເຊິ່ງຈະມີປະເທດຈາກເອເຊຍຕາເວັນອອກເຊັ່ນ: ຈີນ, ເກົາຫຼີໃຕ້, ເເລະ ຍິ່ປຸ່ນ ເຂົ້າຮອບຮ່ວມນຳ. ສ່ວນສາຍເອເຊຍຕາເວັນອອກສຽງໃຕ້ ກໍມີປະເທດອິນໂດເນເຊຍ ຈະເຂົ້າໄປເເຂ່ງໃນຮອບນີ້ເຊັ່ນດຽວກັນ. ໃນການຈັດກຸ່ມຂອງແຕ່ລະສາຍ ຫຼື ໂມງການເເຂ່ງຂັນຍັງບໍ່ທັນມີກາດປະກາດຢ່າງເປັນທາງການຈາກ AFC ເທື່ອ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG