ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

​ເກົາ​ຫຼີ​ເໜືອ ຍິງ​ລູກ​ສອນ​ໄຟ​ຫຼາຍ​ລູກ ພາ​ໃຫ້​ມີ​ການ​ເປີດ​ສັນ​ຍານ​ເຕືອນ​ໄພ​ທາງ​ອາ​ກາດ ຢູ່ ເກົາ​ຫຼີ​ໃຕ້


ຊາຍ​ຄົນ​ນຶ່ງ ​ເບິ່ງ​ໂທ​ລະ​ພາບ ທີ່​ອອກ​ຂ່າວ​ກ່ຽວ​ກັບ​ເກົາ​ຫຼີ​ເໜືອ ​ຍິງ​​ທົດ​ລອງລູກ​ສອນ​ໄຟ ຢູ່​ສະ​ຖາ​ນີ​ລົດ​ໄຟ​ແຫ່ງ​ນຶ່ງ​ ໃນ​ນະ​ຄອນ​ຫຼວງ​ໂຊລ ເມື່ອ​ວັນ​ທີ 2 ພະ​ຈິກ 2022.
ຊາຍ​ຄົນ​ນຶ່ງ ​ເບິ່ງ​ໂທ​ລະ​ພາບ ທີ່​ອອກ​ຂ່າວ​ກ່ຽວ​ກັບ​ເກົາ​ຫຼີ​ເໜືອ ​ຍິງ​​ທົດ​ລອງລູກ​ສອນ​ໄຟ ຢູ່​ສະ​ຖາ​ນີ​ລົດ​ໄຟ​ແຫ່ງ​ນຶ່ງ​ ໃນ​ນະ​ຄອນ​ຫຼວງ​ໂຊລ ເມື່ອ​ວັນ​ທີ 2 ພະ​ຈິກ 2022.

ເກົາ​ຫຼີ​ເໜືອ​ໄດ້​ຍິງ​ລູກ​ສອນ​ໄຟ​ບໍ່​ຕ່ຳ​ກວ່າ 10 ລູກ ຮວມ​ທັງ​ຢ່າງ​ໜ້ອຍ 3 ລູກ​ຍິງ​ເຂົ້າ​ໄປ​ໃນ​ດິນ​ແດນ​ຂອງ​ເກົາ​ຫຼີ​ໃຕ້ ຊຶ່ງ​ເປັນ​ການ​ຍິງ​ ແບບ​ບໍ່​ເຄີຍເກີດ​ຂຶ້ນມາ​ກ່ອນ ທີ່​ພາ​ໃຫ້​ມີ​ການ​ອອກ​ຄຳ​ເຕືອນ​ທາ​ງ​ໂທ​ລະ​ພາບ​ ຮວມ​ທັງ​ເປີດ​ສັນ​ຍານ​ເຕືອນ​ໄພ​ທາງ​ອາ​ກາດ​ ຢູ່​ທີ່​ເກາະ​ດອນ​ແຫ່ງ​ນຶ່ງ ນອກ​ແຄມ​ຝັ່ງຂອງ​ເກົາ​ຫຼີ​ໃຕ້.

ນຶ່ງ​ໃນ​ລູກ​ສອນ​ໄຟ​ຂອງ​ເກົາ​ຫຼີ​ເໜືອ ໄດ້​ຕົກ​ລົງ​ໃສ່​ເຂດ​ນ່ານ​ນ້ຳ ພຽງ 57 ກິ​ໂລ​ແມັດ​ຫ່າງ​ຈາກ​ເມືອງ​ຊົກ​ໂຈ (Sokcho) ໄປ​ທາ​ງ​ທິດ​ຕາ​ເວັນ​ອອກ ​ຊຶ່ງ​ເປັນ​ເມືອງ​ທ່ອງ​ທ່ຽວ​ແຄມ​ຝັ່ງ​ທະ​ເລ​ໃນ​ເຂດ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ​ເກົາ​ຫຼີ​ໃຕ້ ອີງ​ຕາມ​ຄຳ​ເວົ້າ​ຂອງກອງ​ທັບ​ເກົາ​ຫຼີ​ໃຕ້. ລູກ​ສອນ​ໄຟ​ອີກ​ລູກ​ນຶ່ງ ໄດ້​ຕົກ​ລົງ​ຫ່າງ​ຈາກເມືອງອູ​ລ​ເລິງ (Ulleung) 167 ກິ​ໂລ​ແມັດ ຊຶ່ງ​ເປັນ​ເກາະ​ດອນ​ທີ່​ບໍ່​ມີ​ປະ​ຊາ​ຊົນ​ອາ​ໄສ​ຢູ່​ຫຼາຍ​ປານ​ໃດ ໃນ​ເຂດ​ແຄມ​ຝັ່ງ​ຕາ​ເວັນ​ອອກ​ຂອງ​ເກົາ​ຫຼີ​ໃຕ້. ສ່ວນ​ລູກ​ທີ 3 ໄດ້​ຕົກ​ລົງ​ໃສ່​ເຂດ​ນ່ານ​ນ້ຳ​ສາ​ກົນ 26 ຢູ່​ທາງ​ໃຕ້​ຂອງ​ເຂດ​ແບ່ງ​ຊາຍ​ແດນ​ທາງ​ທະ​ເລ ລະ​ຫວ່າງ​ສອງ​ເກົາ​ຫຼີ ອີງ​ຕາມ​ຄຳ​ເວົ້າ​ຂອງ​ເຈົ້າ​ໜ້າ​ທີ່.

ເກົາ​ຫຼີ​ເໜືອ​ໄດ້​ຍິງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ ປະ​ມານ 50 ລູກ ພາຍ​ໃນ​ປີນີ້ ຊຶ່ງ​ມີ​ຈຳ​ນວນ​ຫຼາຍ​ເປັນ​ປະ​ຫວັດ​ການ ແຕ່​ມາ​ຈົນ​ຮອດມື້ນີ້ ບໍ່​ເຄີຍ​ມີ​ການ​ຍິງ​ໄປ​ໃສ່​ເກົາ​ຫຼີ​ໃຕ້ ແລະ​ກໍ​ບໍ່​ເຄີຍ​ມີ​ການ​ເປີດ​ສັນ​ຍານ​ເຕືອນ​ໄພ​ທາງ​ອາ​ກາດ​ມາ​ກ່ອນ.

ກອງ​ທັບ​ເກົາ​ຫຼີ​ໃຕ້ ຊຶ່ງ​ກ່ອນ​ໜ້ານີ້​ໄດ້​ສັນ​ຍາ​ວ່າ ຈະ​ເອົາ​ມາດ​ຕະ​ການ​ຕອບ​ໂຕ້​ແບບ​ເດັດ​ຂາດນັ້ນ ກ່າວ​ໃນ​ວັນ​ພຸດມື້ນີ້​ວ່າ ເຮືອ​ບິນ​ຂອງ​ຕົນ​ໄດ້​ຍິງ​ລູກ​ສອນ​ໄຟ 3 ລູກ​ໄປ​ຍັງ​ບໍ​ລິ​ເວນ​ທີ່​ຢູ່​ເໜືອ​ເຂດ​ຊາຍ​ແດນ. ການ​ຕອບ​ໂຕ້​ທີ່​ວ່ານີ້ ສະ​ແດງ​ໃຫ້​ເຫັນ​ເຖິງ​ “ຄວາມ​ສາ​ມາດແລະ​ຄວາມ​ພ້ອມ​ຂອງ​ເກົາ​ຫຼີ​ໃຕ້ ທີ່​ຈະ​ໂຈມ​ຕີ​ສັດ​ຕູ​ດ້ວຍ​ອາ​ວຸດ​ທີ່​ມີ​ຄວາມ​ແມ່ນ​ຍຳ” ອີງ​ຕາມ​ຖະ​ແຫຼງ​ການ​ຂອງ​ຄະ​ນະ​ເສ​ນາ​ທິ​ການ​ຮ່ວມ.

ນີ້​ແມ່ນ​ເທື່ອ​ທຳ​ອິດ ນັບ​ແຕ່​ໄດ້​ມີ​ການ​ສິ້ນ​ສຸດ​ລົງ​ຂອງ​ສົງ​ຄາມ​ເກົາ​ຫຼີ ໃນປີ 1950 ຫາ 53 ທີ່​ໄດ້​ມີ​ການ​ຍິງ​ລູກ​ສອນ​ໄຟ​ຂ້າມ​ເຂດ​ຊາຍ​ແດນ ​ຫຼື Northern Limit Line ອີງ​ຕາມ​ຄຳ​ເວົ້າ​ຂອງ​ພວກ​ເຈົ້​າ​ໜ້າ​ທີ່​ຈາກ​ກະ​ຊວງ​ປ້ອງ​ກັນ​ຊາດ​ຂອງ​ເກົາ​ຫຼີ​ໃຕ້.

ເພື່ອ​ເປັນ​ການ​ຕອບ​ໂຕ້ ຕໍ່​ການ​ຍິງ​ລູກ​ສອນ​ໄຟ​ຂອ​ງ​ເກົາ​ຫຼີ​ເໜືອ ກະ​ຊວງ​ຂົນ​ສົ່ງ​ຂອງ​ເກົາ​ຫຼີ​ໃຕ້​ກ່າວ​ວ່າ ຕົນ​ໄດ້​ປິດ​ເສັ້ນ​ທາງ​ເດີນ​ອາ​ກາດ​ບາງ​ສາຍ ຢູ່ນອກ​ແຄມ​ຝັ່ງ​ກ້ຳ​ຕ​າ​ເວັນ​ອອກ​ຂອງ​ຕົນ ໄປ​ຈົນ​ຮອດ​ຕອນ​ເຊົ້າ​ວັນ​ພະ​ຫັດ​ມື້​ອື່ນ.

ການ​ເຄື່ອນ​ໄຫວ​ດັ່ງ​ກ່າວ​ຍິ່ງ​ເຮັດ​ໃຫ້​ຄວາມ​ເຄັ່ງ​ຕຶງ​ເພີ້ມ​ທະ​ວີ​ຂຶ້ນ​ຢູ່​ໃນ​ແຫຼມ​ເກົາ​ຫລີ ບ່ອນ​ທີ່​ທັງ​ສອງ​ຝ່າຍ​ຕ່າງ​ກໍ​ໄດ້​ສະ​ແດງ​ແສນ​ຍາ​ນຸ​ພາບ​ຂອງ​ຕົນ. ເຈົ້າ​ໜ້າ​ທີ່​ສະ​ຫະ​ລັດ​ແລະ​ເກົາ​ຫຼີ​ໃຕ້ ໄດ້​ເຕືອນ​ວ່າ ເກົາ​ຫຼີ​ເໜືອ​ອາດ​ຈະ​ພວມ​ກະ​ກຽມ​ທຳ​ການ​ທົດ​ລອງ​ອາ​ວຸດ​ນິວ​ເຄ​ລຍ.

ປະ​ທາ​ນາ​ທິ​ບໍ​ດີ​ຢູນ ຊຸກ ໂຢ​ລ ແຫ່ງ​ເກົາ​ຫຼີ​ໃຕ້ ໄດ້​ສັ່ງ “ເອົາ​ມາດ​ຕະ​ການ​ທີ່​ເຄັ່ງ​ຄັດ​ຢ່າງ​ແຜ່ກວ້າງ​ເພື່ອ​ຄ້ຳ​ປະ​ກັນ​ວ່າ​ເກົາ​ຫຼີ​ເໜືອ​ຕ້ອງ​ໄດ້​ຈ່າຍ​ໃນ​ລາ​ຄາ​ທີ່​ຈະ​ແຈ້ງ ສຳ​ລັບ​ການ​ທ້າ​ທາຍຍົ້ວ​ຍຸ​ເທື່ອ​ຫຼ້າ​ສຸດ​ຂອງ​ພວກ​ເຂົາ ອີງ​ຕາມ​ຖະ​ແຫຼງ​ການ​ຈາກ​ທຳ​ນຽບ​ຂອງ​ທ່ານ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG