ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ມີລາຍງານວ່າ ຄະນະຜູ້ແທນລະດັບສູງເກົາຫຼີເໜືອ ໄປຢ້ຽມຢາມນະຄອນຫຼວງຂອງຈີນ

Unas personas juegan en la playa de Laguava Resort, en Rmaileh, al sur de Beirut, Líbano. Líbano, que ha tenido un número relativamente bajo de infecciones por coronavirus y sufre una crisis económica y financiera.

​ໃນການພົບ​ປະ​ກັບ​ບັນ​ດາ​ເຈົ້າ​ໜ້າ​ທີ່ຈີນ ​ຢູ່ໃນ​ນະຄອນຫຼວງດັ່ງກ່າວ.

ສື່​ມວນ​ຊົນ​ລາຍງານວ່າ ​ລົດ​ໄຟ​ທີ່​ເຊື່ອ​ວ່າ​ ​ນຳພາ​ຜູ້​ແທນ​ເກົາຫຼີ​ເໜືອໄປ ​ໄດ້​ອອກ​ຈາກ​
ປັກ​ກິ່ງ​ໃນ​ວັນ​ອັງຄານຕອນ​ບ່າຍ​ມື້​ນີ້ ທ່າມກາງການ​ຮັກສາ​ຄວາ​ມປອດ​ໄພ​ຢ່າງ​ເຄັ່ງ​
ຄັດ​ຢູ່​ໃນ​ເມືອງ.

ອົງການ​ຂ່າວສານ​ບລຸ​ມ​ເບີກ ລາຍ​ງານ​ໃນ​ວັນ​ຈັນ​ວານ​ນີ້ ​ໄດ້​ອ້າງເຖິງສາມແຫ​ລ່ງ
ຂ່າວທີ່ບໍ່​ບອກ​ຊື່ ວ່າ ທ່ານ​ກິມ​ໄດ້ໄປຢ້ຽມຢາມ​ຈີນໂດຍທີ່​ບໍ່ໄດ້​ປະກາດ. ສື່​ມວນ​ຊົນ
​ເກົາຫຼີ​ໃຕ້​ກ່າວ​ວ່າ ນ້ອງສາວ​ຂອງ​ທ່ານ​ກິມ ​ແລະກໍ​ບໍ່​ແມ່ນ​ຜູ້ນຳ​ເກົາຫຼີ​ເໜືອ ​ໄດ້ເປັນ
ຜູ້​ນຳພາ​ຄະນະ​ຜູ້​ແທນໄປ.

ບໍ່​ມີ​ຖະ​ແຫຼ​ງການເປັນ​ທາງ​ການ​ຢູ່​ໃນລາຍ​ງານ ຊຶ່ງບໍ່​ໄດ້​ລາຍ​ງານ​ໂດຍ​ຈີນ ຫຼື​ໃນສື່​ມວນຊົນຂອງລັດຖະບານເກົາຫຼີ​ເໜືອ. ຖ້າ​ຫາກມີການ​ຢືນຢັນ ມັນ​ກໍຈະ​ເປັນ​ການ
​ຢ້ຽມຢາມ​ຕ່າງປະ​ເທດ ຂອງ​ທ່ານ​ກິມ ​ເທື່ອ​ທຳ​ອິດ ນັບ​ແຕ່​ໄດ້ຂຶ້ນ​ກຳອນາດ​ໃນ​
ປີ 2011 ເປັນຕົ້ນມາ.

ພວກຕຳຫຼວດພາກັນຢືນຍາມຢູ່ຕາມຖະໜົນຫຼວງທີ່ສຳຄັນ ໃກ້ກັບສາລາປະຊາຊົນ ໃນນະຄອນປັກກິ່ງ ວັນທີ 20 ມີນາ.
ພວກຕຳຫຼວດພາກັນຢືນຍາມຢູ່ຕາມຖະໜົນຫຼວງທີ່ສຳຄັນ ໃກ້ກັບສາລາປະຊາຊົນ ໃນນະຄອນປັກກິ່ງ ວັນທີ 20 ມີນາ.

ນອກນັ້ນ ມັນ​ຍັງ​ເປັນ​ຂີດ​ໝາຍອັນ​ສຳຄັນທາງດ້ານ​ການ​ທູດນຳ ກ່ອນ​ໜ້າການ​ປະ
ຊຸມ​ທີ່​ອາດເປັນໄປ​ໄດ້ ​ລະຫວ່າງ ທ່ານ​ກິມ ​ກັບປະທານາທິບໍດີ​ສະຫະລັດ ທ່ານ​ດໍ​
ໂນ​ລ ທຣໍາ.

ຮູບ​ພາບ​ຈາກ​ໂທລະ​ພາບ​ຍີ່ປຸ່ນ​ສະ​ແດງ​ໃຫ້​ເຫັນລົດ​ໄຟແບບສະໄໝເກົ່າ​ສີຂຽວ
ຈອດ​ຢູ່​ສະຖານີ​ລົດ​ໄຟ​ໃນ​ນະຄອນ​ປັກ​ກິ່ງ ທີ່​ຄ້າຍຄື​ກັນ​ກັບຄັນທີ່​ພໍ່​ຂອງ​ທ່ານ​ກິມ​
ທ່ານ ຈົງ ອິລ ໄດ້​ໃຊ້ໃນເມື່ອກ່ອນ.

ພາບບັນທຶກ ຜູ້ນຳເກົາຫຼີເໜືອ ທ່ານກິມ ຈົງ ອຶນ (ຂວາ) ຈັບມີກັບ ທ່ານຈຸງ ເອີຍ-ຢົງ ຜູ່່ນຳພາຄະນະຜູ້ແທນ ຕາງໜ້າ ປະທານາທິບໍດີເກົາຫຼີໃຕ້ ວັນທີ 6 ມີນາ.
ພາບບັນທຶກ ຜູ້ນຳເກົາຫຼີເໜືອ ທ່ານກິມ ຈົງ ອຶນ (ຂວາ) ຈັບມີກັບ ທ່ານຈຸງ ເອີຍ-ຢົງ ຜູ່່ນຳພາຄະນະຜູ້ແທນ ຕາງໜ້າ ປະທານາທິບໍດີເກົາຫຼີໃຕ້ ວັນທີ 6 ມີນາ.

ພວກ​ນັກ​ຂ່າວ​ຢູ່ໃນ​ນະ​ຄອນ​ປັກ​ກິ່ງ ຍັງ​ໄດ້​ລາຍງານ​ວ່າ ​ເຫັນ​ພວກ​ທະຫານ​ກອງ​
ກຽດຕິຍົດ​ຕ້ອນຮັບ​ຂະ​ບວນ​ລົດ​ທີ​ແຫ່​ກັນ​ມາ​ເຖິງ​ ດີອາວ​ຢູ​ໄຕ ບ່ອນຕ້ອນ

ຮັບແຂກເມືອງ ບ່ອນ​ທີ່​ພວກ​ເຈົ້າ​ໜ້າ​ທີ່​ສູງ​ສຸດເກົາຫຼີ​ເໜືອ ​ໄດ້​ພັກເຊົາ​ລະຫວ່າງ
ການ​ຢ້ຽມຢາມ​ຈີ​ນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

North Korea China
please wait
Embed

No media source currently available

0:00 0:00:53 0:00

XS
SM
MD
LG