ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ຫະ​ລັດ ມີ​ຄວາມ​ເປັນ​ຫ່​ວງ ກ່ຽວ​ກັບ ການ​ຮ່ວມ​ມື​ທາງ​ທະ​ຫານ ລະ​ຫວ່​າງ ຣັດ​ເຊຍ ແລະ ເກົາຫຼີ​ເໜືອ


ປະ​ທາ​ນາ​ທິ​ບໍ​ດີ ຣັດ​ເຊຍ ທ່ານ ວ​ລາ​ດິ​ເມຍ ປູ​ຕິນ, ຊ້າຍ ແລະ ຜູ້​ນຳ​ ເກົາຫຼີ​ເໜືອ ທ່ານ ກິມ ຈົງ​ ອຶນ ກວດ​ກາ​ຖານ​ປ່ອຍ​ຍານ​ອະ​ວະ​ກາດ ຢູ່​ສະ​ຖານ​ທີ່​ປ່ອຍ​ຍານ​ອະ​ວະ​ກາດ ວອ​ສ​ໂຕ​ຈ​ນີ. (Mikhail Metzel, Sputnik, Kremlin Pool Photo via AP)
ປະ​ທາ​ນາ​ທິ​ບໍ​ດີ ຣັດ​ເຊຍ ທ່ານ ວ​ລາ​ດິ​ເມຍ ປູ​ຕິນ, ຊ້າຍ ແລະ ຜູ້​ນຳ​ ເກົາຫຼີ​ເໜືອ ທ່ານ ກິມ ຈົງ​ ອຶນ ກວດ​ກາ​ຖານ​ປ່ອຍ​ຍານ​ອະ​ວະ​ກາດ ຢູ່​ສະ​ຖານ​ທີ່​ປ່ອຍ​ຍານ​ອະ​ວະ​ກາດ ວອ​ສ​ໂຕ​ຈ​ນີ. (Mikhail Metzel, Sputnik, Kremlin Pool Photo via AP)

ໂຄ​ສົກ​ສະ​ພາ​ຄວາ​ມ​ໝັ້ນ​ຄົງ​ແຫ່ງ​ຊາດ​ຂອງ​ທຳ​ນຽບ​ຂາວ ທ່ານ ຈອນ ເຄີ​ບີ ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ ​ໃນ​ວັນ​ພຸດ​ວານນີ້​ວ່າ ສະ​ຫະ​ລັດ ໄດ້​ມີ​ຄວາມ​ເປັນ​ຫ່ວງ ກ່ຽວ​ກັບ ຄວາມ​ເປັນ​ໄປ​ໄດ້​ທຸກໆ​ປະ​ເພດ​ຂອງ​ການ​ຮ່ວມ​ມື​ດ້ານ​ການ​ປ້ອງ​ກັນ​ປະ​ເທດ ລະ​ຫວ່າງ ຣັດ​ເຊຍ ແລະ ເກົາຫຼີ​ເໜືອ.

ທ່ານ ເຄີ​ບີ ໄດ້​ກ່າວ​ວ່າ ສະ​ຫະ​ລັດ ແມ່ນ​ກຳ​ລັງ​ຕິດ​ຕາມ​ການ​ຕິດ​ຕໍ່​ກັນ​ຢ່າງ​ລະ​ມັດ​ລະ​ວັງ​ລະ​ຫວ່າງ ມົ​ສ​ກູ ແລະ ພຽງ​ຢາງ.

ທ່ານໄດ້​ກ່າວ​ວ່າ “ບໍ່​ມີ​ປະ​ເທດ​ໃດ​ໃນ​ໂລກ, ບໍ່​ມີ​ໃຜ​ຄວນ​ຊ່ວຍ​ທ່ານ ປູ​ຕິນ ຂ້າ​ຊ​າວ ຢູ​ເຄ​ຣນ ຜູ້​ບໍ​ລິ​ສຸດ. ແລະ ຖ້າ​ເຂົາ​ເຈົ້າ​ຕັດ​ສິນ​ໃຈ​ທີ່​ຈະ​ກ້າວໄປ​ໜ້າ​ກັບ​ຂໍ້​ຕົກ​ລົງ​ຄ້າ​ອາ​ວຸດ​ປະ​ເພດ​ໃດ​ປະ​ເພດ​ນຶ່ງ, ມັນ​ເຫັນ​ໄດ້​ຊັດ​ວ່າ ພວກ​ເຮົາ​ຈະ​ເອົາ​ມາດ​ຕະ​ການ​ຕໍ່​ມັນ, ແລະ ພວກ​ເຮົາ​ຈະ​ຮັບ​ມື​ກັບ​ມັນ​ຢ່າງ​ເໝາະ​ສົມ.”

ໃນ​ວັນ​ພຸດ​ວານນີ້​ປະ​ທາ​ນາ​ທິ​ບໍ​ດີ ຣັດ​ເຊຍ ທ່ານ ວ​ລາ​ດິ​ເມຍ ປູ​ຕິນ ໄດ້​ພົບ​ປະ​ກັບ​ຜູ້​ນຳ ເກົາຫຼີ​ເໜືອ ທ່ານ ກິມ ຈົງ ອຶນ ຢູ່​ສະ​ຖາ​ນີ​ອະ​ວະ​ກາດ​ທີ່​ມີ​ຄວາມ​ກ້າວ​ໜ້າ​ທີ່​ສຸດ​ຂອງ ຣັດ​ເຊຍ ທ່າມ​ກາງ​ຄຳ​ເຕືອນ​ຕ່າງໆ​ຈາກ ສະ​ຫະ​ລັດ ແລະ ເກົາຫຼີ​ໃຕ້ ຕໍ່​ຄວາມ​ເປັນ​ໄປ​ໄດ້​ຂອງ​ການ​ຂົນ​ສົ່ງ​ອາ​ວຸດ.

ທ່ານ ກິມ ໄດ້​ສັນ​ຍາ​ທີ່​ຈະ​ໃຫ້​ການ​ສະ​ໜັບ​ສະ​ໜູນ “ຢ່າງ​ເຕັມ​ທີ່ ແລະ ບໍ່​ມີ​ເງື່ອນ​ໄຂ” ສຳ​ລັບ “ທຸກໆ​ການ​ຕັດ​ສິນ​ໃຈ” ໂດຍ​ທ່ານ ປູ​ຕິນ, ໃນ​ສິ່ງ​ທີ່​ປາ​ກົດ​ວ່າ​ຈະ​ເປັນ​ການ​ອ້າງ​ເຖິງ​ສົງ​ຄາມ​ຂອງ ຣັດ​ເຊຍ ໃນ ຢູ​ເຄ​ຣນ, ໃນ​ລະ​ຫວ່າງ​ການ​ເຈ​ລະ​ຈາ​ຢູ່​ສະ​ຖານ​ທີ່​ປ່ອຍ​ຍານ​ອະ​ວະ​ກາດ ວອ​ສ​ໂຕ​ຈ​ນີ ໃນ​ພາກ​ພື້ນ ອາ​ເມີ ຂອງ​ເຂດ​ຕາ​ເວັນ​ອອກ​ໄກ​ຂອງ ຣັດ​ເຊຍ, ໃກ້​ກັບ​ຊາຍ​ແດນ ຈີນ.

ທ່ານ ກິມ ຍັງ​ໄດ້​ເຊື້ອ​ເຊີ​ນ​ທ່ານ ປູ​ຕິນ ໃຫ້​ໄປ​ຢ້ຽມ​ຢາມ ເກົາຫຼີ​ເໜືອ ແລະ ທ່ານ ປູ​ຕິນ ​ກໍໄດ້​ຮັບ​ເອົາ, ອີງ​ຕາມ​ລາຍ​ງານ​ຂອງ​ສື່ມວ​ນ​ຊົນ​ລັດ​ຖະ​ບານ ເກົາຫຼີ​ເໜືອ.

“ທ່ານ ກິມ ຈົງ​ ອຶນ ໄດ້​ເຊື້ອ​ເຊີນ​ທ່ານ ປູ​ຕິນ ຢ່າງ​ສຸ​ພາບ​ເພື່ອໄປ​ຢ້ຽມ​ຢາມ ສ​ປ​ປ ເກົາຫຼີ ໃນ​ເວ​ລາ​ທີ່​ສະ​ດວກ​ສະ​ບາຍ,” ອີງ​ຕາມ​ອົງ​ການ​ຂ່າວ KCNA, ເຊິ່ງ​ອ້າງ​ເຖິງ ເກົາຫຼີເໜືອ ດ້ວຍ​ຊື່​ທາງ​ການ​ຂອງ​ເຂົາ​ເຈົ້າ.

ກ່ອນ​ໜ້ານີ້, ລາຍ​ງານ​ຕ່າງໆ​ຂອງ​ສື່ມວ​ນ​ຊົນ​ໄດ້​ອ້າງ​ຄຳ​ເວົ້າ​ຂອງ​ບັນ​ດາ​ເຈົ້າ​ໜ້າ​ທີ່​ຕາ​ເວັນ​ຕົກ​ທີ່ບໍ່​ໄດ້​ລະ​ບຸ​ຊື່​ວ່າ ຣັດ​ເຊຍ ຫວັງ​ວ່າ​ຈະ​ໄດ້​ຮັບ​ລູກ​ປືນ​ໃຫຍ່​ຂອງ ເກົາຫຼີ​ເໜືອ ເພື່ອ​ໃຊ້​ໃນ​ສົງ​ຄາມ​ໃນ ຢູ​ເຄ​ຣນ, ໃນ​ຂະ​ນະ​ທີ່ ພຽງ​ຢາງ ປາ​ກົດ​ວ່າ​ຢາ​ກ​ໄດ້​ເທັກ​ໂນ​ໂລ​ຈີ​ທີ່​ທັນ​ສະ​ໄໝ​ສຳ​ລັບ​ດາວ​ທຽມ​ຂອງ​ພວກ​ເຂົາ ແລະ ເຮືອ​ດຳ​ນ້ຳ​ພະ​ລັງ​ງານ​ນິວ​ເຄ​ລຍ, ພ້ອມ​ກັບ​ການ​ຊ່ວຍ​ເຫຼືອ​ດ້ານ​ອາ​ຫານ​ຈາກ ມົ​ສ​ກູ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG