ຜູ້ນຳເກົາຫຼີເໜືອ, ທ່ານ ກິມ ຈົງ ອຶນ ໃຫ້ຄຳໝັ້ນສັນຍາວ່າ ຈະເສີມຂະຫຍາຍອາວຸດນິວເຄລຍຂອງຕົນ ດ້ວຍວິທີທີ່ "ແທດເໝາະກັບຕົວຈິງ ແລະຮຸນແຮງ" ອີງຕາມລາຍງານຂອງອົງການຂ່າວເອພີ.
ສື່ມວນຊົນຂອງລັດ ກ່າວໃນວັນອັງຄານມື້ນີ້ວ່າ ທ່ານໄດ້ກ່າວເຊັ່ນນັ້ນ ໃນຂະນະທີ່ໄດ້ພົບປະກັບເຈົ້າໜ້າທີ່ທະຫານເພື່ອປຶກສາຫາລືກ່ຽວກັບການກະກຽມສົງຄາມ ໃນການປະເຊີນໜ້າກັບການຊ້ອມລົບທາງທະຫານທີ່ “ປ່ວງບ້າ” ຂອງສັດຕູ. ທັງການທົດລອງອາວຸດຂອງເກົາຫຼີເໜືອ ແລະການຊ້ອມລົບທາງທະຫານຂອງສະຫະລັດກັບເກົາຫຼີໃຕ້ ໄດ້ເພີ່ມຄວາມຮ້າຍແຮງຂຶ້ນເມື່ອມໍ່ໆມານີ້. ຄະນະກໍາມາທິການ ໄດ້ປຶກສາຫາລືກັນວ່າ ຈະເພີ່ມທະວີຄວາມສາມາດດ້ານການປ້ອງກັນຊາດຂອງເກົາຫຼີເຫນືອຂຶ້ນ ແລະເຮັດໃຫ້ການກະກຽມສົງຄາມຂອງຕົນສົມບູນ ແບບເລີດ. ກອງທັບສະຫະລັດ ແລະເກົາຫຼີໃຕ້ໄດ້ດຳເນີນການຊ້ອມລົບພາກສະໜາມໃນເດືອນແລ້ວນີ້, ແລະການຊ້ອມລົບທາງທະເລ ແລະກອງທັບອາກາດ ແມ່ນມີກຳປັ່ນບັນທຸກເຮືອບິນ ແລະເຮືອບິນຖິ້ມລະເບີດຂອງສະຫະລັດ. ອົງການຂ່າວ KCNA ອ້າງວ່າ ການຊ້ອມລົບດັ່ງກ່າວໄດ້ຈຳລອງສົງຄາມທັງໝົດຢູ່ທາງນອກທີ່ຈະມີຕໍ່ເກົາຫຼີເໜືອ. ສະຫະລັດ ແລະເກົາຫລີໃຕ້ກ່າວວ່າ ການຊ້ອມລົບຂອງເຂົາເຈົ້າ ແມ່ນເປັນການປ້ອງກັນຕົນເອງ, ອີງຕາມລາຍງານຂອງອົງການຂ່າວເອພີ (AP).