ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ນຳເກົາຫຼີເໜືອ ກຳອຳນາດ ຢ່າງແໜ້ນໜາ ຫຼັງຈາກທົດລອງນິວເຄລຍ


ຜູ້ນຳເກົາຫລີເໜືອທ່ານ Kim Jong Un ຄຳນັບ ໃນຂະນະທີ່ ກວດກາແຖວທະຫານ.
ຜູ້ນຳເກົາຫລີເໜືອທ່ານ Kim Jong Un ຄຳນັບ ໃນຂະນະທີ່ ກວດກາແຖວທະຫານ.

ເຈົ້າ​ໜ້າ​ທີ່​ເກົາຫລີ​ໃຕ້​ຄົນ​ນຶ່ງ ກ່າວ​ວ່າ ການ​ກຳ​ອຳນາດ​ຂອງຜູ້ນຳ​ເກົາຫລີ​ເໜືອ​ທ່ານ Kim Jong Un ບັດ​ນີ້ “ບໍ່​ມີ​ການສັ່ນ​ຄອນ” ອີກແລ້ວ ຫລັງຈາກ​ປະ​ເທດ​ດັ່ງກ່າວ ໄດ້​ທົດ​ລອງ​ນິວ​ ເຄລຍ ​ແລະ​ລູກ​ສອນ​ໄຟ ​ເມື່ອ​ໄວ​ໆ​ມານີ້.

ເຈົ້າ​ໜ້າ​ທີ່ກ່າວ​ໂດຍ​ທີ່​ບໍ່ຂໍ​ອອກ​ຊື່ວ່າ ເຖິງ​ແມ່ນ​ວ່າ​ ໄດ້​ກຳຈັດ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຫຼາຍຄົນ ຮວມທັງການ​ປະຫານ​ຊີວິດ ອາວ ​ແລະ​ຜູ້​ໃຫ້​ຄຳ​ປຶກສາຂອງ​ທ່ານ Kim ຄືທ່ານ Jang Song Thaek ​ໃນ​ປີ 2013 ​ແລະ​ໃນ​ປີ​ກາຍ​ນີ້​ໄດ້​ປົດ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດທ່ານ Hyon Yong Chol ບໍ່​ມີ​ຮ່ອງ​ຮອຍໃດໆສະ​ແດງໃຫ້​ເຫັນ​ວ່າ ມີຄວາມ​ບໍ່​ໝັ້ນຄົງ​ເພີ້ມຂຶ້ນ ​ຢູ່​ໃນ​ຄະນະ​ນຳພາເກົາຫລີ​ເໜືອ.

ທະຫານເກົາຫລີໃຕ້ ຢ່າງຜ່ານຂ່າວໂທລະພາບເກົາຫລີເໜືອ ຢູ່ສະຖານີລົດໄຟໃນນະຄອນໂຊລ.
ທະຫານເກົາຫລີໃຕ້ ຢ່າງຜ່ານຂ່າວໂທລະພາບເກົາຫລີເໜືອ ຢູ່ສະຖານີລົດໄຟໃນນະຄອນໂຊລ.

ແລະ​ການ​ລົງ​ໂທດ​ໜັກ​ຂຶ້ນ​ກວ່າ​ເກົ່າ​ຂອງ​ສາກົນ ທີ່​ໄດ້ຈັດຕັ້ງປະຕິບັດ​ຫວ່າງ​ມໍ່ໆ​ມາ​ນີ້ ປາກົດ​ວ່າ​ໄດ້ເສີມ​ຂະຫຍາຍ​ອຳນາດ​ແລະອິດ​ທິພົນ​ຂອງຜູ້ນຳ​ເກົາຫລີ​ເໜືອ. ມາດ​ຕະ
ການ​ ລົງ​ໂທດໃໝ່​ຂອງ​ສະຫະ​ປະຊາ​ຊາດ ທີ່​ໄດ້​ຮັບຮອງ​ເອົາ ​ໃນ​ເດືອນ​ແລ້ວ​ນີ້ ​ແມ່ນ​ຄວາມ​ໝາຍວ່າ ຈະຕັດ​ແຫ​ລ່ງທີ່ມາ​ຂອງ​ເງິນ​ທຶນ​ແລະ​ອຸບປະກອນຕ່າງໆ ສຳລັບໂຄ​ງ ການນີວ ເຄລຍ ​ແລະ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ຂອງ​ເກົາຫລີ​ເໜືອ.

ບັນດາລົດຂົນສົ່ງເກົາຫລີໃຕ້ ຈາກເຂດອຸດສາຫະກຳຮ່ວມ Kaesong ທີ່ເກົາຫລີເໜືອກຳລັງຜ່ານດ່ານກວດ.
ບັນດາລົດຂົນສົ່ງເກົາຫລີໃຕ້ ຈາກເຂດອຸດສາຫະກຳຮ່ວມ Kaesong ທີ່ເກົາຫລີເໜືອກຳລັງຜ່ານດ່ານກວດ.

ໃນ​ວັນ​ອັງຄານ​ວານ​ນີ້ ຈີນ ​ໄດ້​ເຄື່ອ​ນ​ໄຫວ ​ບັງຄັບ​ການ​ລົງ​ໂທດ​ໂດຍຫ້າມບໍ່​ໃຫ້ນຳຄຳ ​ແລະແຫ່​ທາດ​ທີ່ຫາ​ຍາກຈາກ​ເກົາຫລີ​ເໜືອ ​ແລະ​ຫ້າມ​ບໍ່​ໃຫ້​ສົ່ງ​ອອກ​ເຊື້ອໄຟສຳລັບ​ເຮືອ ບິນອາຍ​ພົ່ນ ​ແລະ​ຜະລິດ​ຕະພັນ​ນໍ້າມັນ​ຕ່າງໆ ທີ່​ໃຊ້​ເຮັດເຊື້ອໄຟ ລູກສອນ​ໄຟ.

​ເຈົ້າ​ໜ້າ​ທີ່ເກົາຫຼີ​ໃຕ້​ກ່າວ​ວ່າ ທ່ານ Kim Jong Un ປັດ​ນີ້​ປາກົດ​ວ່າ “​ມີຄວາມຮີ​ບຮ້ອນ” ​ເພື່ອ​ສ້າງ​ຄວາມກ້າວໜ້າ ​ໃຫ້​ແກ່​ຄວາມ​ສາມາດທາງ​ດ້ານ​ນິວ​ເຄລຍ ຂອງ​ປ​ະ​ເທດ ກ່ອນ ທີ່ການ​ລົງ​ໂທດ​ຢ່າງ​ເຕັມທີ່ຈະເລີ້ມມີ​ຜົນ​ກະທົບ​ຕໍ່​ໂຄງການ.

ຕົ້ນເຂົ້າທີ່ເກີດຢູ່ບ່ອນແຕກແຫງ ທີ່ແຫ້ງແລ້ງ ຢູ່ເມືອງ Ryongchon-ri ເກົາຫລີເໜືອ.
ຕົ້ນເຂົ້າທີ່ເກີດຢູ່ບ່ອນແຕກແຫງ ທີ່ແຫ້ງແລ້ງ ຢູ່ເມືອງ Ryongchon-ri ເກົາຫລີເໜືອ.

ໃນ​ເດືອນ​ແລ້ວ​ນີ້ທ່ານ Kim ກ່າວ​ວ່າ ປະ​ເທດ​ຂອງ​ທ່ານ​ມີ​ຫົວລະ​ເບີດ​ນິວ​ເຄລຍຂະໜາດ ນ້ອຍ ທີ່​ຈະ​ຕິດໃສ່​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ ​ເຖິງ​ແມ່ນ​ວ່າ​ການ​ອ້າງ​ຂອງ​ທ່ານ​ຍັງ​ບໍ່​ທັນ​ໄດ້​ ຢືນຢັນ​ຢ່າງເປັນອິດສະຫຼະ​ເທື່ອ​ກໍ​ຕາມ.

​ເຈົ້າ​ໜ້າ​ທີ່​ເກົາຫຼີໃຕ້​ກ່າວ​ວ່າ ​ໂຊ​ລ​ເຊື່ອ​ວ່າ​ເກົາຫລີ​ເໜືອ​ໄດ້​ພັດທະນາຫົວ​ລະ​ເບີດ ​ໜັກນຶ່ງ ​ໂຕນ ຫຼື 907 ກິ​ໂລກ​າມ ​ທີ່​ສາ​ມາດຕິດຕັ້ງໃສ່​ລູກ​ສອນ​ໄຟ Rodong ຊຶ່ງສາມາດ​ໄປ​ໄດ້​ ເຖິງ​ 2,000 ກິ​ໂລ​ແມັດແລະ​ມີ​ໂອກາດ​ໂຈມ​ຕີຖານ​ທັບສະຫະ ລັດ​ໃນເກາະ Okinawa ​ແລະ​ເກາະ Guam. ​ແຕ່​ທ່ານ​ກ່າວ​ວ່າ ພຽງ​ຢາງຍັງ ອີກ​ສອງ​ປີ ​ຈຶ່ງຈະ​ສາມາດ​ພັດທະນາ​ ຄວາມ​ສາມາດ​ໃນ​ການໂຈມ​ຕີ​ແຜ່ນດິນ​ໃຫຍ່​ຂອງ​ສະຫະລັດ​ໄດ້.

XS
SM
MD
LG