ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນ້ອງ​ສາວ ຜູ້​ນຳ​ເກົາ​ຫຼີ​ເໜືອ ປະ​ກາດ​ຈະ​ຊຸກ​ຍູ້ ​ໃຫ້​ມີ​ການ​ສົ່ງ​ດາວ​ທຽມ​ສອດ​ແນມ ຄັ້ງ​ທີ​ສອງ

​ແຟ້ມ - ຮູບ​ຂອງ​ລັດ​ຖະ​ບານ​ເກົາ​ຫຼີ​ເໜືອ ທີ່​ຢາກ​ສະ​ແດງ​ໃຫ້​ເຫັນ ການ​ຍິງ​ຈະ​ຫຼວດ Chollima-1 ທີ່​ບັນ​ທຸກ​ດາວ​ທຽມ Malligyong-1 ເມື່ອ​ວັນ​ທີ 31 ພຶດ​ສະ​ພາ 2023. ເນື້ອ​ໄນ​ຂອງ​ຮູບ​ພາບ​ ບໍ່​ສາ​ມາດ​ໄດ້​ຮັບ​ການ​ຢືນ​ຢັນ ​ຢ່າງ​ເປັນ​ອິດ​ສະ​ຫຼະ.

ນ້ອງ​ສາວ​ທີ່ມີ​ອິດ​ທິ​ພົນ​ຂອງ​ຜູ້​ນຳ​ເກົາ​ຫຼີ​ເໜືອ ທ່ານ​ກິມ ຈົງ ອຶນ ໄດ້​ປະ​ຕິ​ຍານ​ອີກ​ເທື່ອ​ນຶ່ງ ທີ່​ຈະ​ຊຸກ​ຍູ້​ໃຫ້​ມີ​ການ​ສົ່ງ​ດາວ​ທຽມ​ສອດ​ແນມ​ ເປັນ​ຄັ້ງ​ທີ​ສອງ ອີງ​ຕາມ​ລາຍ​ງານ​ຂອ​ງ​ອົງ​ການ​ຂ່າວ​ເອ​ພີ.​

ຖະ​ແຫຼງ​ການ​ຂອງທ່ານນາງກິມ ໂຢ ຈອງ ໃນ​ວັນ​ອາ​ທິດ​ວານນີ້ ແມ່ນ​ຮວມ​ທັງ​ການ​ຕ້ອງ​ຕິຕໍ່​ການ​ເປີດກອງ​ປະ​ຊຸມ​ສະ​ພາ​ຄວາມ​ໝັ້ນ​ຄົງ ​ເມື່ອ​ໄວໆ​ມານີ້ ກ່ຽວ​ກັບ​ການ​ສົ່ງ​ດາວ​ທຽມ​ຄັ້ງ​ທີ​ນຶ່ງ ​ຂອງ​ເກົາ​ຫຼີ​ເໜືອ ທີ່​ໄດ້​ປະ​ສົບ​ກັບ​ຄວາມ​ລົ້ມ​ແຫຼວ​ເມື່ອ​ອາ​ທິດ​ແລ້ວນີ້.

ແຟ້ມ - ທ່ານ​ນາງ​ກິມ ໂຢ ຈອງ ທີ່​ຮາ​ໂນ່ຍ ຫວຽດ​ນາມ ເມື່ອ​ວັນ​ທີ 2 ມີ​ນາ 2019, ນ້ອງ​ສາວ​ຂອງ​ຜູ້​ນຳ​ເກົາ​ຫຼີ​ເໜືອ ທ່ານ​ກິມ ຈົງ​ອຶນ ທີ່​ປະ​ກາດ​ເມື່ອ​ວັນ​ທີ 4 ມິ​ຖຸ​ນາ 2023 ຈະ​ຊຸກ​ຍູ້​ການ​ສົ່ງ​ດາວ​ທຽມ​ສອດ​ແນມ​ຄັ້ງ​ທີ​ສອງ.

ການ​ສົ່ງ​ດາວ​ທຽມ​ຂອງ​ເກົາ​ຫຼີ​ເໜືອ ໄດ້​ລະ​ເມີ​ດ​ຕໍ່​ມະ​ຕິ​ຕ່າງໆ​ ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງສະ​ຫະ​ປະ​ຊາ​ຊາດ ທີ່​ໄດ້​ຫ້າມ​ບໍ່​ໃຫ້​ເກົາ​ຫຼີ​ເໜືອ ທຳ​ການ​ສົ່ງ​ໃດໆ​ທີ່​ນຳ​ໃຊ້​ເທັກ​ໂນ​ໂລ​ຈີ ລູກ​ສອນ​ໄຟຂີ​ປະ​ນາ​ວຸດ.

ນາງ​ກິມ ໂຢ ຈອງ ໄດ້​ກ່າວ​ຫາ​ສະ​ພາ​ຄວາມ​ໝັ້ນ​ຄົງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ວ່າ “ຈຳ​ແນກ​ກີດ​ກັນ​ແລະບໍ່​ມີ​ຄວາມ​ຮູ້” ຍ້ອນ​ວ່າ​ສະ​ພາ​ຄວາມ​ໝັ້ນ​ຄົງ​ເອົາ​ເລື້ອງ​ແຕ່​ການ​ສົ່ງ​ດາວ​ທຽມ​ຂອງ​ເກົາ​ຫຼີ​ເໜືອ ໃນ​ຂະ​ນະ​ທີ່​ປະ​ເທດ​ອື່ນ​ໆ​ໄດ້​ສົ່ງ​ດາວ​ທຽມ​ຫຼາຍ​ພັນ​ໜ່ວຍ ທີ່​ປະ​ຕິ​ບັດ​ງານ​ແລ້ວ ​ຢູ່​ໃນ​ອະ​ວະ​ກາດ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG