ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການຂ່າວລັດຖະບານກ່າວວ່າ ນ້ອງສາວຂອງຜູ້ນໍາເກົາຫຼີເໜືອ ປະຕິເສດຕໍ່ຂໍ້ກ່າວຫາ ການແລກປ່ຽນອາວຸດກັບ ຣັດເຊຍ


ແຟ້ມ-ຮູບດັ່ງກ່າວທີ່ໄດ້ຮັບການສະໜອງໂດຍລັດຖະບານເກົາຫຼີເໜືອ ສະແດງໃຫ້ເຫັນ ທ່ານນາງ ກິມ ໂຢ ຈອງ ນອງສາວສາວຂອງຜູ້ນໍາເກົາຫຼີເໜືອ ທ່ານກິມ ຈົງ ອຶນ, ກ່າວປາໄສໃນລະຫວ່າງກອງປະຊຸມຢູ່ນະຄອນຫຼວງພຽງຢາງ, ວັນທີ 10 ສິງຫາ 2022.
ແຟ້ມ-ຮູບດັ່ງກ່າວທີ່ໄດ້ຮັບການສະໜອງໂດຍລັດຖະບານເກົາຫຼີເໜືອ ສະແດງໃຫ້ເຫັນ ທ່ານນາງ ກິມ ໂຢ ຈອງ ນອງສາວສາວຂອງຜູ້ນໍາເກົາຫຼີເໜືອ ທ່ານກິມ ຈົງ ອຶນ, ກ່າວປາໄສໃນລະຫວ່າງກອງປະຊຸມຢູ່ນະຄອນຫຼວງພຽງຢາງ, ວັນທີ 10 ສິງຫາ 2022.

ສື່ມວນຊົນ KCNA ຂອງທາງການເກົາຫຼີເໜືອ ລາຍງານໃນວັນສຸກມື້ນີ້ ວ່າ ທ່ານນາງ ກິມ ໂຢ ຈອງ (Kim Yo Jong), ນ້ອງສາວຜູ້ມີອໍານາດຂອງຜູ້ນໍາເກົາຫຼີເໜືອ ທ່ານ ກິມ ຈອງ ອຶນ, ໄດ້ປະຕິເສດອີກຄັ້ງນຶ່ງ ຕໍ່ການແລກປ່ຽນອາວຸດກັບ ຣັດເຊຍ, ອີງຕາມລາຍງານຂອງອົງການຂ່າວ Reuters.

ສະຫະລັດ ແລະ ເກົາຫຼີໃຕ້ ກ່າວຫາເກົາຫຼີເໜືອວ່າ ດໍາເນີນການຂົນສົ່ງອາວຸດຍຸດໂທປະກອນໄປໃຫ້ຣັດເຊຍ ເພື່ອໃຊ້ຕໍ່ສູ້ກັບ ຢູເຄຣນ, ທີ່ປະເທດດັ່ງກ່າວໄດ້ບຸກລຸກເຂົ້າໄປ ເມື່ອເດືອນກຸມພາ ປີ 2022. ທັງ ມົສກູ ແລະ ພຽງຢາງ ໄດ້ພາກັນປະຕິເສດຕໍ່ຂໍ້ກ່າວຫາດັ່ງກ່າວນັ້ນ, ແຕ່ໄດ້ປະຕິຍານໃນປີກາຍນີ້ວ່າ ຈະຮັດແໜ້ນສາຍພົວພັນທາງທະຫານໃຫ້ເລິກເຊິ່ງຂຶ້ນກວ່າເກົ່າ.

ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ ໄດ້​ເພີ້ມ​ທະວີ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງພາຍຫຼັງ​ການ​ຢ້ຽມຢາມຂົງເຂດ​ທາງ​ທິດຕາ​ເວັນ​ອອກ​ຂອງຣັດ​ເຊຍ​ ​ແລະ​ການ​ພົບ​ປະ​ກັບ​ປະທານາທິບໍດີ ທ່ານວລາດີເມຍ ປູຕິນ ໂດຍ ​ທ່ານ ກິມ ຈອງ ອຶນ ໃນເດືອນກັນຍາທີ່ຜ່ານມາ.

ແຕ່, ​ທ່ານນາງ ກິມ ໂຢ ຈອງ ກ່າວ​ວ່າ ຂໍ້​ຕົກລົງ​ດ້ານ​ອາວຸດລະຫວ່າງ ​ເກົາຫລີ​ເໜືອ ແລະ ຣັດ​ເຊຍ ​ແມ່ນ “ທິດສະດີ” ທີ່​ປະກອບ​ດ້ວຍ​ອະຄະຕິ ​ແລະ​ເລື້ອງທີ່ແຕ່ງຂຶ້ນ, ອັນເປັນ “ທິດສະດີທີ່ບໍ່ມີສາລະທີ່ສຸດ” ເຊິ່ງ​ບໍ່​ສົມຄວນ​ໄດ້​ຮັບ​ການ​ຕີ​ລາຄາ ​ຫຼື​ການ​ຕີຄວາມໝາຍ​ຂອງ​ຜູ້​ໃດຜູ້ນຶ່ງ, ອີງຕາມອົງການ​ຂ່າວ KCNA ​ທີ່ໄດ້​ອ້າງຈາກ​ຖະ​ແຫຼງການ​ຂອງ​ທ່ານ​ນາງ, ໂດຍຮ້ອງສິ່ງດັ່ງກ່າວ​ວ່າ ບໍ່​ເປັນ​ຄວາມຈິງ ເຊິ່ງເປັນຂ່າວ​ລື ທີ່ບິດເບືອນຄວາມຈິງ ທີ່​ໄດ້ເຜີຍ​ແຜ່​ອອກໄປ​ໂດຍ​ກອງ​ກໍາ​ລັງທີ່ເປັນສັດຕູຂອງ​ຕົນ​.

ທ່ານນາງ ກິມ ໂຢ ຈອງ ກ່າວ​ຕື່ມ​ວ່າ ອາວຸດ​ຍຸດ​ໂທ​ປະກອນ​ທີ່​ເກົາຫຼີ​ເໜືອ​ກຳລັງ​ພັດທະນາຢູ່ນີ້​ ​ບໍ່​ແມ່ນ​ເພື່ອ​ສົ່ງ​ອອກ ​ແຕ່​ເພື່ອ​ປ້ອງ​ກັນ​ປະ​ເທດຈາກ​ເກົາຫຼີ​ໃຕ້.

ໃນຄວາມເປັນຈິງແລ້ວ, ເກົາຫຼີເໜືອ ແລະເກົາຫຼີໃຕ້ ຍັງຄົງຢູ່ໃນພາວະສົງຄາມກັນຢູ່ ເນື່ອງຈາກຄວາມຂັດແຍ້ງຂອງພວກເຂົາເຈົ້າໃນຊ່ວງປີ 1950 ຫາປີ 1953 ສິ້ນສຸດລົງດ້ວຍການຢຸດຍິງ, ແຕ່ບໍ່ແມ່ນສົນທິສັນຍາ.

​ໃນ​ຂະນະ​ດຽວ​ກັນ, ສະຫະລັດ ກໍ​ໄດ້​ປະກາດ​ການ​ລົງ​ໂທດຄັ້ງ​ໃໝ່ ​ໃນ​ວັນ​ພະຫັດ​ວານ​ນີ້ ​ຕໍ່​ບຸກຄົນ​ຂອງຣັດ​ເຊຍ 2 ຄົນ ​ແລະບໍລິສັດ​ຂອງ​ຣັດ​ເຊຍອີກ 3 ບໍລິສັດ ​ສໍາລັບການ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການຂົນສົ່ງ​ອາວຸດ​ລະຫວ່າງ ຣັດ​ເຊຍ ​ແລະ ​ເກົາຫຼີ​ເໜືອ, ​ໃນ​ນັ້ນລວມ​ມີ​ລູກ​ສອນ​ໄຟ​ນຳ​ວິຖີ​ເພື່ອໃຊ້​ຢູ່ໃນ ​ຢູ​ເຄຣນ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG