ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ນໍາເກົາຫຼີເໜືອ ສັ່ງໃຫ້ກອງທັບ ປັບ​ປຸງ​ຄວາມພ້ອມ ສໍາລັບ​ເຮັດສົງຄາມ


ຜູ້ນໍາຂອງເກົາຫຼີເໜືອ ທ່ານກິມ ຈົງ ອຶນ ເປັນປະທານການປະຊຸມຂອງກອງທັບ ຢູ່ໃນນະຄອນຫຼວງພຽງຢາງ, ເກົາຫຼີເໜືອ, ວັນທີ 6 ກຸມພາ 2023. ໃນພາບທີ່ເຜີຍແຜ່ ໂດຍອົງການຂ່າວສູນກາງຂອງເກົາຫຼີເໜືອ (KCNA).
ຜູ້ນໍາຂອງເກົາຫຼີເໜືອ ທ່ານກິມ ຈົງ ອຶນ ເປັນປະທານການປະຊຸມຂອງກອງທັບ ຢູ່ໃນນະຄອນຫຼວງພຽງຢາງ, ເກົາຫຼີເໜືອ, ວັນທີ 6 ກຸມພາ 2023. ໃນພາບທີ່ເຜີຍແຜ່ ໂດຍອົງການຂ່າວສູນກາງຂອງເກົາຫຼີເໜືອ (KCNA).

ຜູ້ນໍາຂອງເກົາຫຼີເໜືອ ທ່ານກິມ ຈົງ ອຶນ ມີຄໍາສັ່ງໃຫ້ກອງທັບ ຂະຫຍາຍການຊ້ອມລົບ ແລະໃຫ້ກຽມພ້ອມໃນການ​ເຮັດສົງຄາມຢ່າງເຂັ້ມແຂງ ໃນຂະນະທີ່ທ່ານ​ຊອກ​ຫາ​ຊ່ອງ​ທາງ ​ທີ່ຈະຍົກລະດັບການທ້າ​ທາຍ​ດ້ວຍ​ການສະແດງອາວຸດ ທ່າມກາງຄວາມເຄັ່ງຕຶງທີ່ເພີ້ມ​ທະ​ວີຂຶ້ນກັບບັນດາປະເທດເພື່ອນບ້ານ ແລະວໍຊິງຕັນ, ອີງຕາມລາຍງານຂອງອົງການຂ່າວ AP.

ທ່ານກິມ ເປັນປະທານການປະຊຸມຂອງຄະນະກໍາມາທິການ​ກາງກອງ​ທັບ ຂອງພັກແຮງງານ ໃນວັນຈັນວານນີ້ ແລະໄດ້ຊຸກຍູ້ໃຫ້ກອງທັບ​ຂອງ​ເກົາ​ຫຼີ​ເໜືອ ຈົ່ງສະແດງ “ໄຊຊະນະທີ່ເຄີຍໄດ້ຮັບຄວາມສໍາເລັດ” ແລະສະແດງຄວາມເຂັ້ມແຂງຂອງ “ກອງທັບທີ່ບໍ່ມີສິ່ງໃດປຽບທຽບໄດ້” ເພື່ອເປີດຂັ້ນ​ຕອນໃໝ່ໃນການພັດທະ ນາ, ອີງຕາມການລາຍງານຂອງອົງການຂ່າວສູນກາງຂອງເກົາ​ຫຼີ​ເໜືອ ໃນວັນອັງຄານມື້ນີ້.

ການປະຊຸມດັ່ງກ່າວ ມີຂຶ້ນທ່າມກາງສັນຍານທີ່ເກົາຫຼີເໜືອ ກໍາລັງວາງແຜນທີ່ຈະ​ທຳການສວນສະໜາມທາງທະຫານ ເຊິ່ງອາດຈະເປັນໂອກາດດີໃນການສະແດງແສນ​ຍາ​ນຸ​ພາບທາງອາວຸດນິວເຄລຍຫຼ້າສຸດຂອງທ່ານກິມ ທີ່ກໍາລັງຂະຫຍາຍໂຕແລະໂຄງການລູກສອນໄຟ ທີ່ໄດ້ເພີ້ມຄວາມກັງວົນສໍາລັບສະຫະລັດ ແລະບັນ ດາປະເທດພັນທະມິດ ຢູ່ໃນຂົງເຂດເອເຊຍ.

ສະມາຊິກຂອງຄະນະກໍາມາທິການ, ເຊິ່ງເປັນຕົວແທນທາງທະຫານ ທີ່ສູງທີ່ສຸດຂອງທ່ານກິມ ໄດ້ຫາ​ລື​ກັນກ່ຽວກັບ​ພາ​ລະ​ກິດ ​ທີ່​ແນ​ໃສ່​ຮວມ​ທັງ “ການປ່ຽນແປງຂະໜາດໃຫຍ່” ຢູ່ໃນກອງທັບ ໂດຍລວມມີ “ຂະຫຍາຍ ແລະເພີ້ມທະວີການດໍາເນີນງານ ແລະການຊ້ອມລົບຢ່າງສະໝໍ່າສະເໝີ” ພ້ອມທັງ “ເພີ້ມການກະກຽມຄວາມພ້ອມສໍາລັບການເຮັດສົງຄາມທີ່ເຂັ້ມແຂງຍິ່ງຂຶ້ນ,” ອີງຕາມ​ລາຍ​ງານ​ຂ່າວ
ຂອງ​ທາງ​ການ​ເກົາ​ຫຼີ​ເໜືອ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG