ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ນຳເກົາຫຼີເໜືອ ມິດງຽບຢູ່ ຂະນະທີ່ການສວນສະໜາມນຳເອົາຂີປະນາວຸດ ICBM ຂະໜາດໃຫຍ່ສຸດ ອອກມາ​ສະ​ແດງໃຫ້ເຫັນ

ພວກລູກສອນໄຟຂີປະນາວຸດ ICBM ໄດ້ຖືກນຳອອກມາສະແດງໃຫ້ເຫັນ ໃນລະຫວ່າງການສວນສະໜາມດ້ານການທະຫານ ເພື່ອເປັນຂີດໝາຍ ວັນຄົບຮອບ 75 ປີ ຂອງການສ້າງຕັ້ງກອງທັບເກົາຫຼີເໜືອ, ຢູ່ທີ່ຈະຕຸລັດ ກິມ ອີລ ຊຸງ ໃນນະຄອນຫຼວງພຽງຢາງ ຂອງເກົາຫຼີເໜືອ (North Korea's Korean Central News Agency via Reuters)

ການສວນສະໜາມແສນ​ຍາ​ນຸ​ພາບ​ທາງ​ທະ​ຫານ ໃນຕອນກາງຄືນ ຂອງວັນພຸດຜ່ານນີ້ ຢູ່ໃນນະຄອນຫຼວງພຽງຢາງ ທີ່ໂດດເດັ່ນກໍຄື ກອງທະຫານລູກສອນໄຟຂີປະນາວຸດຂ້າມທະວີບ ຫຼື ICBM ທີ່ໃຫຍ່ສຸດຂອງເກົາຫຼີເໜືອ ເທົ່າ​ທີ່​ເຄີຍ​ມີ​ມາ ລວມທັງອີກຈຳນວນນຶ່ງທີ່ເຊື່ອກັນວ່າ ເປັນແບບຈຳລອງ ຂອງລູກສອນໄຟຂີປະນາວຸດນິວເຄລຍ ທີ່ໃຊ້ເຊື້ອໄຟແຂງ.

ລາຍງານການສວນສະໜາມ​ທາງທະຫານ ເປັນຂີດໝາຍຄົບຮອບ 75 ປີ ຂອງການສ້າງຕັ້ງກອງທັບປະຊາຊົນເກົາຫຼີ ຊຶ່ງອົງການສູນກາງຂ່າວຂອງເກົາຫຼີເໜືອ ຫຼື KCNA ໄດ້ກ່າວຍ້ອງຍໍການນຳເອົາ ICBM ອອກມາໃຫ້ເຫັນຊຶ່ງເປັນ “ການພັດທະນາແບບປະຕິວັດ” ຂອງພະລັງອຳນາດ ໃນການປ້ອງກັນ ແລະ “ຄວາມອາດສາມາດ ໃນການໂຈມຕີດ້ວຍນິວເຄລຍຂະ​ໜາດ​ໃຫຍ່” ຂອງຕົນ.​

ລູກ​ສອນ​ໄຟ ICBM ວາຊົງ-17 ສິບເອັດລູກ ໄດ້ຖືກນຳອອກມາສະແດງ ໃຫ້ເຫັນຢູ່ທີ່ຈັດຕຸລັດ ກິມ ອີລ ຊຸງ ຊຶ່ງບັນທຸກໂດຍລົດຂົນສົ່ງ 11 ລໍ້ ປະກອບດ້ວຍຖານຍິງແນວຕັ້ງ ອີງຕາມຮູບພາບຕ່າງໆ ທີ່ໄດ້ນຳອອກເຜີຍແຜ່ໂດຍສື່ມວນຊົນຂອງລັດຖະ​ບານ. ພວກມັນ ຕາມມາດ້ວຍຂີປະນາວຸດ ICBM ທີ່ນ້ອຍກວ່າ 5 ລູກ ທີ່ບໍ່ເຄີຍເຫັນມາກ່ອນ ທີ່ບັນຈຸໃນກະບອກເຫຼັກ-ຢູ່ເທິງລົດຂົນສົ່ງທີ່ບໍ່ສາມາດລະບຸໄດ້ ແຕ່ເປັນທີ່ເຊື່ອກັນ ໂດຍບັນດານັກວິເຄາະຫຼາຍຄົນ ເປັນແບບຕົ້ນໆຂອງຂີປະນາວຸດ ICBM ໃຊ້ເຊື້ອໄຟແຂງ ທີ່ພຽງຢາງແນເປົ້າໝາຍຈະພັດທະນາມາຍາວນານ.

“ເຄື່ອງຍິງຂີປະນາວຸດ ICBM ອັນນຶ່ງ ມີອັກສອນແຕ່ລະໂຕ ໃນຄຳວ່າ ‘ການປົດອາວຸດນິວເຄລຍ.’ ເປັນເຫດບັງເອີນ​ຫຼືບໍ່?” ທ່ານແອນຄິດ ປານດາ ເຈົ້າໜ້າທີ່ອະວຸໂສ ຢູ່ທີ່ອົງການ Carnegie Endowment ເພື່ອສັນຕິພາບສາກົນ ໄດ້ຖາມ ໃນທວີດເຕີ. ທ່ານໄ​ດ້​ສະ​ແດງຄວາມເປັນຫ່ວງ​ອອກມາວ່າ ຈຳນວນຂອງຂີປະນາວຸດ ICBM ທີ່ຫຼາຍແທ້ໆນັ້ນ ຖ້າວ່າມີຄວາມສາມາດ ອາດຫຼາຍເກີນກວ່າທີ່ຖານສະກັດກັ້ນ ຢູ່ເທິງພື້ນດິນຂອງສະຫະລັດ ຈະສະກັດກັ້ນໄດ້.

ຜູ້ນຳເກົາຫຼີເໜືອ ກິມ ຈົງ ອຶນ ແລະລູກສາວ ເຂົ້າຮ່ວມໃນພິທີຖ່າຍຮູບ ກັບບັນດານັກວິທະຍາສາດ ວິສະວະກອນ ແລະ ເຈົ້າໜ້າທີ່ຄົນອື່ນໆ ທີ່ກ່ຽວຂ້ອງໃນການທົດລອງຍິງ ຂີປະນາວຸດໃໝ່ Hwasong-17 ICBM ຢູ່ໃນພາບນີ້ ຊຶ່ງໄດ້ນຳອອກເຜີຍແຜ່ ເມື່ອວັນທີ 27 ພະຈິກ 2022 ໂດຍ ອົງການຂ່າວ KCNA ຂອງເກົາຫຼີເໜືອ ຜ່ານອົງການຂ່າວ ຣອຍເຕີສ໌ (Reuters).

ຂີປະນາວຸດ ICBM ວາຊົງ-17 ໄດ້ຖືກເອີ້ນວ່າ “ຂີປະນາວຸດສັດ​ປະ​ຫຼາດ” ສຳລັບຄວາມອາດສາມາດຂອງມັນທີ່ສັນນິຖານກັນວ່າ ຈະບິນມາເຖິແຜ່ນ​ດິນ​ໃຫຍ່ຂອງສະຫະລັດ ໂດຍບັນທຸກຫົວລະເບີດນິວເຄລຍຫຼາຍລູກ ທີ່ມີຈຸດປະສົງຕໍ່ຫຼາຍເປົ້າໝາຍ. ການທົດລອງເທື່ອທຳອິດທີ່ສຳເລັດຜົນແມ່ນໃນເດືອນພະຈິກ ປີກາຍນີ້ ຊຶ່ງຂີປະນາວຸດ ໄດ້ຖືກຍິງໃນແນວໂຄ້ງ ໂດຍເຮັດໃຫ້ມັນບິນໄປໃນໄລຍະກະປະມານ 15,000 ກິໂລແມັດ.

ເກົາຫຼີເໜືອ ແມ່ນຮູ້ຈັກກັນດີວ່າ ກຳລັງ​ພັດ​ທະ​ນາເທັກໂນໂລຈີ ການບິນກັບຄືນເຂົ້າມາຊັ້ນບັນຍາກາດ ພ້ອມດ້ວຍເຄື່ອງຈັກ​ທີ່​ໃຊ້ເຊື້ອໄຟແຂງ​-ຊຶ່ງ​ຈະ​ຊ່ວຍ​ໃຫ້ຂີປະນາວຸດ ICBM ​ບັນ​ຈຸເຊື້ອໄຟໄວ້​ລ່ວງ​ໜ້າ​ໄດ້ ໂດຍຈະຕັດເວລາລົງ ໃນການປະຕິບັດການຍິງ ເມື່ອປຽບທຽບກັບເຊື້ອໄຟແຫຼວນັ້ນ.

ບັນດານັກວິເຄາະບາງສ່ວນ ທີ່ມີຫ້ອງການຢູ່ໂຊລ ກ່າວວ່າ ໂຄງການພຽງຢາງ ອາດຈະທົດລອງ ຂີປະນາວຸດ ICBM ວາຊົງ-17 ໃນໄວໆນີ້ ອີກເທື່ອນຶ່ງ ໃນຊ່ວງເວລາ ທີ່ເປັນປົກກະຕິ ແນວຍິງຂຶ້ນຊື່ ໃນອັນທີ່ຈະເປັນການເຄື່ອນໄຫວທີ່ຈະສ້າງຄວາມບໍ່ພໍໃຈຢ່າງແຮງ ໃຫ້ແກ່ວໍຊິງຕັນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG