ສື່ຂອງລັດເກົາຫຼີເໜືອ ກ່າວວ່າ ທ່ານ ກິມຈົງ ອຸນ ໄດ້ຖືກເລືອກ
ຕັ້ງເປັນສະມາຊິກຂອງສະພານິຕິບັນຍັດສູງສຸດຂອງປະເທດ
ໂດຍມີປະຊາຊົນທີ່ມີສິດປ່ອນບັດ ໃນເຂດເລືອກຕັ້ງຂອງທ່ານ
ພາກັນອອກໄປປ່ອນບັດ ຮອດ 100 ເປີເຊັນ ໃນວັນອາທິດ
ວານນີ້ ແລະໄດ້ປ່ອນເອົາທ່ານໝົດທຸກຄົນ.
ພວກປ່ອນບັດ ໃນການເລືອກຕັ້ງເອົາສະພາປະຊາຊົນສູງສຸດ
ທີ່ເປັນພຽງຄັນຕາລະບັດນັ້ນ ບໍ່ມີໂອກາດໄດ້ເລືອກເອົາຜູ້ທີ່
ເຂົາເຈົ້າຢາກຈະປ່ອນເອົາ ເພາະວ່າ ມີຜູ້ສະໝັກພຽງຄົນດຽວ
ໃນແຕ່ລະເຂດເລືອກຕັ້ງ ໃນຈຳນວນເຂດເລືອກຕັ້ງທັງໝົດ
687 ແຫ່ງໃນທົ່ວປະເທດນັ້ນ.
ການເລືອກຕັ້ງຄັ້ງນີ້ ແມ່ນເປັນເທື່ອທຳອິດໃນຮອບຫ້າປີຜ່ານມາ ແລະກໍເປັນເທື່ອທຳອິດ
ພາຍໃຕ້ການນຳພາຂອງທ່ານ ກິມຈົງ ອຸນ ຊຶ່ງບັດນີ້ ໄດ້ມີຕຳແໜ່ງສະມາຊິກສະພາ ເພີ້ມຂຶ້ນ
ອີກຕຳແໜ່ງນຶ່ງ ໃສ່ຕຳແໜ່ງອື່ນໆອີກຫຼາຍຕຳແໜ່ງນັ້ນ.
ສະພາປະຊາຊົນສູງສຸດແມ່ນເປັນອົງການທີ່ມີອຳນາດຫຼາຍທີ່ສຸດ ພາຍໃຕ້ລັດຖະທຳມະນູນຂອງເກົາຫຼີເໜືອ ແຕ່ໃນຄວາມຈິງແລ້ວ ມີອຳນາດທາງການເມືອງພຽງໜ້ອຍດຽວ.