ຜູ້ນຳທີ່ໂດດດ່ຽວຂອງເກົາຫຼີເໜືອ ທ່ານ Kim Jonh Un ເບິ່ງຄືວ່າ
ມີແຜນການເດີນທາງໄປຍັງຣັດເຊຍ ໃນເດືອນພຶດສະພາທີ່ຈະມາ
ເຖິງນີ້ຊຶ່ງຈະເປັນການເດີນທາງຄັ້ງທຳອິດໄປຢ້ຽມຢາມຕ່າງປະເທດ
ຂອງທ່ານນັບຕັ້ງແຕ່ທ່ານຂຶ້ນກຳອຳນາດແທນບິດາຂອງທ່ານ
ໃນປີ 2011.
ອົງການຂ່າວ Yonhap ຂອງເກົາຫຼີໃຕ້ ຢືນຢັນໃນວັນພຸດມື້ນີ້ວ່າ
ທ່ານ Kim ແມ່ນນຶ່ງໃນຄະນະຜູ້ແທນເກົາຫຼີເໜືອ ທີ່ໄດ້ຮັບເອົາ
ການເຊື້ອເຊີນ ເພື່ອໄປຮ່ວມພິທີສະເຫຼີມສະຫຼອງວັນຄົບຮອບ
70 ປີ ຂອງການທີ່ໂຊຫວຽດໄດ້ຊະນະເຢຍຣະມັນ ໃນປາງ
ສົງຄາມໂລກຄັ້ງທີ 2.
ອົງການຂ່າວ Yonhap ໄດ້ອ້າງເອົາຄຳເວົ້າຂອງລັດຖະບານຣັດເຊຍ ທີ່ກ່າວວ່າ “ມີບັນດາຜູ້ນຳປະເທດປະມານ 20 ທ່ານໄດ້ຢືນຢັນແລ້ວວ່າພວກທ່ານຈະໄປຮ່ວມ ແລະຜູ້ນຳເກົາຫຼີເໜືອ ກໍແມ່ນນຶ່ງໃນນັ້ນ.”
ຖ້າຫາກວ່າ ທ່ານ Kim ໄປຮ່ວມແທ້ ຄັ້ງນີ້ແມ່ນເປັນການຢ້ຽມຢາມຕ່າງປະເທດ ຄັ້ງທຳອິດຂອງທ່ານ ນັບຕັ້ງແຕ່ຂຶ້ນກຳອຳນາດ. ແຕ່ພຽງຢາງ ອາດຈະສົ່ງທ່ານ Kim Yong Nam ປະມຸກເກົາຫຼີເໜືອແຕ່ ພຽງໃນນາມ ໄປຮ່ວມແທນກໍເປັນໄດ້.
ຈີນກໍເບິ່ງຄືວ່າຈະເປັນບ່ອນທຳອິດໃນການຢ້ຽມຢາມຕ່າງປະເທດຢ່າງເປັນທາງການຂອງທ່ານ Kim Jong Un ແຕ່ວ່າ ສາຍພົວພັນກັບເກົາຫຼີເໜືອ ຊຶ່ງເປັນພັນທະມິດທີ່ເຂັ້ມແຂງສຸດນັ້ນ ກັບເພີ້ມຄວາມເຄັ່ງຕຶງຂຶ້ນ ຫຼັງຈາກທີ່ທ່ານ Kim Jong Un ເຂົ້າຮັບຕຳແໜ່ງແທນບິດາຂອງທ່ານ ກໍຄື ມື້ລາງ ທ່ານ Kim Jong Il.
ທັງຈີນແລະຣັດເຊຍ ຕ່າງກໍໄດ້ລົງນາມໃນຂໍ້ຕົກລົງຂອງອົງການສະຫະປະຊາຊາດ ທີ່ຈະລົງໂທດເກົາຫຼີເໜືອ ໃນການສືບຕໍ່ໂຄງການສ້າງອາວຸດນີວເຄລຍຂອງປະເທດດັ່ງກ່າວ ແຕ່ວ່າຈີນ ໄດ້ເອົາທ່າທີທີ່ແຂງຂັນກ່ວາ.
ຍັດຕິການລົງໂທດທີ່ໄດ້ຮ່າງຂຶ້ນນຳກັນລະຫວ່າງສະຫະລັດແລະຈີນ ໄດ້ຮັບອະນຸມັດຈາກສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ ໃນເດືອນມີນາ 2013. ຣັດເຊຍແມ່ນເປັນສະມາຊິກຖາວອນປະເທດ ນຶ່ງ ຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ.