ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຜູ້ນຳເກົາຫຼີເໜືອ ອ້າງວ່າ ປະເທດຂອງຕົນ ສ້າງລະເບີດ ໄຮໂດຣເຈັນ ທີ່ມີປະສິດທິພາບ ໄດ້ແລ້ວ


ຜູ້ນຳ ເກົາຫຼີເໜືອ ທ່ານ Kim Jong Un (ກາງ) ເດີນທາງ ໄປຢ້ຽມຢາມ ສະຖານທີ່ ​ມີຄວາມ​ສຳຄັນ​ທາງປະຫວັດສາດ ດ້ານທະຫານ ຄື ສະຖານທີ່ປະຕິວັດ Phyonchon ໃນພາບທີ່ ບໍ່ມີກຳນົດເວລາ ຖືກເຜີຍແຜ່ ໂດຍ ອົງການຂ່າວສູນ​ກາງ Korean Central News Agency (KCNA) ໃນນະຄອນຫຼວງພຽງຢາງ, ວັນທີ 10 ທັນວາ 2015.
ຜູ້ນຳ ເກົາຫຼີເໜືອ ທ່ານ Kim Jong Un (ກາງ) ເດີນທາງ ໄປຢ້ຽມຢາມ ສະຖານທີ່ ​ມີຄວາມ​ສຳຄັນ​ທາງປະຫວັດສາດ ດ້ານທະຫານ ຄື ສະຖານທີ່ປະຕິວັດ Phyonchon ໃນພາບທີ່ ບໍ່ມີກຳນົດເວລາ ຖືກເຜີຍແຜ່ ໂດຍ ອົງການຂ່າວສູນ​ກາງ Korean Central News Agency (KCNA) ໃນນະຄອນຫຼວງພຽງຢາງ, ວັນທີ 10 ທັນວາ 2015.

ຜູ້ນຳເກົາຫຼີເໜືອ ທ່ານ Kim Jong Un ສະເໜີແນະວ່າ ອຳ
ນາດ​ການປົກຄອງ ທີ່ໂດດດຽວຂອງທ່ານ ສາມາດສ້າງລະເບີດ
ໄຮໂດຣເຈັນໄດ້​ແລ້ວ​.

ອົງການຂ່າວສູນ​ກາງ ​ຫຼື KCNA ຂອງທາງການເກົາຫຼີເໜືອ ໄດ້
ອ້າງ ຄຳເວົ້າຂອງທ່ານ ຄິມ ທີ່ກ່າວວ່າ ດຽວນີ້ ເກົາຫຼີເໜືອ ຊຶ່ງ
ເປັນ “ປະເທດນຶ່ງທີ່ມີອາວຸດນິວເຄລຍຂະໜາດ​ແຣງ ພ້ອມ​ແລ້ວ
ທີ່ຈະນຳໃຊ້ລະ ເບີດປາລະມານູ ແລະລະເບີດໄຮໂດຣເຈັນ ທີ່
ເຊື່ອຖືໄດ້ ເພື່ອປົກປ້ອງ ອະທິປະໄຕຂອງຕົນ.”
ອົງການຂ່າວ
KCNA ກ່າວອີກວ່າ ທ່ານ ຄິມ ໄດ້​ໃຫ້​ຄວາມ​ເຫັນ​ດັ່ງກ່າວ ໃນ
ຂະນະທີ່ໄປທ່ຽວຊົມ ສະຖານທີ່ ທີ່​ມີຄວາມ​ສຳຄັນ​ທາງປະຫວັດ
ສາດດ້ານທະຫານ ກໍຄື ສະຖານທີ່ປະຕິວັດ Phyonchon ໃນນະຄອນຫຼວງພຽງຢາງ.

ລູກລະເບີດໄຮໂດຣເຈັນ ທີ່ຮູ້ຈັກກັນ​ໃນອີກຊື່​ນຶ່ງ​ກໍ​ຄື ລະເບີດນິວເຄລຍ ທີ່​ໃຊ້ຄວາມຮ້ອນ
ແມ່ນມີພະລັງເໜືອກວ່າ ລະເບີດປະລະມະນູຫຼາຍ​ເທົ່າ ຍ້ອນຄວາມກ້າວໜ້າ ທາງດ້ານ
ເທັກໂນໂລຈີ ທີ່ກ່ຽວຂ້ອງ.

ອົງການຂ່າວ Yonhap ຂອງເກົາຫຼີໃຕ້ ກ່າວວ່າ ເຈົ້າໜ້າທີ່ຈາກອົງ ການສືບລັບຂອງ​
ເກົາຫຼີ​ໃຕ້ທ່ານນຶ່ງ ໄດ້ບອກ​ໃຫ້ຕົນຊາບວ່າ ບໍ່ມີຫລັກຖານໃດໆ ທີ່​ໃຫ້ການ​ສະໜັບສະ​ໜູນ
​ຕໍ່​ການກ່າວອ້າງຂອງທ່ານຄິມ.

ເກົາຫຼີເໜືອ ແມ່ນຢູ່ພາຍໃຕ້ການລົງໂທດທາງດ້ານເສດຖະກິດຢ່າງເຂັ້ມງວດ ທີ່ໄດ້ວາງ
ໂດຍສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ ຍ້ອນ​ໄດ້​ທຳການທົດລອງ ລະເບີດ
ນິວເຄລຍໃຕ້ດິນ 3 ຄັ້ງ ເມື່ອປີ 2006 2009 ແລະ 2013.

XS
SM
MD
LG