ຜູ້ນຳເກົາຫຼີເໜືອ, ທ່ານກິມ ຈົງ ອຶນ ຢາກໃຫ້ປະເທດຂອງຕົນ ເພີ່ມທະວີການຜະລິດວັດຖຸໃນລະດັບທີ່ສາມາດນຳໄປສ້າງອາວຸດນິວເຄລຍໄດ້ ໃນຂະນະທີ່ເກົາຫລີເໜືອໄດ້ດຳເນີນການທົດລອງອາວຸດຍຸດໂທປະກອນຂອງຕົນ.
ທ່ານກິມໄດ້ທຳການຮຽກຮ້ອງນັ້ນໃນວັນຈັນວານນີ້ ໃນລະຫວ່າງການພົບປະກັບນັກວິທະຍາສາດຈາກສະຖາບັນອາວຸດນິວເຄລຍຂອງເກົາຫຼີເໜືອ, ອີງຕາມການລາຍງານຂອງອົງການຂ່າວສູນກາງເກົາຫຼີ ຫລື KCNA. ທ່ານໄດ້ຮຽກຮ້ອງໃຫ້ນັກວິທະຍາສາດ ເພີ່ມທະວີການຜະລິດວັດຖຸ ສຳລັບສ້າງອາວຸດນິວເຄລຍໄດ້ ເພື່ອ "ເພີ້ມທະວີ" ການຂະຫຍາຍຄັງສຳພາວຸດນິວເຄຼຍຂອງປະເທດຂຶ້ນ.
ລາຍງານຂອງອົງການຂ່າວ KCNA ແມ່ນມີຮູບຖ່າຍທີ່ສະແດງໃຫ້ເຫັນທ່ານກິມ ກຳລັງກວດກາຫົວອາວຸດຕ່າງໆ, ລວມທັງຫົວອາວຸດຮູບດັງງໍ ທີ່ມີຊື່ວ່າ “ຮົວຊານ-31” (“Hwasan-31”) ເຊິ່ງມີຄວາມໝາຍວ່າ ພູໄຟໃນພາສາເກົາຫຼີ. ຮູບພາບອັນນຶ່ງໃນນັ້ນ ໄດ້ສະແດງໃຫ້ເຫັນແຜນວາດເທິງຝາ ທີ່ເປັນພື້ນຮູບສະແດງໃຫ້ເຫັນວ່າ ຫົວອາວຸດນັ້ນ ສາມາດຕິດຕັ້ງໃສ່ລູກສອນໄຟປະເພດຕ່າງໆໄດ້ແນວໃດ.
ເກົາຫຼີເໜືອ ໄດ້ທຳການຍິງລູກສອນໄຟຂີປະນາວຸດໄລຍະສັ້ນຫລາຍຄັ້ງໃນຊຸມ ມື້ມໍ່ໆມານີ້ ໃນຂະນະທີ່ກອງທັບເກົາຫຼີໃຕ້ແລະສະຫະລັດໄດ້ທຳການ ຊ້ອມລົບທາງທະຫານຮ່ວມກັນ ທີ່ພຽງຢາງມອງເບິ່ງວ່າ ເປັນການກຽມພ້ອມ ບຸກໂຈມຕີເກົາຫຼີເໜືອ. KCNA ລາຍງານໃນວັນຈັນວານນີ້ອີກວ່າ ທະຫານໄດ້ ທຳການທົດລອງເຮືອບິນບໍ່ມີຄົນຂັບ ຫລື ໂດຣນໂຈມຕີໃຕ້ນ້ຳແບບໃໝ່ ຢ່າງສຳເລັດຜົນ ບວກກັບການທົດລອງລູກສອນໄຟຂີປະນາວຸດ ທີ່ບັນທຸກຫົວນິວເຄລຍທຽມ.