ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາຍງານ ກ່າວວ່າ ການຍິງລູກສອນໄຟທີ່ປະ​ສົບ​ກັບ​ຄວາມລົ້ມແຫຼວ ຂອງເກົາຫຼີເໜືອ ເຮັດໃຫ້ເສດຊິ້ນສ່ວນ ຕົກລົງໃກ້ພຽງຢາງ


ຜູ້ຢ້ຽມຢາມຄົນນຶ່ງເບິ່ງໂທລະພາບ ທີ່ສະແດງໃຫ້ເຫັນລາຍງານຂ່າວ ກ່ຽວກັບລູກສອນໄຟຂອງເກົາຫຼີເໜືອ ໂດຍໃຊ້ແຟ້ມພາບ ຢູ່ທີ່ສະຖານີລົດໄຟ ໃນນະຄອນຫຼວງໂຊລ ຂອງເກົາຫຼີໃຕ້ ເມື່ອວັນສຸກ ທີ 11 ມີນາ 2022. (AP Photo/Lee Jin-man)
ຜູ້ຢ້ຽມຢາມຄົນນຶ່ງເບິ່ງໂທລະພາບ ທີ່ສະແດງໃຫ້ເຫັນລາຍງານຂ່າວ ກ່ຽວກັບລູກສອນໄຟຂອງເກົາຫຼີເໜືອ ໂດຍໃຊ້ແຟ້ມພາບ ຢູ່ທີ່ສະຖານີລົດໄຟ ໃນນະຄອນຫຼວງໂຊລ ຂອງເກົາຫຼີໃຕ້ ເມື່ອວັນສຸກ ທີ 11 ມີນາ 2022. (AP Photo/Lee Jin-man)

ກອງທັບເກົາຫຼີໃຕ້ໄດ້ກ່າວວ່າ ເກົາຫຼີເໜືອໄດ້ພະຍາຍາມ ແຕ່ປາກົດວ່າ ໄ​ດ້​ປະ​ສົບ​ກັບ​ຄວາມລົ້ມແຫຼວໃນການຍິງລູກ​ສອນ​ໄຟທີ່ບໍ່ສາມາດລະບຸປະເພດໄດ້ ເມື່ອຕອນເຊົ້າວັນພຸດມື້ນີ້ ໃນສິ່ງທີ່ອາດເປັນຄວາມລົ້ມແຫຼວຄັ້ງ​ໃຫຍ່​ເທື່ອທຳອິດຂອງເກົາຫຼີເໜືອ ໃນການຍິງລູກສອນໄຟ ທີ່ດຶງດູດຄວາມສົນໃຈສູງ ໃນຮອບຫຼາຍປີ.

ຖະແຫລງການສະບັບນຶ່ງຂອງກອງທັບເກົາຫຼີໃຕ້ ໄດ້ກ່າວວ່າ ລູກຈະຫຼວດຂອງເກົາຫຼີເໜືອ ປາກົດວ່າ ໄດ້ປະ​ສົບ​ກັບ​ຄວາມລົ້ມແຫຼວ “ໃນທັນທີຫຼັງຈາກຖືກຍິງຂຶ້ນ” ຊຶ່ງໄດ້ເກີດຂຶ້ນຢູ່ໃນ​ເຂດຊູນານ (Sunan) ໃກ້ກັບນະຄອນຫຼວງພຽງຢາງ.

ອົງການຂ່າວຢອນຮັບ (Yonhap) ຂອງເກົາຫຼີໃຕ້ ໄດ້ລາຍງານວ່າ ອາວຸດດັ່ງກ່າວ “ເບິ່ງຄືວ່າ ໄດ້ລະເບີດໃນກາງອາກາດ ບໍ່ດົນຫຼັງຈາກຖືກຍິງຂຶ້ນ.”

ອົງການຂ່າວ NK ທີ່ມີຫ້ອງການຕັ້ງຢູ່ນະຄອນຫຼວງໂຊລ ຊຶ່ງມີແຫລ່ງຂ່າວໃນເກົາຫຼີເໜືອ ໄດ້ກ່າວວ່າ ເສດຊິ້ນສ່ວນຂອງລູກສອນ​ໄຟ ໄດ້ຕົກລົງຢູ່ໃນຫຼືຢູ່ໃກ້ນະຄອນຫຼວງຂອງເກົາຫຼີເໜືອ ໂດຍອ້າງເຖິງພາບຖ່າຍນຶ່ງ ແລະພວກຄົນທີ່ເຫັນເຫດການ ໃນການຍິງທີ່ປະ​ສົບ​ກັບ​ຄວາມລົ້ມແຫຼວນັ້ນ.

ອົງການຂ່າວ NK ໄດ້ລາຍງານວ່າ “ພາບຖ່າຍທີ່ອົງການຂ່າວ NK ໄດ້ເຫັນນັ້ນ ສະແດງໃຫ້ເຫັນ ໄຟແດງວົງມົນແລະຄວັນດຳເປັນສາຍ ໃນຕອນສຸດທ້າຍຂອງລູກ​ສອນ​ໄຟ ທີ່ທະຍານຂຶ້ນຊິກແຊັກໄປມາໃນທ້ອງຟ້າ.”

ຍັງບໍ່ເປັນທີ່ຈະແຈ້ງວ່າ ມັນເປັນອາວຸດປະເພດໃດ ທີ່ເກົາຫຼີເໜືອໄດ້ພະຍາຍາມທົດລອງ. ກ່ອນໜ້ານີ້ ສື່ມວນຊົນຂອງຍີ່ປຸ່ນ ໄດ້ລາຍງານວ່າ ເກົາຫຼີເໜືອ ປາກົດວ່າ ໄດ້ຍິງລູກສອນໄຟຂີປະນາວຸດ ແຕ່ບໍ່ໄດ້ໃຫ້ລາຍລະອຽດໃດໆຕື່ມອີກ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG