ຜູ້ນຳ ເກົາຫຼີເໜືອ ທ່ານ ກິມ ຈົງ ອຶນ ໄດ້ຈັດກອງປະຊຸມຂອງບັນດາເຈົ້າໜ້າທີ່ກອງທັບລະດັບສູງ ເພື່ອປຶກສາຫາລືການຂະຫຍາຍຄວາມສາມາດຂອງກອງທັບຂອງປະເທດ, ເຊິ່ງອົງການຂ່າວລັດຖະບານໄດ້ລາຍງານໃນວັນອາທິດມື້ນີ້ ທ່າມກາງຄວາມເປັນຫ່ວງທີ່ສູງຂຶ້ນວ່າ ເກົາຫຼີເໜືອ ອາດຈະຫັນມາປະເຊີນໜ້າກັບລັດຖະບານ ວໍຊິງຕັນ.
ທ່ານ ກິມ ໄດ້ເປັນປະທານກອງປະຊຸມຂອງຄະນະກຳທິການກອງທັບສູນກາງຂອງ ພັກກຳມະກອນທີ່ກຳລັງປົກຄອງປະເທດຢູ່, ອີງຕາມອົງການຂ່າວ KCNA, ເພື່ອປຶກສາຫາລືບາດກ້າວຕ່າງໆ “ເພື່ອຂະຫຍາຍກອງກຳລັງຕິດອາວຸດໂດຍລວມຂອງປະເທດ, ກອງທັບ ແລະ ການເມືອງ.”
ອົງການຂ່າວ KCNA ໄດ້ກ່າວວ່າ “ພ້ອມກັນນັ້ນຍັງໄດ້ປຶກສາຫາລືບັນຫາທີ່ສຳຄັນຕ່າງໆ ເພື່ອການປັບປຸງການປ້ອງກັນປະເທດໂດຍລວມຢ່າງເດັດຂາດ ແລະ ບັນຫາຫຼັກສຳລັບການພັດທະນາທີ່ໝັ້ນຄົງ ແລະ ວ່ອງໄວ ໃນຄວາມສາມາດຂອງກອງທັບສຳລັບການປ້ອງກັນຕົນເອງ.”
ເຂົາເຈົ້າບໍ່ໄດ້ໃຫ້ລາຍລະອຽດ ກ່ຽວກັບວ່າ ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນໃນເວລາໃດ ຫຼື ມີການຕັດສິນໃຈ ກ່ຽວກັບ ຫຍັງແດ່.
ຄະນະກຳມາທິການດັ່ງກ່າວ ແມ່ນອົງການທີ່ທຳການຕັດສິນໃຈ ກ່ຽວກັບ ກອງທັບລະດັບສູງຂອງ ເກົາຫຼີເໜືອ. ທ່ານ ກິມ ປົກຄອງປະເທດດັ່ງກ່າວຜູ້ບັນຊາການກອງທັບສູງສຸດ ແລະ ເປັນປະທານຂອງຄະນະກຳມາທິການດັ່ງກ່າວ.
ເກົາຫຼີເໜືອ ໄດ້ກຳນົດຂີດເສັ້ນຕາຍທ້າຍປີສຳລັບ ສະຫະລັດ ເພື່ອປ່ຽນແປງສິ່ງທີ່ເຂົາເຈົ້າເວົ້າວ່າ ແມ່ນນະໂຍບາຍທີ່ບໍ່ເປັນມິດ ທ່າມກາງຄວາມພະຍາຍາມທີ່ບໍ່ໄປບໍ່ມາ ເພື່ອທຳຄວາມກ້າວໜ້າ ກ່ຽວກັບ ຄຳສັນຍາຂອງເຂົາເຈົ້າເພື່ອສິ້ນສຸດໂຄງການນິວເຄລຍຂອງ ເກົາຫຼີເໜືອ ແລະ ສ້າງສັນຕິພາບທີ່ຍືນຍົງ.
ທ່ານ ກິມ ແລະ ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ພົບປະກັນສາມຄັ້ງນັບຕັ້ງແຕ່ເດືອນມິຖຸນາ 2018, ແຕ່ບໍ່ໄດ້ມີຄວາມກ້າວໜ້າທີ່ສຳຄັນໃນການສົນທະນາ ໃນຂະນະທີ່ ເກົາຫຼີເໜືອ ຮຽກຮ້ອງໃຫ້ຍົກເລີກມາດຕະການລົງໂທດສາກົນທີ່ເດັດຂາດກ່ອນ.
ໃນວັນເສົາວານນີ້, ສື່ມວນຊົນລັດຖະບານໄດ້ກ່າວວ່າ ສະຫະລັດ “ຈະປະສົບຜົນທີ່ຕາມມາຢ່າງໜັກ” ສຳລັບການບໍ່ເຫັນພ້ອມກັບສະຖິຕິບັນຫາສິດທິມະນຸດຂອງ ເກົາຫຼີເໜືອ ແລະ ໄດ້ກ່າວວ່າ ຄຳເວົ້າທີ່ມຸ່ງຮ້າຍ ຂອງ ວໍຊິງຕັນ ມີແຕ່ຕຈະເຮັດໃຫ້ຄວາມເຄັ່ງຕຶງສູງຂຶ້ນໃນແຫຼມ ເກົາຫຼີ.
ເກົາຫຼີເໜືອ ຍັງໄດ້ຮຽກຮ້ອງ ສະຫະລັດ ຢ່າງຊໍ້າແລ້ວຊ້ຳອີກ ໃຫ້ “ຍົກເລີກນະໂຍບາຍທີ່ມຸ່ງຮ້າຍ” ແລະ ໄດ້ເຕືອນກ່ຽວກັບ “ຂອງຂວັນວັນຄຣິສມັສ” ຂອງເຂົາເຈົ້າ ໃນຂະນະທີ່ຂີດເສັ້ນຕາຍທ້າຍປີທີ່ເຂົາເຈົ້າໄດ້ກຳນົດໃຫ້ ວໍຊິງຕັນ ເພື່ອປ່ຽນແປງທ່າທີຂອງເຂົາເຈົ້າແມ່ນໃກ້ຈະເກີດຂຶ້ນນັ້ນ.