ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລູກສອນໄຟຂ້າມ​ທະ​ວີບ ຂອງເກົາຫຼີເໜືອ ໄດ້ຕົກລົງໃສ່ ເຂດເສດຖະກິດພິເສດ ຂອງຍີ່ປຸ່ນ


ຢູ່ໃນຈໍໂທລະພາບ ໄດ້ເປີດເຜີຍໃຫ້ເຫັນການຍິງລູກສອນໄຟຂອງເກົາຫຼີເໜືອ ໃນລະຫວ່າງການນໍາສະເໜີຂ່າວ ຢູ່ທີ່ສະຖານີລົດໄຟໂຊລ, ປະເທດເກົາຫຼີໃຕ້, ວັນທີ 18 ພະຈິກ 2022.
ຢູ່ໃນຈໍໂທລະພາບ ໄດ້ເປີດເຜີຍໃຫ້ເຫັນການຍິງລູກສອນໄຟຂອງເກົາຫຼີເໜືອ ໃນລະຫວ່າງການນໍາສະເໜີຂ່າວ ຢູ່ທີ່ສະຖານີລົດໄຟໂຊລ, ປະເທດເກົາຫຼີໃຕ້, ວັນທີ 18 ພະຈິກ 2022.

ນຶ່ງມື້ ລຸນຫຼັງ​ທີ່​ໄດ້​ມີການເຕືອນ ກ່ຽວກັບການ​ເອົາບາດກ້າວທີ່ຮຸນແຮງເພື່ອ​ຕອບ​ໂຕ້ ຕໍ່ການເຄື່ອນໄຫວທາງທະຫານເພີ້ມ​ຂຶ້​ນຂອງສະຫະລັດແລະບັນດາປະເທດ ພັນທະມິດຂອງພວກເຂົາເຈົ້າ, ເກົາຫຼີເໜືອ ໃນວັນສຸກມື້ນີ້ ໄດ້ຍິງລູກສອນໄຟຂີປະນາວຸດຂ້າມທະວີບ ທີ່ໄດ້ກະຕຸ້ນໃຫ້ຖານທັບຂອງສະຫະລັດ ແລະຍີ່ປຸ່ນ ມີການອອກຄໍາສັ່ງ ໃຫ້ຊອກຫາບ່ອນລີ້ໄພ.

ລູກສອນໄຟຂີປະນາວຸດຂ້າມທະວີບ ຫຼື ICBM ຂອງເກົາຫຼີເໜືອ ບິນເປັນເວລາຫຼາຍກວ່າ 1 ຊົ່ວໂມງ ກ່ອນທີ່ມັນຈະຕົກລົງໃສ່ເຂດເສດຖະກິດພິເສດຂອງຍີ່ປຸ່ນ ປະມານ 200 ກິໂລແມັດ ເທິງນ່ານນໍ້າທາງທິດຕາເວັນຕົກຂອງແຂວງຮັອກໄກໂດ ທີ່ຕັ້ງຢູ່ທາງພາກເໜືອຂອງປະເທດຍີ່ປຸ່ນ, ອີງຕາມລາຍງານຂອງເຈົ້າໜ້າທີ່ ຍີ່ປຸ່ນ.

ຢູ່ໃນໜ້າເຟສບຸກເປີດເຜີຍວ່າ, ຖານທັບອາກາດມິຊາວາ (Misawa), ເຊິ່ງເປັນຖານທັບຮ່ວມ ລະຫວ່າງສະຫະລັດ ແລະຍີ່ປຸ່ນ, ຕັ້ງຢູ່ເທິງເກາະຮອນຊູ (Honshu) ທີ່ຢູ່ທາງພາກເໜືອຂອງປະເທດ, ໂດຍກ່າວວ່າ ເຈົ້າໜ້າທີ່ໄດ້ອອກ ຄໍາສັ່ງໃຫ້ຊອກຫາບ່ອນລີ້ໄພ ເພື່ອເປັນການປ້ອງກັນຈາກ ການຍິງລູກສອນໄຟຂອງເກົາຫຼີເໜືອ ໂດຍປາສະຈາກການເຕືອນໃດໆ.

ອີງຕາມກະຊວງປ້ອງກັນປະເທດຂອງເກົາຫຼີໃຕ້ ເປີດເຜີຍວ່າ ເພື່ອເປັນການຕອບໂຕ້, ສະຫະລັດ ແລະປະເທດພັນທະມິດເກົາຫຼີ ຈຶ່ງໄດ້ຊ້ອມລົບທາງອາ ກາດຮ່ວມກັນ ໂດຍລວມມີເຮືອບິນລົບ F-35A ເຊິ່ງປະຕິບັດການໂຈມຕີທີ່ນໍາທາງໂດຍເລເຊີ້.

ການປະເມີນໄລຍະທາງ ກ່ຽວກັບລູກສອນໄຟຂອງເກົາຫຼີເໜືອ.
ການປະເມີນໄລຍະທາງ ກ່ຽວກັບລູກສອນໄຟຂອງເກົາຫຼີເໜືອ.

ໃນນະຄອນຫຼວງວໍຊິງຕັນ, ສະພາຄວາມໝັ້ນຄົງແຫ່ງຊາດ ໄດ້ປະ​ນາມ ການຍິງລູກສອນໄຟຂອງເກົາຫຼີເໜືອວ່າ “ເປັນການລະເມີດ​ຢ່າງ​ເປີດ​ແປນ ​ຕໍ່ມະ​ຕິຂອງສະພາຄວາມໝັ້ນຄົງອົງການສະຫະປະຊາຊາດຫຼາຍຂໍ້ ເຊິ່ງໄດ້ເພີ້ມຄວາມເຄັ່ງຕຶງ ແລະຄວາມສ່ຽງຕໍ່ການຂາດສະຖຽນລະພາບຂອງສະຖານະການທາງດ້ານຄວາມໝັ້ນຄົງຢູ່ໃນພູມິພາກແຫ່ງນີ້ໂດຍບໍ່ຈໍາເປັນ.”

ກອງທັບຂອງເກົາຫຼີໃຕ້ກ່າວວ່າ “ເປັນການກະທໍາທີ່ທ້າທາຍ ແລະຮຸນແຮງ ທີ່ສົ່ງຜົນກະທົບຕໍ່ສັນຕິພາບ ແລະຄວາມໝັ້ນຄົງ” ຢູ່ໃນເກົາຫຼີ ແລະໃນພູມິພາກແຫ່ງນີ້.

ນາຍົກລັດຖະມົນຕີຂອງຍີ່ປຸ່ນ ທ່ານຟູມິໂອະ ກິຊິດະ ກ່າວວ່າ ປະເທດຂອງທ່ານສະເໜີການ “ປະທ້ວງຢ່າງແຂງຂັນ” ຕໍ່ເກົາຫຼີເໜືອ, ເຊິ່ງທ່ານໄດ້ກ່າວວ່າ “ເປັນການສ້າງຄວາມທ້າທາຍເກາະຜິດຢູ່ເລື້ອຍໆ ແບບບໍ່ເຄີຍມີມາກ່ອນ.”

ທ່ານກິຊິດະ ກ່າວກັບບັນດານັກຂ່າວຢູ່ປະເທດໄທ ໃນຂະນະທີ່ທ່ານເຂົ້າຮ່ວມກອງປະຊຸມສຸດຍອດພູມິພາກວ່າ “ພວກເຮົາບໍ່ອາດອົດທົນຕໍ່ການກະທໍາເຫຼົ່ານີ້ຢ່າງແນ່ນອນ.”

ລັດຖະມົນຕີດ້ານຄວາມໝັ້ນຄົງຂອງຍີ່ປຸ່ນ ທ່ານຢາຊູກາສຸ ຮາມາດະ (Yasukazu Hamada) ກ່າວວ່າ ລູກສອນໄຟດັ່ງກ່າວນີ້ ມີໄລຍະໄກຮອດແຜ່ນດິນໃຫຍ່ຂອງສະຫະລັດ, ພ້ອມທັງກ່າວຕື່ມວ່າ ມັນມີຄວາມສາມາດບິນໄກຮອດ 15,000 ກິໂລແມັດ.

ອານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG