ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫລີເໜືອ ຈັດການຊ້ອມລົບ ແບບຈຳລອງການໂຈມຕີດ້ວຍນິວເຄລຍ


ແຟ້ມຮູບພາບ - ຜູ້ຄົນເບິ່ງໂທລະພາບທີ່ອອກອາກາດລາຍງານຂ່າວ ກ່ຽວກັບເກົາຫລີເໜືອຍິງລູກສອນໄຟຂີປະນາວຸດ ລົງທະເລນອກຊາຍຝັ່ງຕາເວັນອອກຂອງຕົນ, ຢູ່ສະຖານີລົດໄຟໃນ ໂຊລ, ເກົາຫລີໃຕ້, 16 ມີນາ 2023
ແຟ້ມຮູບພາບ - ຜູ້ຄົນເບິ່ງໂທລະພາບທີ່ອອກອາກາດລາຍງານຂ່າວ ກ່ຽວກັບເກົາຫລີເໜືອຍິງລູກສອນໄຟຂີປະນາວຸດ ລົງທະເລນອກຊາຍຝັ່ງຕາເວັນອອກຂອງຕົນ, ຢູ່ສະຖານີລົດໄຟໃນ ໂຊລ, ເກົາຫລີໃຕ້, 16 ມີນາ 2023

ຜູ້​ນຳ​ເກົາຫລີເໜືອ​ທ່ານກິມ​ ຈົງ ອຶນໄດ້ຄວບຄຸມ ການ​ຊ້ອມ​ລົບ​ທີ່​ຈຳ​ລອງ​ການ​ໂຈມ​ຕີ​ດ້ວຍ​ອາວຸດ​ນິວ​ເຄລຍສະ​ໜາມ ຊຶ່ງ​ເປັນ​ສ່ວນ​ນຶ່ງ​ຂອງສິ່ງ​ທີ່​ພຽງ​ຢາງອະທິບາຍ​ວ່າ ​ເປັນ​ການ​ຕອບ​ໂຕ້​ຕໍ່​ການ​ຊ້ອມ​ລົບ​ຮ່ວມທາງທະຫານ​ລະຫວ່າງ​ສະຫະລັດ-​ເກົາຫລີ​ໃຕ້ ອີງ​ຕາມ​ລາຍ​ງານ​ຂອງສື່ມວນຊົນລັດ ໃນວັນຈັນມື້ນີ້.

ອົງການຂ່າວສູນກາງຂອງຂອງທາງ​ການເກົາຫລີ ຫຼື KCNA, ກ່າວ​ວ່າ ການຊ້ອມລົບຂອງເກົາຫລີເໜືອ, ທີ່ຈັດຂຶ້ນໃນວັນເສົາ ແລະວັນອາທິດ, ລວມມີ “ການຊ້ອມລົບຈຳລອງການໂຈມຕີດ້ວຍນິວເຄລຍໃສ່ເປົ້າໝາຍ​ທີ່​ສຳ​ຄັນໆຂອງສັດຕູ,”.

KCNA ກ່າວຕື່ມວ່າ ໃນລະຫວ່າງການຊ້ອມ​ລົບໃນວັນອາທິດນີ້, ລູກສອນໄຟຂີປະນາວຸດຍຸດທະວິທີ ທີ່ມີຫົວລົບນິວເຄລຍຈຳລອງ "ແຕກຂຶ້ນຢ່າງຖືກຕ້ອງ ໃນອາກາດ" ຢູ່ທີ່ຄວາມສູງ 800 ແມັດ ຫຼັງຈາກເດີນທາງໄດ້ 800 ກິໂລແມັດ.

ນັກວິ​ເຄາະ​ກ່າວ​ວ່າ, ການ​ຊ້ອມ​ລົບ​ດັ່ງກ່າວ​ ເບິ່ງຄືວ່າມີ​ຂຶ້ນ​ເພື່ອ​ແນ​ໃສ່​ຈຳ​ລອງ​ການ​ຍິງ​ລະເບີດ​ນິວ​ເຄລຍ, ໂດຍໃຫ້​ຫົວ​ລົບ​ແຕກຢູ່ເໜືອໜ້າ​ດິນ ​ເພື່ອ​ເພີ່ມ​ປະສິດທິ​ຜົນ.

ກ່ອນໜ້ານັ້ນ ເກົາຫລີໃຕ້ ໄດ້ລາຍງານການຍິງ ໃນວັນອາທິດວານນີ້ ໂດຍເອີ້ນມັນໃນເວລານັ້ນວ່າ ເປັນລູກສອນໄຟຂີປະນາວຸດໄລຍະໃກ້ ທີ່ຍິງຂຶ້ນຈາກເຂດ ທົງຈາງ-ຣີ (Tongchang-ri) ຂອງເກົາຫລີເໜືອ ກ່ອນທີ່ຈະ​ຕົກລົງສູ່ທະເລ.

ອ່ານຂ່າວເປັນພາສາອັງກິດຕື່ມ

XS
SM
MD
LG