ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການທົດລອງຍິງລູກສອນໄຟ ເກົາຫລີເໜືອ ຍັງສ້າງຄວາມເປັນຫ່ວງ


ທະຫານເກົາຫລີໃຕ້ ຍ່າງຜ່ານໂທລະພາບ ສະແດງໃຫ້ເຫັນ ການຍິງທົດລອງລູກສອນໄຟຂອງເກົາຫລີເໜືອ.
ທະຫານເກົາຫລີໃຕ້ ຍ່າງຜ່ານໂທລະພາບ ສະແດງໃຫ້ເຫັນ ການຍິງທົດລອງລູກສອນໄຟຂອງເກົາຫລີເໜືອ.

ບັນດາ​ນັກວິ​ເຄາະ​ກ່າວ​ວ່າ ເກົາຫລີ​ເໜືອ​ລົ້ມ​ແຫລວໃນ​ຄວາມ​ພະຍາຍາມ​ທີ່​ຈະ​ສົ່ງ​ລູກ​ ສອນ​ໄຟ ​ຂີ​ປະ​ນາ​ວຸດໄລຍະ​ກາງ​ໃນ​ວັນ​ສຸກ​ມື້​ນີ້ ທີ່​ມັນອາ​ດບໍ່​ປາກົດ​ວ່າ​ເປັນ​ການ​ຖອຍ ​ຫຼັກ​ທາງ​ທະຫານ ກຕ່ກັບ​ເປັນ​ພາກສ່ວນ​ນຶ່ງ​ຂອງ​ການ​ຢາກ​ໃຫ້​ມີ​ຄວາມຄວາມ​ຄືບ​ໜ້າ ໃນການພັດທະນາ ທີ່​ກ້າວໜ້າ​ໂຄງກາ​ນອາວຸດນິວ​ເຄລຍ.

ທ່ານ Jeffrey Lewis ​ຜູ້ອຳນວຍການໂຄງການ​ ບໍ່​ຂະຫຍາຍນິວ​ເຄລຍເອ​ເຊ​ຍຕາ​ເວັນ​ ອອກ ທີ່ສະ​ຖາ​ບັນ Middlebury ການ​ຄົ້ນ​ຄວ້າ​ຕ່າງປະ​ເ​ທດໃນ​ລັດ California ກ່າວ​ວ່າ
“​ໃນ​ຂະນະ​ທີ່​ຂ້າພະ​ເຈົ້າ​ຄິດ​ວ່າ ຜູ້ຄົນ​ກຳລັງເພັ່ງ​ເລັງ​ໃສ່​ການລົ້ມ​ແຫລວຂອງ​ການ​ທົດ​ລອງ​ ດັ່ງກ່າວ ​ແລະພວກ​ເຂົາ​ເຈົ້າ​ຈະ​ສະຫຼຸບ​ໄດ້ວ່າ ​ບໍ່​ມີ​ເຫດຜົນໃດ​ໆ​ທີ່​ຈະຕ້ອງ​ເປັນ​ຫ່ວງກ່ຽວ​ ກັບ​ໂຄງກາ​ນອາວຸດນິວ​ເຄລຍຂອງເກົາຫລີ​ເໜືອ ຄວາມ​ຈິງແລ້ວ​ກໍ​ຄື​ວ່າ ພວກນັກວິທະຍາ ສາດທາງ​ດ້ານລູກ​ສອນ​ໄຟ​ຂອງພວກ​ເຂົາ​ເຈົ້າ ຈະໄດ້ຮຽນ​ຮູ້​ຫລາຍ​ຂຶ້ນ​ຈາກການ​ທົດລອງ​ ດັ່ງກ່າວ ​ເຖິງ​ແມ້ນວ່າ ​ມັນ​ຈະ​ລົ້ມ​ແຫລວ ກໍ​ຕາມ​.”

ລູກ​ສອນ​ໄຟ​ Musudan ໄລຍະ​ກາງ.

ໄດ້​ມີ​ການ​ເຕີບ​ໂຕ​ໃນຄວາມ​ເປັນ​ຫ່ວງກ່ຽວກັບ​ ການ​ເພີ້​ມ​ລູກ​ສອນ​ໄຟ​ ​ແລະ​ສະມັດ​ຕະພາບ ນິວ​ເຄລຍຂອງເກົາຫລີ​ເໜືອ ​ໃນ​ຂະນະ​ທີ່​ປ​ະ​ເທດດັ່ງກ່າວ​ຍັງ​ສືບ​ຕໍ່​ຂົ່ມຂູ່​ຕໍ່ບັນດາ​ປະ​ເທດ ​ເພື່ອນ​ບ້ານ​ຂອງ​ຕົນຢູ່​ນັ້ນ ຊຶ່ງແມ່ນ ​ເກົາຫລີ​ໃຕ້ ​ແລະ​ຍີ່ປຸ່ນ ພ້ອມ​ທັງ​ສະຫະລັດນຳ.

ລູກສອນໄຟໄລຍະໄກເກົາຫລີເໜືອ ໄດ້ຍິງຂຶ້ນສູ່ອາກາດ ທີ່ຖານສົ່ງ Sohae ປະເທດເກົາຫລີເໜື້ອ.
ລູກສອນໄຟໄລຍະໄກເກົາຫລີເໜືອ ໄດ້ຍິງຂຶ້ນສູ່ອາກາດ ທີ່ຖານສົ່ງ Sohae ປະເທດເກົາຫລີເໜື້ອ.

ໄດ້​ມີ​ການ​ເຕີບ​ໂຕ​ໃນຄວາມ​ເປັນ​ຫ່ວງກ່ຽວກັບ​ ການ​ເພີ້​ມ​ລູກ​ສອນ​ໄຟ​ ​ແລະ​ສະມັດ​ຕະ ພາບນິວ​ເຄລຍຂອງເກົາຫລີ​ເໜືອ ​ໃນ​ຂະນະ​ທີ່​ປ​ະ​ເທດດັ່ງກ່າວ​ຍັງ​ສືບ​ຕໍ່​ຂົ່ມຂູ່​ຕໍ່ບັນດາ ​ປະ​ເທດ ​ເພື່ອນ​ບ້ານ​ຂອງ​ຕົນຢູ່​ນັ້ນ ຊຶ່ງແມ່ນ ​ເກົາຫລີ​ໃຕ້ ​ແລະ​ຍີ່ປຸ່ນ ພ້ອມ​ທັງ​ສະຫະ ລັດນຳ. ໄດ້​ມີ​ການສັນນິຖານ​ວ່າ ການ​ທົດ​ລອງ​ລູກ​ສອນ​ໄຟ​ທີ່​ບໍ່​ສຳ​ເລັດຂອງ​ເກົາຫລີ ເໜືອ​ໃນ​ວັນສຸກ​ມື້​ນີ້ ​ແມ່ນລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ Musudan ​ໄລຍະ​ປານກາງຊຶ່ງ ​ບໍ່ເຄີຍໄດ້​ທົດ​ລອງ​ມາ​ກ່ອນ.

ຜູ້ນຳເກົາຫລີເໜືອ ທ່ານ Kim Jong Un
ຜູ້ນຳເກົາຫລີເໜືອ ທ່ານ Kim Jong Un

ບັນດາ​ຜູ້​ສັງ​ເກດ​ການ​ໄດ້​ຄາດໝາຍ​ວ່າ ​ເກົາຫລີ​ເໜືອ​ຈະ​ສະຫລອງ​ຂີດ​ໝາຍ​ວັນ​ເກີດ ປະທານາທິບໍດີຄົນ​ທຳ​ອິດຂອງ​ປະ​ເທດ ທ່ານ Kim II Sung ​ແລະ​ປັນ​ພໍ່ຕູ້ ຂອງຜູ້ນຳ ​ຄົນ​ປັດຈຸບັນ ທ່ານ Kim Jong Un ດ້ວຍ​ການ​ສົ່ງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ໄລຍະ​ກາງ.

North Korea Missile
please wait
Embed

No media source currently available

0:00 0:00:43 0:00

ອ່ານຂ່າວເລື່ອງນີ້ເປັນພາສາອັງກິດ

XS
SM
MD
LG